ພະແນກອຸດສາຫະກຳ ແລະ ການຄ້າແຂວງ ປະກາດພະນັກງານຮັບອຸດໜູນບຳນານ

ໃນຕອນເຊົ້າຂອງວັນທີ 27 ສິງຫາ 2021 ຢູ່ຫ້ອງປະຊຸມພະແນກອຸດສາຫະກຳ ແລະ ການຄ້າ ແຂວງບໍລິຄຳໄຊ ໄດ້ຈັດພິທີປະກາດພະນັກງານເຂົ້າພັກຜ່ອນຮັບບຳນານ, ເປັນກຽດເຂົ້າຮ່ວມຂອງທ່ານ ໄກສອນ ຈັນສີນາ ຫົວໜ້າພະແນກອຸດສາຫະກຳ ແລະ ການຄ້າແຂວງ, ມີຄະນະພະແນກ ພ້ອມດ້ວຍພະນັກງານລັດຖະກອນພາຍໃນພະແນກ ເຂົ້າຮ່ວມ.

ໂດຍປະຕິບັດຕາມຂໍ້ຕົກລົງຂອງກະຊວງອຸດສາຫະກຳ ແລະ ການຄ້າ ເລກທີ 0453/ອຄ ລົງວັນທີ 14 ມິຖຸນາ 2021 ວ່າດ້ວຍການອະນຸມັດໃຫ້ ທ່ານ ກາລີ ສີສຸກຣາຊ ອາຍຸ 60 ປີ ພະນັກງານວິຊາການ ສັງກັດຢູ່ພະແນກອຸດສາຫະກຳ ແລະ ການຄ້າແຂວງບໍລິຄຳໄຊ ເຂົ້າຮັບອຸດໜູນບຳນານ ລວມອາຍຸການໄດ້ 41 ປີ ແລະ ຂໍ້ຕົກລົງຂອງກະຊວງອຸດສາຫະກຳ ແລະ ການຄ້າ ເລກທີ 0454/ອຄ ລົງວັນທີ 14 ມິຖຸນາ 2021 ວ່າດ້ວຍການອະນຸມັດໃຫ້ທ່ານ ນາງ ດາມອນ ມູນທະດີ ອາຍຸ 54 ປີ ຮອງຫົວໜ້າຂະແໜງ ສັງກັດຢູ່ພະແນກອຸດສາຫະກຳ ແລະ ການຄ້າແຂວງບໍລິຄຳໄຊ ເຂົ້າຮັບອຸດໜູນບຳນານ ລວມອາຍຸການໄດ້ 34 ປີ.

ໃນຕອນທ້າຍຂອງພິທີ ຍັງໄດ້ມອບເງິນນະໂຍບາຍ ແລະ ຂອງທີ່ລະນຶກຈຳນວນໜຶ່ງ ໃຫ້ທັງ 2 ທ່ານ ທີ່ໄດ້ມີຜົນງານໃນການປະຕິບັດວຽກງານໃນໄລຍະຜ່ານມາ ຕາງໜ້າພະແນກອຸດສາຫະກຳ ແລະ ການຄ້າແຂວງ ມອບໂດຍທ່ານ ໄກສອນ ຈັນສີນາ ແລະ ທ່ານ ຄອນສະຫວັນ ສຸກຂະເສີມ ພ້ອມດ້ວຍພະນັກງານພາຍໃນພະແນກພັດປ່ຽນກັນມອບ.

About admins16