ປີ 2022 ບໍລິຄຳໄຊ ສາມາດອອກໃບຕາດິນໄດ້ 7 ພັນກວ່າຕອນ ແລະ ຈະສູ້ຊົນໃຫ້ໄດ້ 21 ພັນຕອນ ໃນປີ 2023

ກອງປະຊຸມແລກປ່ຽນ, ຖອດຖອນບົດຮຽນວຽກງານພົ້ນເດັ່ນ ປະຈຳປີ 2022 ແລະ ວາງທິດທາງແຜນການ 2023 ຂອງພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ( ຊສ ) ແຂວງບໍລິຄຳໄຊ ໄດ້ຈັດຂຶ້ນໃນຕອນເຊົ້າຂອງວັນທີ 16 ກຸມພາ 2023 ຢູ່ຫ້ອງປະຊຸມຂອງຕົນ, ໂດຍການເປັນປະທານຂອງທ່ານ ສົມສະຫງວນ ສຸວັນນະລາດ ຫົວໜ້າພະແນກ ຊສ ແຂວງ, ມີຄະນະພະແນກ, ຂະແໜງການ ແລະ ຫົວໜ້າຫ້ອງການ 7 ຕົວເມືອງ ເຂົ້າຮ່ວມ.

ຂົງເຂດຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມທົ່ວແຂວງ ເປັນຂະແໜງການໜື່ງອຳນວຍຄວາມສະດວກ ຢັ້ງຢືນວຽກຕ່າງໆຕໍ່ການພັດທະນາ ເສດຖະກິດ ແລະ ສັງຄົມ, ການລົງທຶນ, ແກ້ໄຂຊີວິດການເປັນຢູ່ຂອງພໍ່ແມ່ປະຊາຊົນເຊັ່ນ: ວຽກທີ່ດິນ, ສິ່ງແວດລ້ອມ, ນໍ້າ, ລວມທັງການຕິດຕາມດິນຟ້າອາກາດ ແລະ ການປ່ຽນແປງ.

ໃນ 1 ປີຜ່ານມາ ໄດ້ສຸມໃສ່ປັບປຸງກົງຈັກ ໃນລະບົບການເມືອງຕາມທິດກະທັດຫັດ, ສົມເຫດສົມຜົນ, ໂປ່ງໃສ, ເຂັ້ມແຂງ ສອດຄ່ອງຕາມທິດສາມສ້າງ, ຫັນວຽກ, ຫັນຄົນ, ແຜນງົບປະມານ, ລົງສູ່ເມືອງ ເຮັດໃຫ້ພະນັກງານ-ລັດຖະກອນ ມີຄຸນນະພາບດີຂຶ້ນເປັນກ້າວໆ ສາມາດອອກໃບຕາດິນໄດ້ 7.138 ຕອນ ເທົ່າກັບ 101,97%, ສໍາມະໂນຕອນດິນໄດ້ 4,527 ຕອນ ເທົ່າກັບ 152,07%, ລົງກວດກາ ດິນເຊົ່າ-ສຳປະທານທົ່ວແຂວງໃນ 6 ເມືອງ ມີ 112 ໂຄງການ ປະຕິບັດໄດ້ 48 ໂຄງການ, ສຳເລັດການສ້າງຕັ້ງໜ່ວຍງານອອກໃບຕາດິນ ຢູ່ໃນ 03 ເມືອງ ( ເມືອງປາກຊັນ, ທ່າພະບາດ, ປາກກະດິງ ) ເຊິ່ງມີເປົ້າໝາຍອອກໃບຕາດິນຈຳນວນ 11.000 ຕອນໃນ 42 ບ້ານ, ເຊິ່ງໃນປະຈຸບັນນີ້ກຽມລົງເຄື່ອນໄຫວວຽກງານຕົວຈິງຢູ່ໃນ 03 ເມືອງເປົ້າໝາຍຂອງໂຄງການ.

ກວດກາດິນທີ່ລະເມີດດ້ານກົດໝາຍ, ລະບຽບການ ຄືນມາເປັນດິນລັດໄດ້ ປະມານ 400 ກວ່າເຮັກຕາ, ອອກໃບຕາດິນລັດໄດ້ 06 ຕອນ, ມີເນື້ອທີ່ 716 ຮຕ, ສໍາຫຼວດດິນໃຫ້ໂຄງການ, ບໍລິສັດເຊົ່າ-ສຳປະທານໄດ້ 04 ໂຄງການ ມີເນື້ອທີ່ປະມານ 455 ຮຕ, ສໍາເລັດການຕິດຕາມ ຄຸນນະພາບນໍ້າ ໄດ້ 5 ຄັ້ງ ໃນນັ້ນ ຕິດຕາມກວດກາຄຸນນະພາບນໍ້າໃນສາຍນໍ້າຫຼັກ ແລະ ນໍ້າຍ່ອຍ 1 ຄັ້ງ ແລະ ບັນດາໂຄງການພັດທະນາ 4 ຄັ້ງ, ອອກອະນຸຍາດຕໍ່ໃບຢັ້ງຢືນສິ່ງແວດລ້ອມໃຫ້ໂຄງການລົງທຶນ ແລະ ກິດຈະການຕ່າງໆ ໃຫ້ທັງໝົດ 115 ຫົວໜ່ວຍ, ອອກໃໝ່ 34 ຫົວໜ່ວຍ ແລະ ຕໍ່ໃບຢັ້ງຢືນ 81 ຫົວໜ່ວຍ ເທົ່າກັບ 66,09%, ສໍາເລັດການແບ່ງໂຊນດິນຄັງລ້ຽງສັດ ໃນເນື້ອທີ່ 1.295 ເຮັກຕາ ເພື່ອໃຫ້ປະຊາຊົນນຳເອົາສັດເຂົ້າມາລ້ຽງຢູ່ຄັງ ເຊິ່ງແບ່ງ ອອກເປັນ 5 ໂຊນ ຕາມເຂດ-ບ້ານ ແລະ ຄວາມເໝາະສົມ.

ສຳລັບທິດທາງແຜນການໃນຕໍ່ໜ້າ ສືບຕໍ່ສຶກສາການເມືອງແນວຄິດ ໃຫ້ແກ່ພະນັກງານ-ລັດຖະກອນ ໃຫ້ເປັນປົກກະຕິ, ສຸມໃສ່ ແຜນການສູ້ຊົນໂຕເລກອອກໃບຕາດິນ ໃຫ້ໄດ້ຕາມແຜນການປີ 2023, ເປັນຕົ້ນຢູ່ບັນດາເມືອງເປົ້າໝາຍ ອອກໃບຕາດິນເປັນລະບົບຂອງບັນດາເມືອງ ແລະ ຂະແໜງການ ຈະສູ້ຊົນໃຫ້ໄດ້ທັງໝົດ 21.000 ຕອນ, ສ້າງໂຮງຮຽນສີຂຽວ ສະອາດງາມຕາ ຢູ່ເມືອງປາກຊັນໃຫ້ໄດ້ 3 ແຫ່ງ, ໂຄສະນາເຜີຍແຜ່ຂໍ້ມູນ-ຂ່າວສານ, ລະບຽບກົດໝາຍ, ສ້າງຈິດສຳນຶກ ກ່ຽວກັບ ຄຸ້ມຄອງສິ່ງແວດລ້ອມສັງຄົມ ແລະ ຊຸກຍູ້ການຫຼຸດຜ່ອນຂີ້ເຫຍື້ອ ດ້ວຍການນຳໃຊ້ຫຼັກການ 3R ໃຫ້ໄດ້ 4 ເມືອງ ພ້ອມທັງສະໜອງຖັງໃສ່ຖັງຂີ້ເຫຍື້ອແຕ່ລະ ປະເພດໃຫ້ໄດ້ 5 ຄັ້ງ, ສົ່ງເສີມ ໃນການປັບປຸງລະບົບການຈັດເກັບສິ່ງເສດເຫຼືອ, ປັບປຸງຂອບເຂດ, ຈັດສັນສະໜາມຖິ້ມຂີ້ເຫຍື້ອ ຂອງບັນດາເມືອງໃຫ້ມີຄວາມເປັນລະບຽບຮຽບຮ້ອຍ, ມີມາດຕະຖານ ແລະ ຢືນຍົງ.

About admins16