ສູນປິ່ນປົວ ແລະ ຟື້ນຟູສຸຂະພາບຜູ້ຕິດຢາເສບຕິດ ສ້າງກິດຈະກຳເພີ່ມພູນຜະລິດຜົນ

ວັນທີ 06 ມັງກອນ 2023 ຢູ່ທີ່ ສູນປິນປົວ ແລະ ຟື້ນຟູສຸຂະພາບຜູ້ຕິດຢາເສບຕິດ ປກສ ແຂວງບໍລິຄຳໄຊ ໄດ້ນຳພາຜູ້ບໍາບັດຢາເສບຕິດ ສ້າງກິດຈະກຳອອກແຮງງານເພີ່ມພູມຜົນຜະລິດເຂົ້າສູ່ກົມກອງ, ພ້ອມນີ້ ຍັງເປັນການຝຶກວິຊາອາຊີບໃຫ້ແກ່ເຂົາເຈົ້າ, ການອອກແຮງງານໃນຄັ້ງນີ້ ຄຸ້ມຄອງຊີ້ນຳໂດຍ ທ່ານ ພັນໂທ ຄໍາຫຼ້າ ດວງສົງຄາມ ຫົວໜ້າສູນປິ່ນປົວ ແລະ ຟື້ນຟູສຸຂະພາບຜູ້ຕິດຢາເສບຕິດ ປກສ ແຂວງບໍລິຄຳໄຊ, ພ້ອມດ້ວຍຄະນະ, ມີນາຍຕຳຫຼວດທີ່ກ່ຽວຂ້ອງ ແລະ ຜູ້ບໍາບັດ ເຂົ້າຮ່ວມ.

ທ່ານ ພັນໂທ ຄໍາຫຼ້າ ດວງສົງຄາມ ຫົວໜ້າສູນປິ່ນປົວ ແລະ ຟື້ນຟູສຸຂະພາບຜູ້ຕິດຢາເສບຕິດ ປກສ ແຂວງໄດ້ກ່າວວ່າ: ໃນໄລຍະຜ່ານມາ ທາງຄະນະພັກ-ຄະນະກອງບັນຊາການ ປກສ ແຂວງ ແລະ ສູນປິ່ນປົວ ແລະ ຟື້ນຟູສຸຂະພາບຜູ້ຕິດຢາເສບຕິດ ກໍ່ຄືບັນດານາຍຕຳຫຼວດຢູ່ພາຍໃນສູນ ໄດ້ເອົາໃຈໃສ່ນໍາພາ-ຊີ້ນໍາຜູ້ບໍາບັດ ອອກແຮງງານທຳການຜະລິດ, ໃນນັ້ນໄດ້ປູກຜັກ ເຊັ່ນ: ຜັກກາດ, ຜັກບົ້ງ ແລະ ພືດອື່ນໆ, ສົ່ງເຂົ້າເຮືອນຄົວລວມຂອງສູນປິ່ນປົວ ແລະ ຟື້ນຟູຜູ້ຕິດຢາເສບຕິດ ເພື່ອປຸງແຕ່ງເປັນອາຫານໃຫ້ແກ່ເຂົາເຈົ້າໄດ້ມີຊີວິດການເປັນຢູ່ທີ່ດີຂື້ນ ແລະ ເຮັດໃຫ້ເຂົາເຈົ້າມີຄວາມດຸໝັ້ນຂະຫຍັນພຽນໃນການອອກແຮງງານເພີ່ມພູນຜະລິດຜົນ ເຮັດໃຫ້ສຸຂະພາບຮ່າງກາຍແຂງເເຮງອີກດ້ວຍ, ນຳພາແກະສະຫຼັກ, ສານແຫ ແລະ ຜະລິດດິນບ໋ອກອອກຈໍາໜ່າຍ, ທັງນີ້ ກໍ່ເພື່ອເປັນການຝືກວິຊາຊີບໃຫ້ເຂົາເຈົ້າ ເວລາອອກໄປຢູ່ນໍາຄອບຄົວ ແລະ ສັງຄົມຈະໄດ້ມີອາຊີບທີ່ໝັ້ນຄົງ, ສາມາດປະກອບອາຊີບທໍາມາຫາກິນຖືກຕ້ອງຕາມລະບຽບກົດໝາຍເພື່ອສ້າງສາພັດທະນາຕົນເອງ ແລະ ຄອບຄົວໃຫ້ມີຊີວິດການເປັນຢູ່ທີ່ດີຂື້ນຕາມແນວທາງນະໂຍບາຍຂອງພັກ – ລະບຽບກົດໝາຍຂອງລັດວາງອອກ.

About admins16