ສຸວັນທອງ ຄາລາໂອເກະ ອຸປະຖຳເຄື່ອງກິລາ ໃຫ້ພະແນກຕຳຫລວດທ່ອງທ່ຽວ


ຕອນເຊົ້າ ວັນທີ 16 ພະຈິກ 2020 ນີ້, ທ່ານ ສໍານຽງ ຫຼວງບຸດດີ ພ້ອມດ້ວຍຄອບຄົວ, ເຈົ້າຂອງຮ້ານ ສຸວັນທອງ ຄາລາໂອເກະ ເມືອງປາກຊັນ ແຂວງບໍລິຄໍາໄຊ ໄດ້ນໍາເອົາເຄື່ອງກິລາ ຈໍານວນ 20 ຊຸດ ລວມມູນຄ່າ 8 ແສນກວ່າກີບ ມາມອບໃຫ້ພະແນກຕໍາຫຼວດທ່ອງທ່ຽວ ຫ້ອງສັນຕິບານ ປກສ ແຂວງບໍລິຄໍາໄຊ, ກ່າວມອບໂດຍ ທ່ານ ສໍານຽງ ຫຼວງບຸດດີ ເຈົ້າຂອງຮ້ານ ສຸວັນທອງ ຄາລາໂອເກະ, ກ່າວຮັບໂດຍ ທ່ານ ພັນໂທ ສົມບູນ ວົງນະລາດ ຫົວໜ້າພະແນກຕໍາຫຼວດທ່ອງທ່ຽວ ຫ້ອງສັນຕິບານ ປກສ ແຂວງ, ມີພະນັກງານ-ນັກຮົບ ພະແນກດັ່ງກ່າວ ເຂົ້າຮ່ວມເປັນສັກຂີພະຍານ.

       ທ່ານ ສໍານຽງ ຫຼວງບຸດດີ ເຈົ້າຂອງຮ້ານ ສຸວັນທອງ ຄາລາໂອເກະ ໄດ້ກ່າວວ່າ: ຍ້ອນເຫັນໄດ້ຄວາມໝາຍຄວາມສໍາຄັນຂອງກໍາລັງປ້ອງກັນຄວາມສະຫງົບ ທີ່ເຮັດໜ້າທີ່ຮັກສາຄວາມສະຫງົບ ຄວາມເປັນລະບຽບຮຽບຮ້ອຍຂອງສັງຄົມ ແລະ ຄວາມຂາດເຂີນທາງດ້ານອຸປະກອນກິລາ ທີ່ປະກອບສ່ວນໃນການສ້າງຂະບວນການກິລາ ຕ້ອນຮັບວັນສໍາຄັນຕ່າງໆຂອງພັກ-ຂອງຊາດ ເປັນຕົ້ນແມ່ນ ວັນສະຖາປານາ ສາທາລະນະລັດ ປະຊາຊທິປະໄຕ ປະຊາຊົນລາວ ທີ່ຈະໝູນນວຽນມາ ຄົບຮອບ 45 ປີ ( 02 ທັນວາ 1975 – 02 ທັນວາ 2020 ) ແລະ ວັນສ້າງຕັ້ງ ກໍາລັງປ້ອງກັນຄວາມສະຫງົບປະຊາຊົນ ຄົບຮອບ 60 ປີ ( 05 ເມສາ 1961 – 05 ເມສາ 2021) ໃຫ້ມີຄວາມໝາຍຄວາມສໍາຄັນ, ເຕັມໄປດ້ວຍບັນຍາກາດອັນຟົດຟື້ນເບີກບານມ່ວນຊື່ນ, ທັງເປັນການສ້າງຄວາມສາມັກຄີພາຍໃນພະນັກງານ-ນັກຮົບ, ພົບປະແລກປ່ຽນບົດຮຽນວຽກງານວິຊາສະເພາະຮ່ວມກັນ, ແນ່ໃສ່ເຮັດໃຫ້ກໍາລັງປ້ອງກັນຄວາມສະຫງົບມີສຸຂະພາບແຂງແຮງ, ມີຄວາມສາມັກຄີຮັກແພງຊ່ວຍເຫຼືອເຊີ່ງກັນ ແລະ ກັນ ແລະ ພ້ອມກັນເຮັດສໍາເລັດທຸກໜ້າທີ່ວຽກງານທີ່ການຈັດຕັ້ງຂັ້ນເທິງມອບໝາຍໃຫ້ໃຫ້ໄດ້ຮັບຜົນສໍາເລັດຢ່າງມີປະສິດທິຜົນສູງ.

          ໂອກາດດຽວກັນ ທ່ານ ພັນໂທ ສົມບູນ ວົງນະລາດ ໄດ້ຕາງໜ້າໃຫ້ຄະນະພະແນກ, ຕະຫຼອດຮອດພະນັກງານ-ນັກຮົບ ກ່າວສະແດງຄໍາຂອບໃຈ ທ່ານ ສໍານຽງ ຫຼວງບຸດດີ ພ້ອມດ້ວຍຄອບຄົວທີ່ນໍາເອົາເຄື່ອງກິລາຈໍານວນດັ່ງກ່າວ ມາມອບໃຫ້ໃນຄັ້ງນີ້, ພ້ອມອວຍພອນໄຊອັນປະເສີດແດ່ທ່ານພ້ອມດ້ວຍຄອບຄົວ ຈົ່ງມີສຸຂະພາບແຂງແຮງ, ປັດສະຈາກໂລກໄພໄຂ້ເຈັບ, ການດໍາເນີນທຸລະກິດຄ້າ-ຂາຍ ກໍ່ຂໍໃຫ້ມີຄວາມຈະເລີນກ້າວໜ້າ ແລະ ຫວັງຢ່າງຍິ່ງວ່າ ໂອກາດໜ້າຈະໄດ້ຮັບການອຸປະຖໍາຈາກທ່ານ ຕື່ມອີກ.

About admin11