ມສ ວຽງຄຳ ເປີດງານແຂ່ງຂັນກິລາຕ້ານຢາເສບຕິດ ຄັ້ງທີ XIV

 
ຕອນບ່າຍວັນທີ 13 ພະຈິກ 2020 ຢູ່ທີ່ໂຮງຮຽນມັດທະຍົມສຶກສາສົມບູນວຽງຄຳ(ມສ ວຽງຄຳ) ເມືອງປາກກະດິງ ແຂວງບໍລິຄຳໄຊ ໄດ້ຈັດພິທີເປີດງານແຂ່ງຂັນກິລາຕ້ານຢາເສບຕິດ ຄັ້ງທີ XIV ປະຈຳສົກຮຽນ 2020-21 ໂດຍພາຍໄຕ້ການເປັນປະທານຂອງ ທ່ານ ດວງຕາ ຈັນທະວົງ ຜູ້ອຳນວຍການໂຮງຮຽນ, ເປັນກຽດເຂົ້າຮ່ວມ ແລະ ກ່າວເປີດງານ ໂດຍ ທ່ານ ໂຄສາຈານ ແສນທະວີໄຊ ຮອງເລຂາຄະນະບໍລິຫານງານພັກເມືອງ.

          ໃນພິທີ ໄດ້ຊົມການເດີນສວນສະໜາມຂອງກ້ອນກຳລັງນັກກິລານັກຮຽນ 27 ກ້ອນກຳລັງແລະ ຮັບຊົມການສະແດງສິລະປະຂອງນ້ອງນັກຮຽນຈຳນວນ 5 ລາຍການ, ມີ ເຕັ້ນແອໂຣບິກ 1 ລາຍການ, ມວຍລາຍລາວ 1 ລາຍການ ແລະ ຟ້ອນລວມໝູ່ 3 ລາຍການ.

             ທ່ານ ດວງຕາ ຈັນທະວົງ ຜູ້ອຳນວຍການຂອງໂຮງຮຽນ ໄດ້ລາຍງານວ່າ:

             ໂຮງຮຽນ ມສ ວຽງຄຳ ມີນັກຮຽນທັງໝົດ 1.166 ນ້ອງ, ຍິງ 579 ນ້ອງ ລວມມີ 24 ຫ້ອງຮຽນ. ໃນນີ້ນັກຮຽນຊັ້ນ ມໍ ຕົ້ນ ມີ 565 ນ້ອງ, ຍີງ 268 ນ້ອງ, ມີ 11 ຫ້ອງຮຽນ, ມີຄູອາຈານທັງໝົດ 44 ທ່ານ, ຍິງ 20 ທ່ານ.

            ກິລາທີ່ຈັດການແຂ່ງຂັນໃນຄັ້ງນີ້ ປະກອບມີ 4 ປະເພດ ຄື: ບານເຕາະຟຸດຊໍ(ຍິງ-ຊາຍ) 7 ຄົນ, ບານສົ່ງ(ຍິງ-ຊາຍ), ກະຕໍ້(ຍິງ-ຊາຍ) ແລະ ເປຕັ່ງ(ຍິງ-ຊາຍ).

         ການຈັດງານແຂ່ງຂັນກິລາຕ້ານຢາເສບຕິດຄັ້ງນີ້ ແມ່ນເພື່ອປະຕິບັດການຮຽນ-ການສອນໃຫ້ຄົບ 3 ລັກສະນະ ແລະ 5 ຫຼັກມູນຂອງການສຶກສາ, ທັງເປັນການສ້າງກິດຈະກຳໃຫ້ນັກຮຽນຮັກໃນການຫຼີ້ນກິລາ ຫ່າງໄກຢາເສບຕິດ ເພື່ອຮັກສານາມມະຍົດໂຮງຮຽນ ມສ ວຽງຄຳ ເປັນໂຮງຮຽນປອດຢາເສບຕິດໄວ້ໃຫ້ໝັ້ນຄົງ.

About admin11