ສຳເລັດການຝຶກອົບຮົມ ວຽກງານການຄຸ້ມຄອງຄວາມສ່ຽງໄພພິບັດ

ຊຸດຝຶກອົມຮົມ ກ່ຽວກັບການຄຸ້ມຄອງຄວາມສ່ຽງໄພພິບັດ ແລະ ການປະເມີນຄວາມຕ້ອງການພາຍຫຼັງເກີດໄພພິບັດ ໄດ້ຈັດຂຶ້ນໃນວັນທີ 24 ສິງຫາ ແລະ ສຳເລັດລົງໃນຕອນບ່າຍຂອງວັນທີ 26 ສິງຫາ 2021 ຢູ່ຫ້ອງປະຊຸມຫ້ອງວ່າການແຂວງບໍລິຄໍາໄຊ ໃຫ້ກຽດເຂົ້າຮ່ວມໂດຍທ່ານນາງ ວັນເພັງ ໄຊສົງຄາມ ຫົວໜ້າອົງການກາແດງແຂວງບໍລິຄຳໄຊ, ທ່ານ ດຣ ສີວິໄລ ໄຊຍະລາດ ຮອງຫົວໜ້າກອງຊ່ວຍເຫຼືອບັນເທົາທຸກອົງການກາແດງລາວ, ມີພາກສ່ວນກ່ຽວຂ້ອງຈາກອົງການກາແດງລາວ, ອົງການກາແດງແຂວງ, ພະແນກການອ້ອມຂ້າງແຂວງ ແລະ ນັກສຳມະນາກອນເຂົ້າຮ່ວມ.

ຊຸດຝຶກອົບຮົມໃນຄັ້ງນີ້ ນັກສຳມະນາກອນ ໄດ້ຮັບຮູ້ການສະເໜີພາບລວມ ຂອ ອົງການກາແດງລາວ ເປັນຕົ້ນແມ່ນປະຫວັດຫຍໍ້ອົງການກາແດງລາວ, ກົດໝາຍ, ທີ່ຕັ້ງ, ພາລະບົດບາດ, ໂຄງປະກອບ, ການປະສານສົມທົບວຽກງານກາແດງ ແລະ 9 ໜ້າວຽກຕົ້ນຕໍ ພ້ອມທັງທົດສອບກ່ອນ ແລະ ຫຼັງຝຶກອົບຮົມ ( ພາກສອບຖາມ ), ແບ່ງກຸ່ມນຳສະເໜີຂໍ້ມູນ ແລກປ່ຽນປະສົບການເຊິ່ງກັນ ແລະ ກັນ, ລົງເກັບກຳຂໍ້ມູນ ພ້ອມທັງປະເມີນ, ວິເຄາະຂໍ້ມູນ, ຝຶກຊ້ອມການຈຳລອງເຫດການປະສົບໄພ ຢູ່ສູນບັນຊາການ, ຈຳລອງໃນການຕິດຢູ່ກາງດອນ, ກາງປ່າ.

ໃນຕອນທ້າຍ ໄດ້ມອບໃບຢັ້ງຢືນໃຫ້ແກ່ສຳມະກອນຈຳນວນ 23 ຄົນ ເປັນກຽດມອບໂດຍທ່ານ ນາງ ວັນເພັງ ໄຊສົງຄາມ ຫົວໜ້າອົງການກາແດງແຂວງບໍລິຄຳໄຊ.

About admins16