ສຳເລັດການຝຶກອົບຮົມ ຍົກສູງຄຸນນະພາບການບໍລິການ ແລະ ເອົາໃຈໃສ່ລູກຄ້າ

ໃນວັນທີ 12 ພະຈິກ 2020 ຢູ່ຫ້ອງປະຊຸມຂອງພະແນກ ຖວທ ແຂວງ ໄດ້ຈັດພິທີປິດຊຸດຝຶກອົບຮົມສຳລັບຜູ້ບໍລິຫານຍົກສູງຄຸນນະພາບຂອງການບໍລິການ ແລະ ເອົາໃຈໃສ່ລູກຄ້າ ໂດຍການເປັນປະທານຂອງ ທ່ານ ອຸດອນ ສອນສຸລິນ ຫົວໜ້າພະແນກຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ແຂວງບໍລິຄຳໄຊ, ມີຄະນະຮັບຜິດຊອບຈາກສູນກາງ, ຄູຝຶກ, ນັກສຳມະນາກອນ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

ຊຸດຝຶກອົບຮົມຄັ້ງນີ້ ໄດ້ເລີ່ມແຕ່ວັນທີ 10 ພະຈິກ ດຳເນີນມາເປັນເວລາ 2 ວັນເຄິ່ງ ຈຶ່ງສຳເລັດ ໂດຍຈະໄດ້ສຸມໃສ່ 3 ເນື້ອໃນຫຼັກ ຄື: ການລະບຸຄວາມຕ້ອງການຂອງລູກຄ້າ, ການຮັບປະກັນການຈັດສົ່ງສິນຄ້າ ແລະ ບໍລິການທີ່ມີຄຸນນະພາບ, ການປະເມີນການບໍລິການ, ໃນນັ້ນ ໄດ້ຮຽນຮູ້ກ່ຽວກັບ: ລະບຸຄວາມຕ້ອງການຂອງລູກຄ້າ ຫຼື ແຂກຈາກຫຼາຍແຫລ່ງຂໍ້ມູນ, ພົບປະກັບສະມາຄົມທຸລະກິດທ່ອງທ່ຽວ ແລະ ກຸ່ມບໍລິການນໍາທ່ຽວ, ການສະຫນອງສິນຄ້າ ແລະ ບໍລິການທີ່ມີຄຸນນະພາບ ມາດຖານການປະຕິບັດງານ ແລະ ຮູ້ຂັ້ນຕອນການຂຽນປະຕິບັດງານ ຫຼື SOP, ການປະເມີນການບໍລິການລູກຄ້າ ແລະ ການຮັກສາມາດຕະຖານຂອງການບໍລິການ, ພາວະຜູ້ນໍາທີ່ດີ ແລະ ການສອນວຽກລູກນ້ອງ, ການໃຫ້ນະໂຍບາຍ, ວົງຈອນການພັດທະນາຄຸນນະພາບ.

ຜ່ານການສະຫຼຸບຕີລາຄາຄວາມຮັບຮູ້ ແລະ ເຂົ້າໃຈ ຂອງນັກສຳມະນາກອນ ໄດ້ 75% ທີ່ທາງຄູຝຶກໄດ້ຖ່າຍຖອດບົດຮຽນໃຫ້ ເພື່ອນຳໄປໃຊ້ໃຫ້ເປັນຈິງ, ເພື່ອສ້າງຄວາມເຂັ້ມແຂງໃຫ້ແກ່ຜູ້ປະກອບການ ໃນຂະແຫນງການທ່ອງທ່ຽວ.

ເພື່ອຢັ້ງຢືນເຖິງຜົນສຳເລັດຂອງຊຸດຝຶກອົບຮົມ ຍັງໄດ້ມີພິທີມອບໃບຢັ້ງຢືນໃຫ້ນັກສຳມະນາກອນ 30 ທ່ານ ໃຫ້ກຽດມອບໂດຍ ທ່ານ ນາງ ບົວວັນ ສຸຂະທຳມະວົງ ຄູຝຶກຈາກສະຖາບັນສື່ມວນຊົນ ວັດທະນະທຳ ແລະ ທ່ອງທ່ຽວ ກະຊວງ ຖວທ ແລະ ໄດ້ມອບໃບຍ້ອງຍໍໃຫ້ແກ່ຄູຝຶກ 3 ທ່ານ ໃຫ້ກຽດມອບໂດຍ ທ່ານ ອຸດອນ ສອນສຸລິນ ຫົວໜ້າພະແນກຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ແຂວງ.

About admins14