ສຳເລັດກອງປະຊຸມໃຫຍ່ ຄັ້ງທີ III ຂອງສະມາຄົມນັກປະພັນ ສາຂາແຂວງບໍລິຄຳໄຊ

ກອງປະຊຸມໃຫຍ່ ຄັ້ງທີ III ສະມາຄົມນັກປະພັນ ສາຂາແຂວງບໍລິຄຳໄຊ ໄດ້ຈັດຂຶ້ນໃນຕອນເຊົ້າຂອງວັນທີ 20 ຕຸລາ 2022 ຢູ່ຫ້ອງປະຊຸມຂອງພະແນກຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວແຂວງ ໂດຍພາຍໃຕ້ການເປັນປະທານຂອງທ່ານ ເຄນ ລໍມະນີ ປະທານສະມາຄົມນັກປະພັນ ສາຂາແຂວງບໍລິຄຳໄຊ, ເປັນກຽດເຂົ້າຮ່ວມຂອງທ່ານ ທອງໃບ ໂພທິສານ ປະທານ ສະມາຄົມນັກປະພັນລາວ ແລະ ທ່ານ ບຸນຄຳ ໄຊເຍຍລໍວື່ ຄະນະປະຈຳພັກແຂວງ ປະທານແນວລາວສ້າງຊາດແຂວງ, ມີຄະນະພະແນກ ຖວທ ແຂວງ, ພະແນກການ, ແຂກຖືກເຊີນ ແລະ ສະມາຊິກນັກປະພັນສາຂາແຂວງບໍລິຄຳໄຊ ເຂົ້າຮ່ວມ.

ສະມາຄົມນັກປະພັນລາວ ສາຂາແຂວງບໍລິຄຳໄຊ ແມ່ນສະມາຄົມວິຊາການ ແລະ ການປະດິດຄິດແຕ່ງ, ເປັນສາຂາ ຂອງສະມາຄົມນັກປະພັນແຫ່ງຊາດລາວ ຊຶ່ງໄດ້ຮັບການອະນຸມັດສ້າງຕັ້ງຂຶ້ນຕາມຂໍ້ຕົກລົງ ຂອງປະທານສະມາຄົມນັກປະພັນລາວ ໃນຊຸມປີຜ່ານມາ, ສະພາບການຂອງໂລກ ແລະ ພາຍໃນປະເທດ ໄດ້ຜັນແປໄປຢ່າງສັບສົນ ອັນສົ່ງຜົນກະທົບຫລາຍດ້ານຕໍ່ການພັດທະນາເສດຖະກິດ, ວັດທະນະທໍາ – ສັງຄົມ ຂອງປະເທດເຮົາ ຊຶ່ງມັນກະທົບໂດຍກົງເຖິງແນວຄິດຈິດໃຈ ແລະ ອາລົມຈິດຂອງນັກປະພັນລາວ ເວົ້າສະເພາະກໍແມ່ນນັກປະພັນລາວ ຢູ່ພາຍໃນແຂວງ ເຮັດໃຫ້ການປະດິດຄິດແຕ່ງ, ການປະພັນວັນນະຄະດີ ມີໜ້ອຍລົງ.

ການປະກວດບົດປະພັນຕ່າງໆ ຖືກຢຸດ, ແຕ່ເຖິງຢ່າງໃດກໍ່ຕາມ ໂດຍອີງຕາມມະຕິຂອງພັກ ວ່າດ້ວຍການເພີ່ມທະວີການນຳພາຂອງພັກ ຕໍ່ວຽກງານວັດທະນະທໍາໃນໄລຍະໃໝ່ ຊຶ່ງໄດ້ເນັ້ນໃສ່ຄົ້ນຄວ້າ, ຮີບໂຮມ, ຈັດພິມ ເຜີຍແຜ່ຄວາມອຸດົມສົມບູນ ຂອງພາສາລາວ, ວັນນະຄະດີລາວ, ຊຸກຍູ້ການປະດິດຄິດແຕ່ງວັນນະຄະດີປະເພດຕ່າງໆ, ສົ່ງເສີມວັດທະນະທຳການອ່ານ, ການຂຽນ, ການແປ ຢ່າງກວ້າງຂວາງໃນທົ່ວສັງຄົມ, ຍົກລະດັບດ້ານການຄົ້ນຄິດ, ປະດິດແຕ່ງດ້ານສິລະປະວັນນະຄະດີໃຫ້ໂດດເດັ່ນ, ມີຊີວິດຊີວາ, ຊຸກຍູ້ສົ່ງເສີມນັກຂຽນເກັ່ງ, ບົດປະພັນດີເດັ່ນໃຫ້ໄດ້ຮັບນາມມະຍົດ ແລະ ລາງວັນໃນລະດັບຊາດ, ພາກພື້ນ ແລະ ສາກົນໃຫ້ຫລາຍຂຶ້ນນັ້ນ ຄະນະສະມາຄົມນັກປະພັນລາວສາຂາແຂວງ ໄດ້ຮ່ວມກັບສະມາຊິກນັກ ປະພັນ ພ້ອມກັນປຸກລະດົມມວນຊົນ ຜູ້ທີ່ມີພອນສະຫວັນ ດ້ານການຂຽນ, ດ້ານການປະພັນບົດປະເພດຕ່າງໆ ເຊັ່ນ: ບົດກະວີ, ບົດເລື່ອງສັ້ນ, ເລື່ອງຍາວ, ບົດເພງ ເຂົ້າຮ່ວມປະກວດຢູ່ຂັ້ນສູນກາງ ມີຈຳນວນໜຶ່ງກໍໄດ້ຮັບລາງວັນ ແລະ ອີກຈຳນວນໜຶ່ງ ກໍ່ໄດ້ບົດຮຽນປະສົບການຜົນງານການຂຽນໃຫ້ແກ່ຕົນເອງ ແລະ ສະມາຄົມ.

ໃນໄລຍະ 7 ປີ ທີ່ຜ່ານມາ ສາມາດສັງລວມ ຜົນງານການປະດິດແຕ່ງ ຂອງບັນດາສະມາຊິກສະມາຄົມນັກປະພັນລາວ ສາຂາແຂວງ ໄດ້ດັ່ງນີ້: ປະພັນບົດເລື່ອງສັ້ນ ໄດ້ທັງໝົດ 69 ບົດ, ບົດກາບກອນ – ກະວິ ໄດ້ 54 ບົດ, ບົດສະເໜີ – ບົດສາລະຄະດີ 51 ບົດ, ບົດບັນທຶກ 2 ບົດ, ບົດເພງ – ບົດລຳ 112 ບົດ, ຂຽນ ແລະ ຈັດພິມປຶ້ມ ປະຫວັດສາດລາວໂດຍຫຍໍ້ ໄດ້ 1 ເຫລັ້ມ, ໂຮມປື້ມກະວີ ສະຫລອງເມືອງວຽງໄຊ ຄົບຮອບ 50 ປີ 1 ເຫລັ້ມ, ໂຮມບົດບັນທຶກຄວາມຊົງຈຳ ຮ່ວມສຳພັນສູ້ຮົບ ລາວ – ຫວຽດນາມ 1 ເຫຼັ້ມ, ໂຮມປື້ມເລື່ອງສັ້ນ 1 ເຫຼັ້ມ, ໂຮມນິທານ ປາກເປົ່າ 2 ເຫຼັ້ມ, ປຶ້ມປະຫວັດ ທ່ານ ທອງບັນ ແສງອາພອນ, ທ່ານ ວິໄລວັນ ພົມເຂ, ປື້ມປະຫວັດສາດເມືອງຄຳເກີດ, ບໍລິຄັນ, ທ່າພະບາດ ແລະ ປຶ້ມປະຫວັດຄວາມເປັນມາຂອງໄຕແມນ ບົດລະ 1 ເຫຼັ້ມ. ສະມາຊິກນັກປະພັນ ພວກເຮົາໄດ້ສົ່ງບົດປະພັນ, ບົດກະວີ, ບົດເພງ ເຂົ້າປະກວດໃນງານ ຕ່າງໆ ເປັນຈຳນວນເກືອບ 100 ບົດ ແລະ ໄດ້ຮັບລາງວັນ ປະເພດຕ່າງໆ ລວມມີ ທັງໝົດ 15 ປົດ.

ຈາກນັ້ນ ຜູ້ແທນກອງປະຊຸມ ໄດ້ພ້ອມກັນໃຊ້ສິດປະຊາທິປະໄຕຂອງຕົນ ປ່ອນບັດຄັດເລືອກເອົາຄະນະບໍລິຫານງານ ສະມາຄົມນັກປະພັນສາຂາແຂວງບໍລິຄຳໄຊ ຊຸດໃໝ່ ແລະ ໃນກອງປະຊຸມຄັ້ງປະຖົມມະລຶກ ໄດ້ເປັນເອກະສັນກັນເລືອກເອົາທ່ານ ເຄນ ລໍມະນີ ເປັນປະທານສະມາຄົມນັກປະພັນສາຂາແຂວງບໍລິຄຳໄຊ, ທ່ານ ພູວັນ ໄຊຍະສານ ເປັນຮອງປະທານ ທັງເປັນຜູ້ປະຈຳການ, ທ່ານ ວົງເດືອນ ເທບທອງແສງ ເປັນຮອງປະທານ, ທ່ານ ຈັນທະພອນ ວັນນະຈິດ ເປັນກຳມະການ ທັງເປັນຜູ້ກວດກາ, ທ່ານ ນາງ ອ່ອນຈັນ ພົມມະຈັນ ເປັນກຳມະການ.

About admins16