ສືບຕໍ່ຝຶກອົບຮົມ ຄຸ້ມຄອງການຖີ້ມຂີ້ເຫຍື້ອ ແລະ ກິດຈະກຳປູກຕົ້ນໄມ້ໃນພື້ນທີ່ໂຮງຮຽນ

ພິທີເປີດຝຶກອົບຮົມ ຄຸ້ມຄອງການຖີ້ມຂີ້ເຫຍື້ອ ແລະ ກິດຈະກຳປູກຕົ້ນໄມ້ໃນພື້ນທີ່ໂຮງຮຽນ ໄດ້ຈັດຂຶ້ນໃນຕອນບ່າຍຂອງວັນທີ 20 ຕຸລາ 2022 ຢູ່ໂຮງຮຽນ ມ.ປາຍ ປາກຊັນ, ເປັນກຽດເຂົ້າຮ່ວມຂອງທ່ານນາງ ຄຳໃບ ບໍລິວັນ ຮອງປະທານສະຫະພັນແມ່ຍິງແຂວງ ແລະ ທ່ານ ບຸນມະນີ ສຸລິວົງ ວ່າການຜູ້ອຳນວຍການໂຮງຮຽນ ມ.ປາຍ ປາກຊັນ, ມີຜູ້ຕາງໜ້າຈາກພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມແຂວງ, ພະແນກ ຍທຂ ແຂວງ, ອພບຕ ຂະແໜງການກ່ຽວຂ້ອງ, ຄູອາຈານ ແລະ ນັກຮຽນພາຍໃນໂຮງຮຽນ ເຂົ້າຮ່ວມ.

ການຝຶກອົບຮົມ ຄຸ້ມຄອງການຖີ້ມຂີ້ເຫຍື້ອ ແລະ ກິດຈະກຳປູກຕົ້ນໄມ້ໃນພື້ນທີ່ໂຮງຮຽນ ແມ່ນໄດ້ເລີ່ມປະຕິບັດມາແຕ່ 13 ຕຸລາ 2022 ເປັນຕົ້ນມາ ເຊິ່ງລວມທັງໝົດ 8 ໂຮງຮຽນ ຄື: ໂຮງຮຽນປະຖົມສົມບູນບ້ານປັດຊຸມ, ປະຖົມ ສີສະອາດ, ປະຖົມ ນາສົ້ມມໍ, ປະຖົມ ປາກຊັນໃຕ້, ມໍຕົ້ນ ປາກຊັນ, ມໍຕົ້ນໂພສີ, ມໍຕົ້ນ ປາກຊັນໃຕ້, ມ.ສ ສີທ່ານາໄຊ ແລະ ມ.ປາຍ ປາກຊັນ.

ການຝຶກອົບຮົມ ຄຸ້ມຄອງການຖີ້ມຂີ້ເຫຍື້ອ ໃນໂຮງຮຽນ ແມ່ນມີເປົ້າໝາຍ ເພື່ອປູກຈິດສໍານຶກໃຫ້ນ້ອງນັກຮຽນ ຮູ້ຈັກວິທີການ ຄັດແຍກຂີ້ເຫຍື້ອ, ການຖີ້ມຂີ້ເຫຍື້ອທີ່ຖືກຕ້ອງຕາມຫລັກວິຊາການ ເພື່ອເຮັດໃຫ້ຊຸມຊົນທີ່ມີຄວາມສະອາດ ແລະ ມີສະພາບແວດລ້ອມທີ່ດີ.

ຊຸດຝຶກອົບຮົມຄັ້ງນີ້ ຍັງໄດ້ເຮັດກິດຈະກຳ ຮ່ວມກັບນ້ອງນັກຮຽນ ໃນການຖາມ – ຕອບ ກ່ຽວກັບການຖິ້ມຂີ້ເຫຍື້ອໃຫ້ຖືກວິທີ ເປັນຕົ້ນແມ່ນ ການໄຈ້ແຍກຂີ້ເຫຍື້ອ, ການແຍກປະເພດຂີ້ເຫຍື້ອທີ່ຖືກຕ້ອງ ເຊິ່ງຈະມີ 4 ປະເພດ ຄື: ຂີ້ເຫຍື້ອປຽກ, ຂີ້ເຫຍື້ອທົ່ວໄປ, ຂີ້ເຫຍື້ອລີໄຊເຄີຣ ແລະ ຂີ້ເຫຍື້ອອັນຕະລາຍ, ຕອນທ້າຍ ຍັງໄດ້ມອບຖັງໃສ່ຂີ້ເຫຍື້ອຈຳນວນ 4 ຖັງ, ເບ້ຍໄມ້ ແລະ ປ້າຍຊີ້ບອກບ່ອນຖີ້ມຂີ້ເຫຍື້ອ ໃຫ້ໂຮງຮຽນ ມ.ປາຍ ປາກຊັນ.

About admins16