ຜັນຂະຫຍາຍວາລະແຫ່ງຊາດ ວ່າດ້ວຍການສະກັດກັ້ນ ແລະ ແກ້ໄຂບັນຫາຢາເສບຕິດ

ໃນຕອນເຊົ້າຂອງວັນທີ 10 ພະຈິກ 2021 ນີ້ ຢູ່ທີ່ສະໂມສອນປົກຄອງເມືອງ ໄຊຈຳພອນ ໄດ້ຈັດພິທີເຜິຍແຜ່,ເຊື່ອມຊຶມ ແຜນຜັນຂະຫຍາຍວາລະແຫ່ງຊາດ ການສະກັດກັ້ນ ແລະ ແກ້ໄຂບັນຫາຢາເສບຕິດຂື້ນ ເປັນກຽດເຂົ້າຮ່ວມເຜີຍແຜ່ຂອງທ່ານ ວັນວິໄລ ແດນພູຫຼວງ ຮອງເລຂາພັກແຂວງບໍລິຄຳໄຊ ຫົວໜ້າຄະນະຮັບຜິດຊອບລົງເລິກການຈັດຕັ້ງປະຕິບັດມາດຕະການສະກັດກັ້ນ ແລະ ແກ້ໄຂບັນຫາຢາເສບຕິດຂັ້ນແຂວງ, ຂັ້ນເມືອງ ແລະ ພະນັກງານຫຼັກແຫຼ່ງເຂົ້າຮ່ວມເຊື່ອມຊຶມ.

ທ່ານ ວັນວິໄລ ແດນພູຫຼວງ ໄດ້ຍົກໃຫ້ເຫັນບັນດາເນື້ອໃນຄວາມໝາຍຄວາມສຳຄັນ ແລະ ຄວາມຈຳເປັນທາງດ້ານພາວະວິໃສ ໃນການສະກັດກັ້ນ ແລະ ແກ້ໄຂບັນຫາຢາເສບຕິດໃນໂລກ, ພາກພື້ນ ແລະ ພາຍໃນ ສປປ ລາວ, ກົມການເມືອງສູນກາງພັກ ຈິ່ງໄດ້ຈິ່ງໄດ້ອອກ ຄຳສັ່ງເລກທີ 02/ກມສພ ລົງວັນທີ 26 ກໍລະກົດ 2021 ວ່າດ້ວຍເພີ່ມທະວີການນຳພາ-ຊີ້ນຳຂອງຄະນະພັກແຕ່ລະຂັ້ນຕໍ່ການສະກັດກັ້ນ ແລະ ແກ້ໄຂບັນຫາຢາເສບຕິດ ໂດຍໄດ້ຮັບຮອງຈາກກອງປະຊຸມສະໄໝວິສາມັນເທື່ອທີ 1 ຂອງສະພາແຫ່ງຊາດຊຸທີ 9 ວ່າດ້ວຍການຮັບຮອງເອົາວາລະແຫ່ງຊາດການແກ້ໄຂບັນຫາຢາເສບຕິດແຕ່ປີ 2021 – 2023, ສໍາລັບແຂວງ ບໍລິຄໍາໄຊ ໄດ້ຜັນຂະຫຍາຍວາລະແຫ່ງຊາດແຕ່ງຕັ້ງຄະນະຮັບຜິດຊອບນຳພາ-ຊີ້ນຳກ່ຽວກັບຄວາມຫຍູ້ງຍາກທາງດ້ານເສດຖະກິດ-ການເງິນ ແລະ ການສະກັດກັ້ນ-ແກ້ໄຂບັນບັນຫາຢາເສບຕິດ ເປັນອັນລວມ ແລະ ອັນສະເພາະ ໂດຍໄດ້ອອກເປັນມະຕິຂອງແຂວງຫຼາຍສະບັບ, ສຳລັບແຜນຜັນຂະຫຍາຍວາລະແຫ່ງຊາດ ການສະກັດກັ້ນ ແລະ ແກ້ໄຂບັນຫາຢາເສບຕິດຢູ່ແຂວງ ບໍລິຄຳໄຊ ໄດ້ກຳນົດອອກເປັນ 5 ພາກ ປະຕິບັດຕາມຄໍາຂັນທີວ່າ: “ການແກ້ໄຂບັນຫາຢາເສບຕິດ ແມ່ນບັ້ນຮົບທີ່ສໍາຄັນ ພວກເຮົາຕ້ອງຮ່ວມກັນຕໍ່ສູ້ ແລະ ດັບສູນ”

ບັນຫາຢາເສບຕິດ ໄດ້ກາຍເປັນໜື່ງໃນບັນດາປະກົດການຫຍໍ້ທໍ້ທາງສັງຄົມ, ການລະບາດຂອງບັນຫາຢາເສບຕິດ ໄດ້ເປັນໜໍ່ແໜງ ແລະ ເປັນສາຍເຫດຕົ້ນຕໍຂອງການເກີດຄວາມຮູນແຮງ ແລະ ສິ່ງຫຍໍ້ທໍ້ຕ່າງໃນສັງຄົມເປັນໄພອັນຕະລາຍ, ມີຄວາມສ່ຽງສູງຕໍ່ຄວາມໝັ້ນຄົງຂອງລະບອບະຊາທິປະໄຕປະຊາຊົນ ແລະ ກຳລັງສົ່ງຜົນກະທົບໂດຍກົງຕໍ່ການພັດທະນາເສດຖະກິດ-ສັງຄົມ, ຕໍ່ສຸຂະພາບຂອງປະຊາຊົນ ໂດຍສະເພາະໄດ້ເບື່ອເມົາຊາວໜູ່ມ-ເຍົາວະຊົນ ທີ່ເປັນກຳລັງແຮງ ເປັນຜູ້ສືບທອດພາລະກິດ ແລະ ອານາຕົດຂອງປະເທດຊາດ.

ເພື່ອເປັນບ່ອນອິງໃນການຜັນຂະຫຍາຍວາລະແຫ່ງຊາດ ການສະກັດກັ້ນ ແກ້ໄຂບັນຫາຢາເສບຕິດຢູ່ເມືອງ ໄຊຈຳພອນ ໄດ້ຮັບຜົນດີນັ້ນ ທ່ານ ວັນວິໄລ ແດນພູຫຼວງ ໄດ້ເນັ້ນໃຫ້ຄະນະບລິຫານງານພັກເມືອງ ຈົ່ງໄດ້ຍົກສູງ ເພິ່ມທະວີເປັນຍົກສູງບົດບາດ ແລະ ຄວາມສາມາດການນຳພາຂອງພັກ, ການຄູ້ມຄອງການບໍລິຫານຂອງລັດ ໃນການສ້າງການຫັນປ່ຽນທີ່ແຂງແຮງ ເລິກເຊີ່ງ ຕໍ່ການແກ້ໄຂບັນຫາຢາເສຕິດ ໃຫ້ເກີດເປັນຮູບປະທຳຕົວຈິງ ເຮັດໃຫ້ສັງຄົມ ທ້ອງຖິ່ນ ປອດໄພຈາກບັນຫາຢາເສບຕິດ ກ້າວໄປສູ່ການກຳຈັດປັດເປົ່າໃຫ້ໝົດສີ້ນໄປເປັນກ້າວໆ.

ການແກ້ໄຂບັນຫາຢາເສບຕິດນີ້ຕ້ອງດຳເນີນໄປຢ່າງລະບົບ ແລະ ໄດ້ຮັບການສະໜັບສະໜູນຢ່າງກວ້າງຂວາງຈາກມະຫາຊົນ, ໂດຍປະຕິບັດເຂັ້ມງວດ 3 ຫຼັກການຄື: ເດັດຂາດ, ໂປ່ງໃສ ແລະ ມືອາຊີບ, 2 ຢຶດໝັ້ນຄື: ຫຼັກນິຕິກໍາ ແລະ ຫຼັກສິນທໍາ, 2 ມາດຕະການຄື: ຕ້ານສະກັດກັ້ັນ ແລະ ປ້ອງກັນ ແລະ 3 ຕ້ານຄື: ຕ້ານການລ່ວງລະເມີດສິດທິອັນຊອບທຳຂອງພົນລະເມືອງ, ຕ້ານການສວຍໃຊ້ບັນຫາຢາເສບຕິດເພື່ອຜົນປະໂຫຍດທີ່ບໍ່ຖືກຕ້ອງ, ຕ້ານການເປັນອາຍາສິດຂອງເຈົ້າໜ້າທີ່ລັດ.

ຂ່າວ_ພາບ: ສາຍສະໝອນ

About admin11