ຄະນະນຳ ອົງການໄອຍະການປະຊາຊົນສູງສຸດ ເຄື່ອນໄຫວຊີ້ນໍາວຽກງານ ຢູ່ແຂວງບໍລິຄຳໄຊ

ໃນວັນທີ 6 ມັງກອນ 2023 ຄະນະນໍາ ອົງການໄອຍະການປະຊາຊົນສູງສຸດ ຊຶ່ງນໍາໂດຍ ທ່ານ ໄຊຊະນະ ໂຄດພູທອນ ຫົວໜ້າອົງການໄອຍະການປະຊາຊົນສູງສຸດ ພ້ອມຄະນະ ໄດ້ລົງເຄື່ອນໄຫວຊີ້ນໍາວຽກງານ ຢູ່ແຂວງບໍລິຄຳໄຊ, ເປັນກຽດຕ້ອນຮັບໂດຍ ທ່ານ ປອ ກອງແກ້ວ ໄຊສົງຄາມ ເຈົ້າແຂວງບໍລິຄໍາໄຊ, ມີຫົວໜ້າອົງການໄອຍະການປະຊາຊົນແຂວງ ພ້ອມດ້ວຍຄະນະ, ອົງການໄອຍາການທະຫານແຂວງ, ອົງການໄອຍະການປະຊາຊົນເຂດ 1, ເຂດ 2 ພ້ອມດ້ວຍພະນັກງານ ເຂົ້າຮ່ວມ.

ທ່ານ ໄຊຊະນະ ໂຄດພູທອນ ໄດ້ແຈ້ງຈຸດປະສົງການເຄື່ອນໄຫວວຽກງານຢູ່ແຂວງບໍລິຄໍາໄຊ ໃນຄັ້ງນີ້ວ່າ ເພື່ອຢ້ຽມຢາມ ແລະ ອວຍພອນພະນັກງານບໍານານ ອົງການໄອຍະການປະຊາຊົນ ແລະ ພົບປະໂອ້ລົມ ພະນັກງານ-ລັດຖະກອນ ອົງການໄອຍະການປະຊາຊົນ ເຂດ, ອົງການໄອຍະການປະຊາຊົນ ແຂວງບໍລິຄຳໄຊ ເນື່ອງໃນໂອກາດຂໍ່ານັບຮັບຕ້ອນວັນສ້າງຕັ້ງອົງການໄອຍະການປະຊາຊົນ ຄົບຮອບ 33 ປີ (9 ມັງກອນ 1990 ຫາ 9 ມັງກອນ 2023) ແລະ ວັນປີໃໝ່ສາກົນ ຄສ 2023 ທີ່ໄດ້ໝູນວຽນມາເຖິງນີ້.

ໃນຊຸມປີທີ່ຜ່ານມາ ອົງການໄອຍະການປະຊາຊົນ ໄດ້ຈັດຕັ້ງຫຼາຍກິດຈະກໍາສຳຄັນ ແລະ ຖືໂອກາດນີ້ອວຍພອນມາຍັງທ່ານເຈົ້າແຂວງ ບໍລິຄໍາໄຊ ຈົ່ງມີສຸຂະພາບເຂັ້ມແຂງ, ສືບຕໍ່ໃຫ້ຄວາມໃກ້ຊິດຕິດແທດ, ໃຫ້ທິດຊີ້ນຳ ອົງການໄອຍະການປະຊາຊົນແຂວງ, ອົງການໄອຍະການປະຊາຊົນເຂດ ໃນການຈັດຕັ້ງປະຕິບັດວຽກງານໃຫ້ປະສົບຜົນສໍາເລັດໃນທຸກວຽກງານ.

ພ້ອມກັນນັ້ນ, ຄະນະນຳ ອົງການໄອຍະການປະຊາຊົນສູງສຸດ ໄດ້ໂອ້ລົມພະນັກງານອົງການໄອຍະການປະຊາຊົນແຂວງ, ອົງການໄອຍາການ ປະຊາຊົນເຂດ 1 ເຂດ 2 ແຂວງບໍລິຄໍາໄຊ ແລະ ໃຫ້ທິດຊີ້ນໍາ ໃນການຈັດຕັ້ງຜັນຂະຫຍາຍວາລະແຫ່ງຊາດ ກ່ຽວກັບການແກ້ໄຂບັນຫາຢາເສບຕິດ, ການຕິດຕາມ, ການຈັດຕັ້ງຜັນຂະຫຍາຍແນວທາງນະໂຍບາຍຂອງພັກ – ລັດຖະບານ ແຫ່ງ ສປປ ລາວ, ມະຕິກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກ, ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ, ໃຫ້ໄດ້ຮັບໝາກຜົນສໍາເລັດ, ການພັດທະນາວຽກງານອົງການໄອຍະການປະຊາຊົນແຂວງ, ອົງການໄອຍະການປະຊາຊົນເຂດ, ພະນັກງານໄອຍະການປະຈຳເມືອງ, ອົງການໄອຍະການທະຫານ ຈົ່ງສືບຕໍ່ຈັດຕັ້ງປະຕິບັດບັນດານິຕິກໍາ, ຄໍາສັ່ງຂອງຫົວໜ້າອົງການໄອຍະການປະຊາຊົນສູງສຸດ ເຂົ້າສູ່ວຽກງານໃຫ້ຖືກຕ້ອງຢ່າງເຂັ້ມງວດ, ຍົກສູງຄຸນນະພາບໃນການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການສັ່ງຟ້ອງຜູ້ຖືກຫາຂຶ້ນສານ.

ສ້າງກົນໄກປະສານງານລະຫວ່າງອົງການໄອຍະການປະຊາຊົນແຂວງ ກັບ ອົງການທີ່ກ່ຽວຂ້ອງຂອງແຂວງ ໂດຍສະເພາະ ແມ່ນການຈັດຕັ້ງຜັນຂະຫຍາຍວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ, ການແກ້ໄຂບັນຫາຢາເສບຕິດ ເຂົ້າສູ່ວຽກງານໄອຍະການປະຊາຊົນ, ການຕິດຕາມກວດກາທົ່ວໄປ, ການດໍາເນີນຄະດີປົກຄອງ, ການປະຕິບັດຄໍາຕັດສິນຂອງສານ, ສ້າງກົນໄກປະສານງານລະຫວ່າງອົງການໄອຍະການປະຊາຊົນ ກັບ ອົງການປົກຄອງ, ອົງການສືບສວນ-ສອບສວນຂອງເຈົ້າໜ້າທີ່ຕຳຫຼວດ, ພາສີ, ປ່າໄມ້ ແລະ ອົງການສືບສວນ-ສອບສວນອື່ນໆ ຢ່າງກົມກຽວ ດ້ວຍການສ້າງບົດບັນທຶກຮ່ວມ, ນິຕິກຳ ແລະ ປື້ມຄູ່ມືອັນເປັນພື້ນຖານໃຫ້ແກ່ການຍົກສູງຄຸນນະພາບໃນການຕິດຕາມກວດກາການປະຕິບັດກົດໝາຍ, ແກ້ໄຂການລະເມີດທາງປົກຄອງ, ນຳເອົາຜູ້ກະທຳຜິດມາດຳເນີນຄະດີ ສັ່ງຟ້ອງໃຫ້ສານຕັດສີນໃຫ້ຖືກຕ້ອງ ເປັນທຳ, ເຮັດໃຫ້ສັງຄົມມີຄວາມສະຫງົບ, ມີຄວາມເປັນລະບຽບຮຽບຮ້ອຍ ເສດຖະກິດຂະຫຍາຍຕົວຕໍ່ເນື່ອງ ປະເທດຊາດໄດ້ຮັບການພັດທະນາຢ່າງບໍ່ຢຸດຢັ້ງ.

ໃນໂອກາດດັ່ງກ່າວ, ທ່ານ ພຸດທະວົງ ບົວລະພາ ຫົວໜ້າຫ້ອງການອົງການໄອຍະການປະຊາຊົນສູງສຸດ ກໍ່ໄດ້ມອບເຄື່ອງຄອມພີວເຕີ ຈຳນວນ 1 ຊຸດ ໃຫ້ ອົງການໄອຍະການປະຊາຊົນ ແຂວງບໍລິຄຳໄຊ ເພື່ອນຳໃຊ້ເຂົ້າໃນວຽກງານ.

About admins14