ບ້ານຫ້ວຍຫອຍ ເຊື່ອມຊືມມະຕິ ເລກທີ 111/ກມສພ


ໃນວັນທີ 4 ສິງຫາ 2020 ທີ່ສະໂມສອນໂຮງຮຽນປະຖົມສົມບູນບ້ານ ຫ້ວຍຫອຍ ເມືອງ ວຽງທອງ ແຂວງບໍລິຄຳໄຊ ພະນັກງານກອງກໍ່ສ້າງຮາກຖານ ໄດ້ລົງເຊື່ຶອມຊຶມມະຕິຂອງກົມການເມືອງສູນກາງພັກ ເລກທີ 111/ກມສພ ວ່າດ້ວຍ ເພີ່ມທະວີວຽກງານປ້ອງກັນຄວາມສະຫງົບໃນສະພາບການໃໝ່ ແລະ ເອກະສານທີ່ສຳຄັນຂອງຂັ້ນເທິງ ໂດຍເປັນກຽດເຂົ້າຮ່ວມ ຂອງທ່ານ ຄຳມອນ ໄຊພົມມີ ຮອງເລຂາພັກເມືອງ, ມີທີມງານພະນັກງານຮາກຖານ, ອຳນາດການປົກຄອງບ້ານ, ພໍ່, ແມ່ ປະຊາຊົນພາຍໃນບ້ານ ເຂົ້າຮ່ວມ


ກອງປະຊຸມ ໄດ້ຮັບຟັງການຜ່ານເນື້ອໃນຂອງມະຕິ ເລກທີ 111/ກມສພ ວ່າດ້ວຍເພີ່ມທະວີວຽກງານປ້ອງກັນຄວາມສະຫງົບໃນສະພາບການໃໝ່ ແລະ ແຈ້ງການຂອງເຈົ້າເມືອງ-ເມືອງ ວຽງທອງ ເລກທີ 569/ຈມ.ວທ ວ່າດ້ວຍເພີ່ມທະວີຄວາມເອົາໃຈໃສ່ສະກັດກັ້ນການຖາງປ່າເຮັດໄຮ່ແບບຊະຊາຍ, ຕ້ານໄຟໄໝ້ລາມປ່າ, ການນຳໃຊ້ຈັກສະຕີ່ນ, ເຄື່ອງມືຫາປາແບບດັບສູນ, ການຕັ້ງສະນຳ, ການລັກລອບເຄື່ອນຍ້າຍໄມ້, ເຄື່ອງປ່າຂອງດົງ ແລະ ເອກະສານອື່ນໆທີ່ສໍາຄັນ.

ຈຸດປະສົງການເຜີຍແຜ່ຄັ້ງນີ້ ເພື່ອສ້າງຄວາມເຂົ້າໃຈ ໃຫ້ບັນດາຂະແໜງການໜ່ວຍງານຂອງບ້ານ ໄດ້ຈັດຕັ້ງປະຕິບັດຕາມແຜນດຳເນີນງານວຽກງານກໍ່ສ້າງຮາກຖານການເມືອງ, ພັດທະນາຊົນນະບົດ ແລະ ວຽກງານ 3 ສ້າງ ຕາມ 4 ເນື້ອໃນ 4 ຄາດໝາຍ ໃຫ້ເກີດດອກອອກຜົນ ຢ່າງຈົບງາມ.

About admin11