ຝຶກອົບຮົມຄູຝຶກ ເພື່ອເສີມສ້າງຄວາມຮູ້-ຄວາມເຂົ້າໃຈ ວຽກງານສ້າງຄອບຄົວ ແລະ ບ້ານ ແມ່ຍິງ 3 ດີ

ຊຸດຝຶກອົນຮົມຄູຝຶກ ເສີມສ້າງຄວາມຮູ້ຄວາມເຂົ້າໃຈ ກ່ຽວກັບວຽກງານການສ້າງຄອບຄົວ ແລະ ບ້ານແມ່ຍິງ 3 ດີ ໄດ້ຈັດຂຶ້ນໃນລະຫວ່າງ ວັນທີ 31 ພຶດສະພາ – 2 ມີຖຸນາ 2022 ຢູ່ຫ້ອງປະຊຸມສະຫະພັນແມ່ຍິງແຂວງ ເປັນປະທານໂດຍ ທ່ານ ນາງ ສອນນາລີ ພານຸວົງ ຮອງຫົວໜ້າກົມພັດທະນາແມ່ຍິງລາວ ແລະ ທ່ານ ນາງ ວິລະພອນ ພົມມະວົງສາ ຮອງປະທານສະຫະພັນແມ່ຍິງແຂວງບໍລິຄຳໄຊ, ມີສະຫະພັນແມ່ຍິງເມືອງ ແລະ ສາທາລະນະສຸກເມືອງ, ກະສິກໍາ ແລະ ປ່າໄມ້ ເມືອງປາກຊັນ, ທ່າພະບາດ, ປາກກະດີງ, ວຽງທອງ ແລະ ເມືອງຄຳເກີດ ເຂົ້າຮ່ວມ.

ຊຸດຝຶກອົນຮົມຄັ້ງນີ້ ເພື່ອເສີມສ້າງຄວາມຮູ້ ຄວາມເຂົ້າໃຈກ່ຽວກັບວຽກງານການສ້າງຄອບຄົວ ແລະ ບ້ານແມ່ຍິງ 3 ດີ ຕິດພັນກັບການສ້າງບ້ານພັດທະນາຕາມທິດທາງ 3 ສ້າງ, ບົດບາດຍິງ-ຊາຍ ແລະ ວຽກງານອື່ນໆ ເຊິ່ງຈັດຂື້ນໂດຍກົມພັດທະນາແມ່ຍິງລາວ.

ເອກະສານນຳມາເຜີຍແຜ່ອົມຮົມມີຄື: ການຕ້ານການໃຊ້ຄວາມຮຸນແຮງ ບົນພື້ນຖານທາງເພດ, ບົດບາດຍິງ-ຊາຍ, ການວາງແຜນຄອບຄົວ, ສຸຂະພາບຈະເລີນພັນ, ຄູ່ມືແນະນຳການສ້າງຄອບຄົວ ແລະ ບ້ານແມ່ຍິງ 3 ດີ ຕິດພັນກັບການສ້າງບ້ານພັດທະນາຕາມທິດ 3 ສ້າງ.

About admins14