ຄະນະກຳມະການຍຸຕິທຳ ແລະ ປກຊ – ປກສ ຊຸກຍູ້ວຽກງານຢູ່ເມືອງວຽງທອງ

ໃນຕອນເຊົ້າວັນທີ 10 ມັງກອນ 2023 ຢູ່ທີ່ຫ້ອງປະຊຸມຊັ້ນ III ຫ້ອງວ່າການເມືອງວຽງທອງ ແຂວງບໍລິຄຳໄຊ ທ່ານ ເລື່ອນວິໄລ ຈັນທະລາພັນ ຄະນະປະຈຳພັກແຂວງ, ຮອງປະທານສະພາປະຊາຊົນແຂວງ, ຜູ້ຊີ້ນຳຄະນະກຳມະການຍຸຕິທຳ ແລະ ປກຊ – ປກສ, ໄດ້ລົງຊຸກຍູ້, ຕິດຕາມ, ກວດກາ, ການຈັດຕັ້ງປະຕິບັດກົດໝາຍໃນຂົງເຂດຍຸຕິທຳ ແລະ ປກຊ – ປກສ ແລະ ວຽກງານຕ່າງໆຢູ່ເມືອງວຽງທອງ, ໂດຍມີທ່ານ ສົມໃຈ ຊົ່ງລາວ່າງ ຮອງເລຂາພັກເມືອງ, ປະທານກວດກາພັກ-ລັດເມືອງ, ສະມາຊິກສາພາປະຊາຊົນແຂວງ, ເຂດເລືອກຕັ້ງເມືອງວຽງທອງ ມີຄະນະຮັບຜິດຊອບຂັ້ນແຂວງ, ຂັ້ນເມືອງ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ.

ທ່ານ ພັທ ໄຊຍະສຸກ ຫຼຽນຕະກຸນ ຮອງປະທານຄະນະກໍາມະການຍຸຕິທໍາ ແລະ ປກຊ – ປກສ ໄດ້ໃຫ້ກຽດຂື້ນເຜີຍແຜ່ພາລະບົດບາດ, ສິດ ແລະ ໜ້າທີ່ ຂອງຄະນະກໍາມະການຍຸຕິທຳ ແລະ ປກຊ – ປກສ, ພ້ອມທັງຮັບຟັງການລາຍງານຈາກຫົວໜ້າ ປກຊ – ປກສ, ປະທານນັກຮົບເກົ່າ, ຫົວໜ້າຫ້ອງການຍຸຕິທຳ ແລະ ຕາງໜ້າ ໄອຍະການ ເຂດ 2 ປະຈໍາເມືອງ, ກໍ່ໄດ້ໃຫ້ກຽດຂື້ນລາຍງານຕາມຄຳຖາມເຈາະຈີ້ມຂອງສະມະຊິກສະພາແຂວງໃນໄລຍະຜ່ານມາ ເປັນຕົ້ນແມ່ນ ການປະຕິບັດວາລະແຫ່ງຊາດວ່າດ້ວຍການແກ້ໄຂບັນຫາຢາເສບຕິດ, ຂອດປະສານງານຂອງພາກສ່ວນທີ່ກ່ຽວຂ້ອງຂອງໄອຍະການເຂດ, ຫ້ອງການຍຸຕິທຳ, ວ່າມີຂໍສະດວກ ແລະ ຂໍ້ຍຸ້ງຍາກແນວໃດ, ໄລຍະຜ່ານມາ ພາຍໃນກອງບັນຊາການວ່າ ມີ ນາຍ ແລະ ພົນທະຫານ ທີ່ລະເມີດກົດໝາຍ, ລະເມີດກົດລະບຽບຂອງກອງທັບ ແລະ ການແກ້ໄຂບັນຫາທີ່ເກີດຂຶ້ນ.

ພ້ອມນີ້ ຍັງໄດ້ຮັບຟັງການເອົາໃຈໃສ່ປັບປຸງ, ຝຶກອົບຮົມ ແລະ ຊຸກຍູ້ ຕິດຕາມກວດກາ ການແກ້ໄຂບັນຫາຂໍ້ຂັດແຍ່ງ ທີ່ເກີດຂື້ນພາຍໃນບ້ານ ຂອງໜ່ວຍໄກ່ເກັ່ຍຂັ້ນບ້ານ, ຕີລາຄາດ້ານດີ, ດ້ານອ່ອນ ຕໍ່ກັບໜ່ວຍໄກ່ເກ່ຍຂັ້ນບ້ານ, ໃນການປະຕິບັດຄໍາຕັດສິນຂອງສານ, ຫ້ອງການຍຸຕິທໍາເມືອງ ແລະ ພະແນກຍຸຕິທໍາແຂວງ ໄດ້ຂໍທິດຊີ້ນໍາປະສານສົມທົບກັບສາຍຕັ້ງສາຍຂວາງ ແລະ ສະມາຊິກສະພາປະຊາຊົນແຂວງ ປະຈຳເຂດເລືອກຕັ້ງເມືອງ ໃນການຊຸກຍູ້ຕິດຕາມ ກວດກາ ການຈັດຕັ້ງປະຕິບັດ ພາລະບົດບາດ ສິດ ແລະ ໜ້າທີ່ ໃນໄລຍະຜ່ານມາ ພ້ອມທັງໄດ້ມີຄຳສະເໜີຕໍ່ສະມະຊິກສະພາ, ຫຼັງຈາກນັ້ນ ທ່ານຮອງປະທານສະພາປະຊາຊົນແຂວງໄດ້ມີຄຳເຫັນຊີ້ນຳແຕ່ລະໜ້າວຽກເພື່ອປະກອບສ່ວນເຂົ້າໃນການແກ້ໄຂຈຸດຄົງຄ້າງແລະເປັນເອກະພາບກັນ, ພ້ອມກັນນຳໄປຈັດຕັ້ງປະຕິບັດໃຫ້ວຽກງານຕ່າງໆຂອງແຕ່ລະພາກສ່ວນໃຫ້ມີປະສິດທິຜົນສູງຂື້ນກວ່າເກົ່າ.

About admins16