ພະແນກສາທາລະນະສຸກແຂວງ ເຜີຍແຜ່ນິຕິກໍາສໍາຄັນຂອງພັກ, ລັດຖະບານ ແລະ ຂອງແຂວງ

ໃນຕອນເຊົ້າຂອງວັນທີ 21 ຕຸລາ 2022 ພະແນກສາທາລະນະສຸກ ແຂວງບໍລິຄຳໄຊ ໄດ້ຈັດພິທີເຜີຍແຜ່ນິຕິກໍາທີ່ສໍາຄັນຂອງພັກ, ລັດຖະບານ ແລະ ຂອງແຂວງ ຢູ່ຫ້ອງປະຊຸມຂອງຕົນ, ໃຫ້ກຽດເຜີຍແຜ່ໂດຍ ທ່ານ ດຣ ສອນໄຊ ປັນຍານຸວົງ ກຳມະການພັກແຂວງ ຫົວໜ້າພະແນກສາທາລະນະສຸກແຂວງ, ມີຄະນະພະແນກ, ຫົວໜ້າ – ຮອງຫົວໜ້າຂະແໜງ ພ້ອມດ້ວຍພະນັກງານວິຊາການພາຍໃນພະແນກ ເຂົ້າຮ່ວມ.

ໃນກອງປະຊຸມ ໄດ້ຮັບຟັງການເຜີຍແຜ່ມະຕິກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ ຄັ້ງທີ 4 ສະໄໝທີ XI ແລະ ຮັບຟັງການເຜີຍແຜ່ມະຕິກອງປະຊຸມຄົບຄະນະບໍລິຫານງານພັກແຂວງບໍລິຄຳໄຊ ຄັ້ງທີ 8 ສະໄໝທີ VII ທີ່ໄດ້ຄົ້ນຄວ້າ, ປຶກສາຫາລື ແລະ ໃຫ້ທິດຊີ້ນໍາບັນຫາສຳຄັນ ເປັນຕົ້ນແມ່ນ ຕີລາຄາຜົນສໍາເລັດການຜັນຂະຫຍາຍມະຕິກອງປະຊຸມໃຫຍ່ອົງຄະນະພັກແຂວງ ສະໄໝທີ VII, ວຽກງານຮອບດ້ານຂອງແຂວງ ໃນໄລຍະ 6 ເດືອນຕົ້ນປີ ຕິດພັນກັບການຈັດຕັ້ງປະຕິບັດ 2 ວາລະແຫ່ງຊາດ, ຮັບຮອງເອົາທິດທາງວຽກງານຈຸດສຸມ 6 ເດືອນທ້າຍປີ 2022 ທີ່ຕ້ອງໄດ້ສຸມໃສ່ຈັດຕັ້ງປະຕິບັດ ໂດຍສະເພາະແມ່ນວຽກງານແນວຄິດ, ວຽກງານປ້ອງກັນຊາດ – ປ້ອງກັນຄວາມສະຫງົບ, ການພັດທະນາເສດຖະກິດ ແລະ ແກ້ໄຂຄວາມທຸກຍາກຂອງປະຊາຊົນ, ການພັດທະນາວັດທະນະທຳ – ສັງຄົມ ແລະ ວຽກງານອື່ນໆ.

ຮັບຟັງການເຜີຍແຜ່ ເອກະສານນໍາພາແນວຄິດ ກ່ຽວກັບຄວາມຫຍຸ້ງຍາກທາງດ້ານເສດຖະກິດ – ການເງິນ ພາຍໃຕ້ຄໍາຂວັນ “ ພົນລະເມືອງລາວທຸກຄົນເປັນເຈົ້າຂອງປະເທດຊາດ, ຍາມປະເທດຊາດພົບຄວາມຫຍຸ້ງຍາກຂັດສົນ, ທຸກຄົນຕ້ອງຊ່ວຍຊາດ ເພື່ອພ້ອມກັນຂ້າມວິກິດການໄປໃຫ້ໄດ້ ”, ໄດຍົກໃຫ້ເຫັນເຖິງສະພາບພາກພື້ນ ແລະ ສາກົນ ທີ່ຍັງສືບຕໍ່ຜັນແປຢ່າງສັບສົນຈາກຫຼາຍສາເຫດ ທີ່ສົ່ງຜົນກະທົບຕໍ່ລາຄາສິນຄ້າໃນຕະຫຼາດໂລກ, ຕ່ອງໂສ້ການຜະລິດ ແລະ ການລົງທຶນ, ພ້ອມນັ້ນ ຍັງຍົກໃຫ້ເຫັນສະພາບພາຍໃນ ໂດຍສະເພາະແມ່ນບັນຫາລະບົບການເງິນແຫ່ງຊາດໃນປັດຈຸບັນ, ສະພາບການຄຸ້ມຄອງການນໍາເຂົ້ານ້ຳມັນເຊື້ອໄຟ, ລາຄາສິນຄ້າໃນທ້ອງຕະຫຼາດທີ່ມີທ່າອ່ຽງສູງ ແລະ ມາດຕະການ, ວິທີແກ້ໄຂຂອງແຕ່ລະບັນຫາ ທີ່ຕ້ອງໄດ້ເລັ່ງສຸມໃສ່ຈັດຕັ້ງປະຕິບັດໃຫ້ໄດ້ປະສິດທິຜົນສູງສຸດ.

ນອກນັ້ນ ຍັງໄດ້ຮັບຟັງການເຜີຍແຜ່ດໍາລັດ ສະບັບເລກທີ 205/ລບ, ລົງວັນທີ 22 ກໍລະກົດ 2022 ວ່າດ້ວຍການປະຢັດ ແລະ ຕ້ານການຟຸມເຟືອຍ, ກົດລະບຽບພັກປະຊາຊົນປະຕິວັດລາວ ສະໄໝທີ XI, ກົດໝາຍວ່າດ້ວຍພະນັກງານລັດຖະກອນ ເລກທີ 74/ສພຊ ແລະ ກົດໝາຍວ່າດ້ວຍການສໍ້ລາດບັງຫຼວງ ເລກທີ 27/ສພຊ.

About admins16