ໂຮງຮຽນ ປກສ ຊັ້ນຕົ້ນເລກ 04 ແຂວງ ບໍລິຄໍາໄຊ ຈັດງານແຂ່ງຂັນກິລາເພື່ອຂ່ຳນັບຮັບຕ້ອນວັນຊາດ ທີ 2 ທັນວາ


ຕອນແລງ ວັນທີ 11 ພະຈິກ 2020 ນີ້ ໂຮງຮຽນ ປກສ ຊັ້ນຕົ້ນ ເລກ 04 ແຂວງບໍລິຄໍາໄຊ ໄດ້ສ້າງຂະບວນການແຂ່ງຂັນກິລາ ເພື່ອຂໍ່ານັບຮັບຕ້ອນ ວັນສໍາຄັນຂອງພັກ-ຂອງຊາດ, ໂດຍສະເພາະເພື່ອຕ້ອນຮັບສະເຫຼີມສະຫຼອງວັນຊາດ ທີ 2 ທັນວາ ຄົບຮອບ 45 ປີ ທີ່ໃກ້ຈະມາເຖີງນີ້ ໂດຍການເຂົ້າຮ່ວມຂອງທ່ານ ພັທ ເຄນພອນ ຄໍາພະໄຊ ອໍານວຍການໂຮງຮຽນ ປກສ ຊັ້ນຕົ້ນເລກ 04.


ການເເຂ່ງຂັນກິລາບານເຕະຊາຍຄູ່ທໍາອິດ ເປັນການພົບກັນລະຫວ່າງ ພະນັກງານ-ຄູອາຈານ ພົບກັບກອງຮ້ອຍ I, ການແຂ່ງຂັນແມ່ນໄດ້ດຳເນີນໄປຢ່າງເປັນຂະບວນການຟົດຟື້ນມ່ວນຊື່ນ ຈົບເຄີ່ງເວລາທໍາອິດ ທີມນັກກິລາກ້ອງຮ້ອຍ I ຍິງປະຕູຂຶ້ນນໍາໄປກ່ອນ 4 ປະຕູຕໍ່ 0, ກັບເຂົ້າມາໃນເຄີ່ງເວລາທີ່ສອງ ທັງສອງທີມພັດປ່ຽນກັນບຸກໃສ່ກັນຢ່າງດຸເດືອດ ເເຕ່ເປັນທີມຈາກກອງຮ້ວຍ I ທີ່ຄອງເກມໄດ້ດີກວ່າ ແລະ ເປັນກອງຮ້ອຍ I ຍິງເພີ່ມໄດ້ອີກ 2 ປະຕູ ຈົບການເເຂ່ງຂັນເຄີ່ງເວລາທີ່ສອງ ເປັນທີມນັກກິລາກອງຮ້ອຍ I ທີ່ເອົາຊະນະ ທີມ ພະນັກງານ-ຄູອາຈານໄປໄດ້ 6 ປະຕູຕໍ່ 0.

        ບານເຕະຊາຍຄູ່ທີ່ສອງ ເປັນການພົບກັນລະຫວ່າງ ກອງຮ້ອຍ I ພົບກັບກອງຮ້ອຍ II ການແຂ່ງຂັນ ດໍາເນີນໄປດ້ວຍຄວາມດຸເດຶອດ ຈົນຈົບເຄີ່ງເວລາທໍາອິດທັງສອງທີມຍັງສະເໝີກັນຢູ່ 0 ປະຕູຕໍ່ 0.

ກັບເຂົ້າມາໃນເຄີ່ງເວລາທີ່ສອງ ທັງສອງທີມກໍ່ໄດ້ພັດກັນບຸກ ແຕ່ບໍມີຝ່າຍໃດຍິງປະຕູກັນໄດ້ ຈົນຈົບເຄີ່ງເວລາທີ່ສອງ ທັງສອງທີມສະເໝີກັນໄປດ້ວຍຄະເເນນ 0 ປະຕູຕໍ່ 0.

ໃນມື້ດຽວກັນ ກໍ່ໄດ້ມີການແຂ່ງຂັນກິບານສົ່ງຍິງ ໂດຍຄູ່ທໍາອິດເປັນການພົບກັນຂອງພະນັກງານ-ຄູອາຈານ ພົບກັບກອງຮ້ອຍ I ການແຂ່ງຂັນດໍາເນີນໄປດ້ວຍຄວາມຟົດຟື້ນເບີກບານມ່ວນຊື່ນ, ໃນການແຂ່ງຂັນຄູ່ທໍາອິດ ທີມທີ່ຊະນະໄດ້ເເກ່ທີມກອງຮ້ອຍ I ແລະ ຄູ່ທີ່ສອງເປັນການພົບກັນລະຫວ່າງ ກອງຮ້ອຍ II ພົບກັບກອງຮ້ອຍ III ຜົນການແຂ່ງຂັນຂອງຄູ່ທີ່ສອງ ເເມ່ນທີມກອງຮ້ອຍ III ເປັນຝ່າຍຊະນະ.

About admin11