ເມືອງບໍລິຄັນ ເລັ່ງຊ່ວຍເຫຼືອປະຊາຊົນບ້ານທົ່ງພັນຄຳ ທີ່ຖືກຜົນກະທົບຈາກນ້ຳຖ້ວມ

ໃນວັນທີ 4 ສິງຫາ 2020 ການນຳເມືອງບໍລິຄັນ ເຊິ່ງນຳໂດຍທ່ານ ທອງໃບ ທອງໃສ ຮອງເຈົ້າເມືອງ ພ້ອມດ້ວຍຄະນະກຳມະການຄຸ້ມຄອງໄພພິບັດຂັ້ງເມືອງ ໄດ້ລົງພື້ນທີ່ຊ່ວຍເຫຼືອປະຊາຊົນ ທີ່ໄດ້ຮັບຜົນກະທົບຈາກໄພນ້ຳຖ້ວມກະທັນຫັນ ຢູ່ບ້ານທົ່ງພັນຄຳ ເມືອງບໍລິຄັນ ແຂວງບໍລິຄຳໄຊ ເນື່ອງຈາກຝົນຕົກໜັກເປັນເວລາຫຼາຍວັນຕິດຕໍ່ກັນ ເຮັດໃຫ້ນ້ຳໄຫຼບໍ່ທັນ ເກີດນ້ຳຖ້ວມອັ່ງ, ຖ້ວມບ້ານເຮືອນປະຊາຊົນແລະ ເນື້ອທີ່ທຳການຜະລິດຈຳນວນຫຼາຍ.

ຕາມການລາຍງານຂອງອຳນາດການປົກຄອງບ້ານ ທົ່ງພັນຄຳ ໃຫ້ຮູ້ວ່າ: ນ້ຳໄດ້ເລີ່ມຖ້ວມແຕ່ວັນທີ 3 ຫາວັນທີ 5 ສິງຫາ 2020 ເປັນເວລາ 3 ວັນແລ້ວ ຍັງບໍ່ທັນມີທ່າທີວ່ານ້ຳຈະລົດລົງ ເພາະຍັງມີຝົນຕົກລິນຢ່າງບໍ່ຂາດສາຍໃນມື້ຄືນນີ້ ໄດ້ເຮັດໃຫ້ປະຊາຊົນໄດ້ຮັບຄວາມເດືອດຮ້ອນ ໃນປະຈຸບັນສະພາບຄວາມຫຍຸ້ງຍາກແມ່ນເສັ້ນທາງຖືກຕັດຂາດບາງເຂດບາງບ່ອນ ມີນ້ຳຖ້ວມເຖີງ 8 ຈຸດ, ແຕ່ເທດສະບານເມືອງໄປຫາບ້ານທົ່ງພັນຄຳ ບາງບ່ອນເລິກເຖິງ 2 ແມັດ ແລະ ບາງບ່ອນມີຄວາມຍາວເຖິງ 100 ແມັດ, ເສົາໄຟຟ້າຫັກ, ໂຄ່ນລົ້ມ, ສະເພາະບ້ານເຮືອນປະຊາຊົນແມ່ນຖືກຖ້ວມ 89 ຫຼັງຄາເຮືອນ, ຄອບຄົວໄດ້ຮັບຜົນກະທົບຂາດທີ່ຢູ່ອາໃສ 116 ຄອບຄົວ ຈໍານວນ 566 ຄົນ, ຍິງ 281 ຄົນ, ຖ້ວມເນື້ອທີນາ 11 ເຮັກຕ່າ ຖືກເສຍຫາຍ 7 ເຮັກຕ່າ ໄຮ່ໝູນວຽນ 3 ເຮັກຕ່າ, ສັດລ້ຽງຕາຍ ແລະ ສູນຫາຍລວມມີ ຄວາຍ 1 ໂຕ, ໝູ 33 ໂຕ ແລະ ແບ້ 4 ໂຕ ສ່ວນສັດລ້ຽງປະເພດອື່ນໆ ແມ່ນບໍ່ທັນຮວບຮວມໄດ້

ສີ່ງທີ່ຮ້າຍແຮງໄປກ່ອນນັ້ນແມ່ນປະຊາຊົນຂາດນໍ້າດື່ມ, ນໍ້າໃຊ້ທີ່ສະອາດ, ອານຫານເພື່ອບໍລິໂພກປະຈຳວັນ, ບໍ່ມີໄຟຟ້າໃຊ້, ເສັ້ນທາງສັນຈອນຖືກຕັດຂາດເປັນອໍາມະພາດ ຕໍ່ບັນຫາດັ່ງກ່າວ ອຳນາດການປົກຄອງເມືອງບໍລິຄັນ ໄດ້ນຳພາປະຊົນ ແລະ ເຈົ້າໜ້າທີ່ກ່ຽວຂ້ອງ ລົງແກ້ໄຂສຸກເສີນ ໂດຍສະເພາະແມ່ນ ສ້ອມແປງລະບົບໄຟຟ້າ, ນຳເອົາອາຫານ ແລະ ນ້ຳດື່ມ ໄປຊ່ວຍເຫຼືອໃນເບື້ອງຕົ້ນແລ້ວ ລວມມູນຄ່າການຊ່ວຍເຫຼືອ 2 ລ້ານກ່ວາກີບ.

About admins14