ກອງປະຊຸມປະຈໍາປີ ຜູ້ບໍລິຫານການສຶກສາທົ່ວປະເທດ ຜ່ານລະບົບກອງປະຊູມທາງໄກ

ກອງປະຊຸມທາງໄກ ຜ່ານລະບົບວີດີໂອຄອນເຟີເຣັ້ນ ລະຫວ່າງກະຊວງສຶກສາທິການ ແລະ ກິລາ ແລະ ພະແນກສຶກສທິການ ແລະ ກິລາ ບັນດາແຂວງທົ່ວປະເທດ ໄດ້ຈັດຂຶ້ນໃນວັນທີ 25-26 ສິງຫາ 2021 ໂດຍພາຍໃຕ້ການເປັນປະທານຂອງທ່ານ ຮສ.ປອ ພຸດ ສິມມາລາວົງ ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ, ມີຮອງລັດຖະມົນຕີ, ຫົວໜ້າກົມ, ຜູ້ອໍານວຍການສະຖາບັນ ແລະ ສູນ ເຂົ້າຮ່ວມ, ສ່ວນແຂວງບໍລິຄຳໄຊ ມີທ່ານ ລົມ ແພງສຸກ ຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ ພ້ອມດ້ວຍຄະນະ, ຫົວໜ້າຂະແໜງ ແລະ ຫົວໜ້າຫ້ອງການສຶກສາທິການ ແລະ ກິລາເມືອງ ເຂົ້າຮ່ວມ.

ກອງປະຊຸມ ໄດ້ລາຍງານການຈັດຕັ້ງປະຕິບັດ ແຜນພັດທະນາການສຶກສາປະຈໍາສົກຮຽນ 2020-2021 ແລະ ແຜນປະຈໍາສົກຮຽນ 2021-2022, ລາຍງານຜົນການຕິດຕາມມະຕິກອງປະຊຸມຜູ້ບໍລິຫານການສຶກສາປະຈໍາສົກຮຽນ 2019-2020, ລາຍງານກ່ຽວກັບວຽກງານວິທະຍາສາດ, ຜົນຂອງການສຶກສາກ່ຽວກັບການວິໄຈ ກ່ຽວກັບໂຮງຮຽນ, ການພັດທະນາ ແລະ ມາດຕະຖານຂັ້ນພື້ນຖານ ຄຸນນະພາບການສຶກສາ, ຜົນການສອບເສັງ ປ.5, ມ.4 ແລະ ມ.7, ລາຍງານແນວຄວາມຄິດກ່ຽວກກັບການພັດທະນາວິຊາຊີບຄູແບບຕໍ່ເນື່ອງ, ສະເໜີແນວຄວາມຄິດ ແລະ ຄວາມຄືບໜ້າການພັດທະນາຄູ່ມືປະເມີນຄູ ແລະ ຜູ້ອໍານວຍການ, ການຈັດຕັ້ງປະຕິບັດ ການສ້າງໂຮງຮຽນສາມັນສຶກສາ ແລະ ວິທະຍາໄລຄູ ປອດຢາເສບຕິດ, ການນໍາໃຊ້ອຸປະກອນອີເລັກໂທຣນິກໃນໄວໜຸ່ມໃນຂົງເຂດອາຊີ-ປາຊີຟິກ ໂດຍສະເພາະ ສປປ ລາວ ຕິດພັນກັບການຮັບມືກັບການແຜ່ລະບາດຂອງພະຍາດໂຄວິດ-19, ແນວຄວາມຄິດກ່ຽວກັບການຫັນປ່ຽນໃໝ່ຢ່າງແຂງແຮງ, ເລິກເຊິ່ງ ແລະ ຮອບດ້ານ ຂອງຂະແໜງການສຶກສາ ແລະ ກິລາ.

About admins16