ພິທີເຊັນບົດບັນທຶກລະຫວ່າງອົງການໄອຍະການເຂດ I ແລະ ກອງບັນຊາການ ປກສ 04 ຕົວເມືອງ.

  ພິທີເຊັນບົດບັນທຶກຮ່ວມລະຫວ່າງອົງການໄອຍະການປະຊາຊົນ ເຂດ I  ແຂວງ ບໍລິຄໍາໄຊ ແລະ ກອງບັນຊາການ ປກສ 04 ຕົວເມືອງ ຄື: ປກສ ເມືອງ ປາກຊັນ, ປກສ ເມືອງ ບໍລິຄັນ, ປກສ ເມືອງທ່າພະບາດ ແລະ ປກສ ເມືອງ ປາກກະດິງ ວ່າດ້ວຍການກໍານົດກົນໄກປະສານງານ ໄດ້ຈັດຂື້ນໃນຕອນເຊົ້າວັນທີ 31 ພຶດສະພາ 2022 ທີ່ຫ້ອງປະຊຸມອົງການໄອຍະການປະຊາຊົນ ເຂດ I, ໂດຍການເປັນປະທານຮ່ວມລະຫວ່າງ ທ່ານ ອໍານວຍພອນ ມາລາວົງ ຫົວໜ້າອົງການໄອຍະການປະຊາຊົນ ເຂດ I , ທ່ານ ພັນໂທ ລາຕີ ພິລາວົງ ຫົວໜ້າກອງບັນຊາການ ປກສ ເມືອງປາກຊັນ, ທ່ານ ພັນໂທ ແກ້ວສຸວັນ ວັນນະແຝງ ຫົວໜ້າ ກອງບັນຊາການ ປກສ ເມືອງ ບໍລິຄັນ, ທ່ານ ພັນໂທ ດວງໄຊ ຈັນທະວັງໂສ ຫົວໜ້າ ກອງບັນຊາການ ປກສ ເມືອງ ທ່າພະບາດ, ທ່ານ ພັນໂທ ຄໍາໄພ ແສນສົມບັດ ຮອງຫົວໜ້າກອງບັນຊາການ ປກສ ເມືອງ ປາກກະດິງ, ມີຄະນະອົງການໄອຍະການປະຊາຊົນເຂດ I, ຫົວໜ້າໜ່ວຍງານທີ່ກ່ຽວຂ້ອງເຂົ້າຮ່ວມ.

 ບົດບັນທຶກຮ່ວມລະຫວ່າງອົງການໄອຍະການປະຊາຊົນ ສູງສຸດ ແລະ ກະຊວງປ້ອງກັນຄວາມສະຫງົບວ່າດ້ວຍການກໍານົດກົນໄກປະສານງານໃນການຈັດຕັ້ງປະຕິບັດບົດບັນທຶກຮ່ວມ 04 ພາກສ່ວນກ່ຽວກັບການດໍາເນີນຄະດີ ຕາມຂະບວນການຍຸຕິທໍາ ຄັ້ງທີ VI ຄໍາສັ່ງຂອງຫົວໜ້າອົງການໄອຍະການປະຊາຊົນ ສູງສຸດ ເລກທີ 024/ອອປສ ລົງວັນທີ 28 ທັນວາ 2021 ແລະ ຄໍາແນະນໍາຂອງຫົວໜ້າອົງການໄອຍະການປະຊາຊົນແຂວງ ບໍລິຄໍາໄຊ ເລກທີ 36/ອຍກ.ຂ ລົງວັນທີ 17 ມັງກອນ 2022  ວ່າດ້ວຍການກໍານົດກົນໄກປະສານງານໃນການຈັດຕັ້ງປະຕິບັດບົດບັນທຶກຮ່ວມ 04 ພາກສ່ວນກ່ຽວກັບການດໍາເນີນຄະດີ ຕາມຂະບວນການຍຸຕິທໍາ ຄັ້ງທີ VI, ຈາກນັ້ນບັນດາທ່ານທີ່ເຂົ້າຮ່ວມກໍ່ໄດ້ຜັດປ່ຽນກັນປະກອບຄໍາຄິດຄໍເຫັນພ້ອມທັງລາຍງານສະພາບການຈັດຕັ້ງປະຕິບັດກົນໄກການປະສານງານທີ່ມີທັງຂໍ້ສະດວກ, ຂໍ້ຫຍຸ້ງຍາກໃນການປະສານງານໃຫ້ກັນຊາບ ແລະ ໄດ້ຄົ້ນຄ້ວາປຶກສາຫາລືປັບປຸງແກ້ໄຂຂໍ້ຄົງຄ້າງເພື່ອນໍາໄປຈັດຕັ້ງປະຕິບັດໃຫ້ໄດ້ຮັບຜົນສູງ, ໃນບົດບັນທຶກໄດ້ເຫັນດີຕົກລົງແຕ່ງຕັ້ງຄະນະປະສານງານລະຫວ່າງອົງການໄອຍະການປະຊາຊົນ ເຂດ I  ແຂວງ ບໍລິຄໍາໄຊ ແລະ ກອງບັນຊາການ ປກສ 04 ຕົວເມືອງ, ກໍານົດກົນໄກລະບອບປະຊຸມຂອງຄະນະປະສານງານຮ່ວມເດືອນລະຄັ້ງໂດຍການຜັດປ່ຽນກັນເປັນເຈົ້າພາບ, ບັນຫາທີ່ຈະນໍາມາຄົ້ນຄ້ວາ ແລະ ຕົກລົງໃນກອງປະຊຸມແມ່ນການດໍາເນີນຄະດີອາຍາທີ່ມີຄວາມຫຍຸ້ງຍາກສັບສົນ, ຄະດີລາຍໃຫ່ຍ ຫຼື ຄະດີທີມີການຮ່ວມມືກັບຕ່າງປະເທດກ່ຽວກັບບັນຫາອາຍາ, ການສະໜອງຂໍ້ມູນຂ່າວສານ ຫຼື ເອກະສານຫຼັກຖານທີ່ກ່ຽວຂ້ອງໃຫ້ກັນ ແລະ ກັນກ່ອນການປະຊຸມໃນເວລາອັນຄວນ.

 

 

About admin11