ວຽກງານສໍາຄັນ ທີ່ສື່ມວນຊົນຕ້ອງໄດ້ສຸມໃສ່ໃນປັດຈຸບັນ

ວຽກງານສື່ມວນຊົນ ແລະ ການພິມຈໍາໜ່າຍ ມີຄວາມສໍາຄັນຫຼາຍ ໃນການໂຄສະນາເຜີຍແຜ່ແນວທາງນະໂຍບາຍທີ່ຖືກຕ້ອງຂອງພັກ, ລະບຽບກົດໝາຍຂອງລັດ ໃຫ້ມີຄວາມວ່ອງໄວ, ຈະແຈ້ງ ແລະ ທົ່ວເຖິງ ທ່ານ ທອງເສີມ ບາວີຄໍາ ອາດີດຫົວໜາ້ພະແນກຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ແຂວງບໍລິຄຳໄຊ ໄດ້ໃຫ້ສຳພາດໃນວັນທີ 11 ສິງຫາ 2022 ກ່ຽວກັບວັນສ້າງຕັ້ງສື່ມວນຊົນ ແລະ ວັນພີມຈໍາໜ່າຍ ຄົບຮອບ 72 ປີ ( 13 ສິງຫາ 1950 – 13 ສິງຫາ 2022 ).

ໃນໄລຍະຜ່ານມາ ສື່ມວນຊົນ ແລະ ການພິມຈໍາໜ່າຍ ຂອງແຂວງບໍລິຄຳໄຊ ແມ່ນມີຄວາມຕັ້ງໜ້າ ແລະ ສາມາດຍາດໄດ້ຜົນສໍາເລັດໃນຫຼາຍດ້ານ ເປັນກະບອກສຽງທີ່ແຫຼມຄົມໃຫ້ແກ່ພັກ – ລັດ ໃນການໂຄສະນາເຜີຍແຜ່ ແລະ ປຸກລະດົມພໍ່ແມ່ປະຊາຊົນໃນທົ່ວສັງຄົມ ໃຫ້ມີແນວຄິດຫຼັກໝັ້ນ, ປະຕິບັດຕາມແນວທາງນະໂຍບາຍ, ລະບຽບກົດໝາຍ ຢ່າງເຂັ້ມງວດ, ເຮັດໃຫ້ສັງຄົມມີຄວາມສະຫງົບ, ມີຄວາມສາມັກຄີເປັນປຶກແຜນ, ເສດຖະກິດມີການຂະຫຍາຍຕົວຢ່າງຕໍ່ເນື່ອງ.

ແຕ່ຖິງຢ່າງໃດກໍ່ຕາມ ປັດຈຸບັນນີ້ ສະພາບການຂອງໂລກມີການຜັນແປໄປຢ່າງສັບສົນ ເຮັດໃຫ້ມີຜົນກະທົບຕໍ່ລາຄານໍ້າມັນ, ລາຄາສິນຄ້າ ແລະ ອື່ນໆ, ຕໍ່ສະພາບການດັ່ງກ່າວ ສື່ມວນຊົນຕ້ອງໄດ້ສຸມໃສ່ກໍາແນ້ນແນວທາງນະໂຍບາຍຕ່າງໆຢ່າງລະອຽດ ເພື່ອໄປຜັນຂະຫຍາຍໃຫ້ທົ່ວສັງຄົມ ຮັບຮູ້ເຂົ້າໃຈຢ່າງຖືກຕ້ອງ, ພ້ອມກັນນໍາໄປຈັດຕັ້ງປະຕິບັດ ແລະ ເຕົ້າໂຮມຄວາມສາມັກຄີຂອງພໍ່ແມ່ປະຊາຊົນ ພ້ອມກັນສຸ່ມໃສ່ປະຕິບັດ 2 ໜ້າທີ່ຍຸດທະສາດ ຄື: ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ.

ພ້ອມນັ້ນ ສື່ມວນຊົນ ຕ້ອງກໍາໄດ້ເຖິງສະພາບການຜັນແປຕ່າງໆໃນໂລກ ກໍ່ຄືໃນທົ່ວສັງຄົມ, ຕິດຕາມກວດກາ ແລະ ຕອບໂຕ້ ກຸ່ມຄົນບໍ່ຫວັງດີ ທີ່ຈະໃຊ້ບັນຫາດັ່ງກ່າວ ມາໂຄສະນາໂຈມຕີແນວທາງຂອງພັກ, ລະບຽບກົດໝາຍຂອງລັດ ຫວັງມ້າງເພທຳລາຍຄວາມສາມັກຄີພາຍໃນຊາດ, ສ້າງຄວາມແຕກແຍກ, ສ້າງຄວາມບໍ່ສະຫງົບ. ຕໍ່ບັນຫາດັ່ງກ່າວ ສື່ມວນຊົນ ຕ້ອງຕອບໂຕ້ໃຫ້ວ່ອງໄວ, ຫັນເປັນທັນສະໄໝ ໝູນໃຊ້ພາຫະນະສື່ມວນຊົນຕ່າງໆ ນໍາສົ່ງຂໍ້ມູນຂ່າວສານທີ່ຖືກຕ້ອງຕາມແນວທາງນະໂຍບາຍ ແລະ ລະບຽບກົດໝາຍຂອງພັກ – ລັດ ວາງອອກໃນແຕ່ລະໄລຍະ ໃຫ້ເຂົ້າເຖິງກຸ່ມເປົ້າໝາຍຢ່າງກວ້າງຂວາງ, ທຸກສະຖານທີ່ ແລະ ທຸກເວລາ.

ໂອກາດນີ້ ທ່ານ ທອງເສີມ ບາວີຄໍາ ຍັງໄດ້ຮຽກຮ້ອງມາຍັງນັກສື່ມວນຊົນ ໃຫ້ຖືເອົາວຽກງານສຶກສາອົບຮົມການເມືອງແນວຄິດເປັນກົກ ໃຫ້ມີສະຕິລະວັງຕົວ ບໍ່ຫຼົງຕໍ່ກົນອຸບາຍຂອງກຸ່ມຄົນບໍ່ຫວັງດີ, ມີຈັນຍາບັນ, ຈັນຍາທຳ ຕໍ່ໜ້າທີ່ວຽກງານ, ຮັບໃຊ້ຊາດ ແລະ ຮັບໃຊ້ປະຊາຊົນດ້ວຍຄວາມບໍລິສຸດໃຈ, ເພີ່ມທະວີຍົກລະດັບຄວາມຮູ້ຄວາມສາມາດ ໃຫ້ແກພະນັກງານວິຊາການ ຮຽກຮູເຕັກນິກທີ່ທັນສະໄໝ ສາມາດນໍາສົ່ງຂໍ້ມູນຂ່າວສານ ຢ່າງວ່ອງໄວ ທັນເຫດການ ແລະ ຖືກຕ້ອງຕາມຄວາມເປັນຈິງ ແນໃສ່ສົ່ງເສີມວຽກງານດ້ານດີ ແລະ ປັບປຸງແກ້ໄຂ ບາງວຽກງານທີ່ຍັງຄົງຄ້າງ ໃຫ້ໄດ້ຮັບການພັດທະນາໃຫ້ດີຂຶ້ນຢ່າງຕໍ່ເນື່ອງ.

About admins14