ສຳເລັດ ຊຸດອົບຮົມວິຊາຊີບຂະແໜງຕັດຫຍິບ ໃຫ້ຊາວໜຸ່ມເປົ້າໝາຍຢູ່ເມືອງວຽງທອງ

 ໃນວັນທີ 1 ມີຖຸນາ 2022 ຢູ່ສູນການສຶກສານອກໂຮງຮຽນ ເມືອງ ວຽງທອງ, ແຂວງ ບໍລິຄໍາໄຊ ໄດ້ຈັດພິທີປິດຊຸດຝຶກອົບຮົມການຮຽນ-ການສອນວິຊາຊີບ ຂະແໜງຕັດຫຍິບ ໄລຍະ 3 ເດືອນໃຫ້ຊາວໜຸ່ມຜູ້ດ້ອຍໂອກາດຢູ່ໃນບ້ານເປົ້າໝາຍຂອງແຜນງານພັດທະນາທ້ອງຖີ່ນແຂວງບໍລິຄໍາໄຊ, ແຜນງານລາວ/030 ໂດຍເປັນກຽດເຂົ້າຮ່ວມຂອງ ທ່ານ ບຸນຖອງ ວົງໄຊຍະລາດ ຮອງຫົວໜ້າ ຫ້ອງການສຶກສາທິການ ແລະ ກິລາເມືອງ, ທ່ານ ບຸນຊື່ນ ດວງມະນີ ຕາງໜ້າພະແນກແຜນການ ແລະ ການລົງທືນແຂວງ, ມີພາກສ່ວນທີ່ກ່ຽວຂ້ອງ, ຄູ-ອາຈານ ແລະ ນັກຝຶກອົບຮົມເຂົ້າຮ່ວມ.

  ພາຍໃນສູນມີອາຈານສອນບໍາລຸງທົ່ວໄປລວມທັງໝົດ 10 ສະຫາຍ, ຍິງ 4 ສະຫາຍ, ມີຄູຝຶກຕັດຫຍິບ 4 ສະຫາຍ, ຍິງ 4 ສະຫາຍ, ຄູຝຶກເຄື່ອງຜູ້ຍິງ 2 ສະຫາຍ, ຄູຝຶກເຄື່ອງຜູ້ຊາຍ 2 ສະຫາຍ. ໃນການຝຶກອົບຮົມຄັ້ງນີ້ມີສຳມະນາກອນ 12 ຄົນ ເຊີ່ງໄດ້ຮຽນຕາມຄູ່ມືການສິດສອນວິຊາຕັດຫຍິບທີ່ທາງກົມການສຶກສານອກໂຮງຮຽນເປັນຜູ້ກຳນົດ ໂດຍໄດ້ຈັດແບ່ງເວລາຮຽນໜື່ງວັນມີ 6 ຊົ່ວໂມງຮຽນ, ຜູ້ເຂົ້້າຝຶກໄດ້ຮຽນຮູ້ກ່ຽວກັບການແຕ້ມແບບຊຸດ, ຕັດ ແລະ ຫຍິບສິ້ນ, ຫຍິບກະໂປງ, ຫຍິບໂສ້ງຫົວຫູດ, ຫຍິບເສື້ອຄໍມົນແບບພື້ນຖານ, ຫຍິບເສື້ອຄໍຈີນ, ຫຍິບເຊື້ອຄໍເຊີດ, ຫຍິບເສື້ອຄໍຮາວາຍ, ຫຍິບເສື້ອຄໍປ້າຍ, ລວມເວລາຮຽນທັງໝົດມີ 13 ອາທິດ 360 ຊົ່ວໂມງຮຽນ, ຜ່ານການຮຽນຄັ້ງນີ້ຜູ້ເຂົ້າຮຽນມີຄວາມເຂົ້າໃຈຕໍ່ບົດຮຽນ ແລະ ສາມາດນໍາໄປປະກອບອາຊີບຂອງຕົນໄດ້. ໃນພິທີ ໄດ້ມອບໃບຢັ້ງຢືນການຝຶກອົບຮົມໃຫ້ແກ່ນັກຝຶກອົບຮົມ ເຊີ່ງເປັນກຽດມອບໃບຢັ້ງຢືນ ແລະ ໃຫ້ຄໍາເຫັນໂອ້ລົມໃຫ້ທິດຊີ້ນໍາຕໍ່ນັກຝຶກອົບຮົມ ໂດຍທ່ານ ບຸນຖອງ ວົງໄຊຍະລາດ

 

About admin11