ສືບຕໍ່ລົງເຜີຍແຜ່ມະຕິກອງປະຊຸມຄົບຄະນະບໍລິຫານງານສະຫະພັນກຳມະບານແຂວງ ຄັ້ງທີ 2 ສະໄໝທີ VII


ໃນວັນທີ 12 ພະຈິກ 2020 ທີ່ສະໂມສອນໂຮງຮຽນ ມສ ຈອມທອງ ເມືອງວຽງທອງ ແຂວງບໍລິຄຳໄຊ ໄດ້ຈັດຕັ້ງເຜີຍແຜ່ມະຕິກອງປະຊຸມຄົບຄະນະບໍລິຫານງານສະຫະພັນກຳມະບານແຂວງ ຄັ້ງທີ 2 ສະໄໝທີ VII ແລະ ຜ່ານຮ່າງກອງທຶນທານູເຄາະຂອງສະຫະພັນກຳມະບານແຂວງ ໂດຍເປັນກຽດເຂົ້າຮ່ວມຂອງທ່ານ ວາວື່ ໄຊສືວື່ ຮອງປະທານສະຫະພັນກຳມະບານເມືອງ, ທ່ານ ໄພມະນີ ແກ້ວດວງສີ ຄະນະພັກຮາກຖານຫ້ອງການສືກສາທິການ ແລະ ກິລາ, ມີປະທານສະຫະພັນກຳມະບານຮາກຖານໂຮງຮຽນ ມສ ຈອມທອງ, ປະທານໜ່ວຍກຳມະບານ ແລະ ສາມະຊິກກຳມະບານທົ່ວເຂດເຂົ້າຮ່ວມ.


ໃນກອງປະຊຸມ ທ່ານ ວາວື່ ໄຊສືວື່ ຮອງປະທານສະຫະພັນກໍາມະບານເມືອງ ໄດ້ໃຫ້ກຽດຂື້ນເຜີຍແຜ່ເຊື່ອມຊື່ມມະຕິກອງປະຊຸມຄົບຄະນະບໍລິຫານງານສະຫະພັນກຳມະບານແຂວງ ຄັ້ງທີ 2 ສະໄໝທີ VII ວ່າ: ໃຫ້ເອົາໃຈໃສ່ເພີ່ມທະວີໃນການສຶກສາອົບຮົມແນວຄິດໃຫ້ສະມາຊິກກຳມະບານ, ຊາວຜູ້ອອກແຮງງານໄດ້ຮັບຮູ້ແນວທາງນະໂຍບາຍຂອງພັກ-ລັດ, ເອົາໃຈໃສ່ຂະຫຍາຍການຈັດຕັ້ງກຳມະບານໃຫ້ກວ້າງ ແລະ ແຂງແຮງ, ຕິດຕາມກວດກາປົກປ້ອງສິດຜົນປະໂຫຍດອັນຊອບທຳຂອງສະມາຊິກ, ສ້າງຂະບວນການແຂ່ງຂັນ 5 ເປັນເຈົ້າໃຫ້ຟົດຟື້ນ, ເສີມຂະຫຍາຍວຽກງານກອງທືນ ແລະ ໄດ້ປັບປູງກົດລະຽບກອງທືນໂດຍໄດ້ກຳນົດນະໂຍບາຍການລຸລູກ, ສະມາຊິກທີ່ນອນປີ່ນປົວອຳມະພາດ ແລະ ບັນຫາສຳຄັນອຶ່ນໆຕື່ມອີກ.

ກອງປະຊຸມ ໄດ້ຜ່ານຮ່າງກົດລະບຽບກອງທືນທານູເຄາະຂອງສະຫະພັນກຳມະບານແຂວງ ໃຫ້ສະມາຊິກກຳມະບານໄດ້ຮັບຮູ້ ແລະ ເຂົ້າໃຈ ພ້ອມທັງທາບທາມຄວາມຄິດເຫັນ ຕໍ່ກັບເນື້ອໃນກົດລະບຽບຂອງກອງທືນດັ່ງກ່າວ.

About admin11