ສູນສຶກສານອກໂຮງຮຽນ ຈັດການສອບເສັງຈົບຊັ້ນ ມ.7 ບຳລຸງ

ບັ້ນດຳເນີນການສອບເສັງ ມ.7 ບຳລຸງ ປະຈຳສົກຮຽນ 2019-2020 ໄດ້ຈັດຂຶ້ນໃນລະຫວ່າງວັນທີ 4 – 5 ສິງຫາ 2020 ຢູ່ໂຮງຮຽນ ມ.ສ ສີທ່ານາໄຊ, ເມືອງປາກຊັນ, ແຂວງບໍລິຄຳໄຊ, ໃຫ້ກຽດມອບ ແລະ ຕັດຫົວບົດການສອບເສັງ ໂດຍທ່ານ ສີຊະນະ ບຸບຜາ ຫົວໜ້າກົມການສຶກສານອກໂຮງຮຽນ ກະຊວງສຶກສາທິການ ແລະ ກິລາ, ມີຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງບໍລິຄຳໄຊ, ອໍານວຍການໂຮງຮຽນພ້ອມດ້ວຍຄູອາຈານພາຍໃນໂຮງຮຽນ ເຂົ້າຮ່ວມ.

ໃນສົກຮຽນ 2019-2020 ນີ້ ທົ່ວແຂວງໄດ້ຈັດຕັ້ງການຮຽນ-ການສອນ ຢູ່ 4 ສູນການສຶກສານອກໂຮງຮຽນ ຄື: ສູນການສຶກສານອກໂຮງຮຽນເມືອງປາກກະດິງ, ສູນເມືອງຄໍາເກີດ, ສູນແຂວງບໍລິຄຳໄຊ ແລະ ສູນການສຶກສານອກໂຮງຮຽນເມືອງວຽງທອງ, ນັກຮຽນສ່ວນຫຼາຍແມ່ນເປັນພະນັກງານ, ນັກຮຽນປະລະຈາກສາຍສາມັນ ແລະ ປະຊາຊົນທີ່ບໍ່ທັນຈົບຊັ້ນ ມ.7 ເຊິ່ງຜູ້ມາຮຽນແມ່ນມີຂໍ້ຕົກລົງ, ໃບນຳສົ່ງຈາກກົມກອງ ຂະແໜງການກ່ຽວຂ້ອງ ໂດຍຖືກຕ້ອງ ແລະ ສອດຄ່ອງກັບລະບຽບການ.

ທົ່ວແຂວງມີນັບສອບເສັງທັງໝົດ 76 ຄົນ ຍິງ 22 ຄົນ, ໄດ້ຈັດເປັນ 3 ສູນສອບເສັງ ຄື: ສູນສຶກສານອກໂຮງຮຽນຂອງແຂວງ ມີ 30 ຄົນ ຍິງ 3 ຄົນ ຈັດເປັນ 2 ຫ້ອງ ບັນຈຸຫ້ອງລະ 15 ຄົນ, ສູນສອບເສັງເມືອງປາກກະດິງ ມີ 21 ຄົນ ຍິງ 10 ຄົນ ຈັດເປັນ 2 ຫ້ອງ ບັນຈຸຫ້ອງລະ 10-11 ຄົນ ແລະ ສູນສອບເສັງເມືອງຄຳເກີດ ມີ 25 ຄົນ ຍິງ 9 ຄົນ ຈັດເປັນ 2 ຫ້ອງ ບັນຈຸຫ້ອງລະ 12-13 ຄົນ, ມີ 4 ວິຊາສອບເສັງ ຄື: ພາສາລາວ+ວັນນະຄະດີ, ຄະນິດສາດ, ເຄມີສາດ ແລະ ວິຊາ ປະຫວັດສາດ.

ການຈັດສອບເສັງຈົບຊັ້ນມັດທະຍົມບຳລຸງນີ້ ກໍເພື່ອເປັນການຢັ້ງຢືນ ເຖີງລະດັບການສຶກສາສາຍສາມັນ ຂອງຜູ້ທີ່ຕ້ອງການຢາກຈະໄປຮຽນຍົກລະດັບວິຊາສະເພາະໃດໜຶ່ງ ເພື່ອຈະໄດ້ນຳມາໝຸນໃຊ້ເຂົ້າໃນການດຳເນີນຊີວິດ, ທຸລະກິດ ແລະ ໜ້າວຽກທາງລັດຖະການຂອງຕົນເອງ ໃນອະນາຄົດ.

About admins16