ຊາວໜຸ່ມບໍລິຄຳໄຊ ເດີນໜ້າມອບວັດຖຸປັດໃຈ ຊ່ວຍເຫຼືອປຸກສ້າງເຮືອນ ໃຫ້ຄອບຄົວທຸກຍາກ

ເພື່ອເປັນການແກ້ໄຂມາດຖານເຮືອນຢູ່ຕາມດໍາລັດຂອງລັດຖະບານ ເລກທີ 348/ລບ ຄະນະບໍລິຫານງານຊາວໜຸ່ມແຂວງບໍລິຄໍາໄຊ ໄດ້ເປັນໃຈກາງປະສານສົມທົບ ກັບຫ້ອງການກະສິກໍາ-ປ່າໄມ້ ແລະ ຄະນະຊາວໜຸ່ມເມືອງທ່າພະບາດ ລະດົມສັງຄົມ ຊ່ວຍປຸກສ້າງເຮືອນໃຫ້ຄອບຄົວທຸກຍາກ ນ. ຄໍາ ຈັນທະວົງສາ ບ້ານໂພນສະຫວັນ, ເມືອງທ່າພະບາດ, ແຂວງບໍລິຄໍາໄຊ.

ປະຈຸບັນໄດ້ມີຫລາຍພາກສ່ວນ ປະກອບສ່ວນຊ່ວຍເຫຼືອເຊິ່ງມີລາຍລະອຽດດັ່ງນີ້: ສະຫາຍ ທອງສາຍ ນັກທຸລະກິດໜຸ່ມເມືອງທ່າພະບາດ ວົງກົບປະຕູ 3 ວົງ, ວົງກົບປ່ອງຢ້ຽມ 4 ວົງ ມູນຄ່າ 1.050.000 ກີບ, ຊາວໜຸ່ມຮາກຖານພະແນກອຸດສາຫະກໍາ ແລະ ການຄ້າແຂວງ ເງິນສົດ 1.000.000 ກີບ, ສະຫາຍ ຄອນສະຫວັນ ປະດິດ ຊາວໜຸ່ມສ່ວຍສາອາກອນແຂວງ ເງິນສົດ 1.000.000 ກີບ, ສະຫາຍ ໝອນແກ້ວ ພັນດານຸວົງ ນັກທຸລະກິດໜຸ່ມບ້ານສີວິໄລ ເງິນສົດ 1.000.000ກີບ, ຊາວໜຸ່ມຮາກຖານ ວິທະຍາໄລກະສິກໍາ-ປ່າໄມ້ ບໍລິຄໍາໄຊ ປູນ 1 ໂຕນ, ມູນຄ່າ 500.000 ກີບ, ສະຫາຍ ນາງ ມະໄລສີ ໂຄດປັນຍາ, ນາງ ບຸນນ້ອຍ ໄຊຍະລາດ ແລະ ນາງ ແວວວັນ ເທບສຸວັນ ເງິນສົດ 600.000 ກີບ, ຮາກຖານຊາວໜຸ່ມໂຮງຮຽນ ມໍປາຍ ປາກຊັນ ເງິນສົດ 500.000 ກີບ, ຮາກຖານຊາວໜຸ່ມ ມສ ສີທ່ານາໄຊ ເງິນສົດ 200.000 ກີບ ເປັນກຽດຮັບໂດຍ ສະຫາຍ ທອງມະນີ ໂຄດປັນຍາ ເລຂາຄະນະບໍລິຫານງານຊາວໜຸ່ມແຂວງບໍລິຄຳໄຊ ແລະ ສະຫາຍ ວັນນະສິນ ສອນວິໄລ ຮອງເລຂາຄະນະບໍລິຫານງານຊາວໜຸ່ມແຂວງ.

About admins16