ຄະນະບໍລິຫານງານຊາວໜຸ່ມ ເມືອງຄໍາເກີດ ທັດສະນະສຶກສາຄອບຄົວຊາວໜຸ່ມຕົວແບບ ບ້ານປາກປຶງ

ປະຕິບັດຕາມເນື້ອໃນຂໍ້ແຂ່ງຂັນ 4 ບຸກ ໂດຍສະເພາະແມ່ນບຸກເຂົ້າໃນການຝຶກຝົນຫຼໍ່ຫຼອມຮໍ່າຮຽນ, ບຸກດ້ານວິຊາຊີບ ສ້າງວຽກເຮັດງານທໍາ ໃນວັນທີ 13 ພະຈິກ 2020 ຄະນະບໍລິຫານງານຊາວໜຸ່ມແຂວງບໍລິຄໍາໄຊ ໂດຍ ທ່ານ ວັນນະສິນ ສອນວິໄລ ຮອງເລຂາຄະນະບໍລິຫານງານຊາວໜຸ່ມແຂວງ ໄດ້ຕ້ອນຮັບຄະນະບໍລິຫານງານຊາວໜຸ່ມເມືອງຄໍາເກີດ ນໍາໂດຍ ທ່ານ ທອງໃຂ ຄໍາມະວົງ ເລຂາຄະນະບໍລິຫານງານຊາວໜຸ່ມເມືອງຄໍາເກີດ ພ້ອມທີມງານ 35 ທ່ານ, ຍິງ 11 ທ່ານ ທີ່ເດີນທາງມາຈາກເມືອງຄໍາເກີດ ເພື່ອທັດສະນະສຶກສາ ແລະ ແລກປ່ຽນບົດຮຽນການລ້ຽງປາ ກັບ ທ່ານ ຄໍາບິ່ງ ເພັງມີໄຊ ຄອບຄົວຊາວໜຸ່ມຕົວແບບ ໃນການລ້ຽງປາ ຢູ່ບ້ານປາກປຶງ ເມືອງປາກຊັນ.

ການລົງທັດສະນະສຶກສາ-ແລກປ່ຽນບົດຮຽນ ຂອງຄະນະບໍລິຫານງານຊາວໜຸ່ມເມືອງຄໍາເກີດຄັ້ງນີ້ ເຫັນໄດ້ວ່າ ແຕ່ລະຄົນ ແມ່ນໄດ້ໃຫ້ຄວາມສົນໃຈ ພ້ອມທັງສອບຖາມເຈາະຈີ້ມ ຢ່າງລະອຽດກ່ຽວກັບວິທີການລ້ຽງ ເຊິ່ງທ່ານ ຄໍາບິ່ງ ເພັງມີໄຊ ກໍ່ພູມໃຈເປັນຢ່າງຍິ່ງ ທີ່ເພື່ອນສະຫາຍຊາວໜຸ່ມ ໄດ້ໃຫ້ຄວາມສົນໃຈ, ທ່ານໄດ້ເລົ່າລາຍລະອຽດກ່ຽວກັບວິທີການລ້ຽງປາດຸກ, ປານິນ, ໄກ່ລາດສາມສາຍເລືອດ ໂດຍເລີ່ມແຕ່ກຽມໜອງ, ຂ້າເຊຶື້ອ ແລະ ອານຸບານ ຈົນຮອດມື້ອອກຂາຍ ລວມທັງຕະຫຼາດຈໍາໜ່າຍ ເຊິ່ງເປັນບົດຮຽນ ແລະ ປະສົບການໃໝ່ໃຫ້ສະຫາຍຊາວໜຸ່ມເມືອງຄໍາເກີດ ນໍາໄປໝູນໃຊ້ເຂົ້າໃນກິດຈະກໍາພາຍໃນຄອບຄົວໃຫ້ໄດ້ຮັບຜົນດີ ເພື່ອເຮັດໃຫ້ຄອບຄົວຊາວໜຸ່ມຫຼຸດພົ້ນອອກຈາກຄວາມທຸກຍາກເທື່ອລະກ້າວ.

About admins14