ຫ້ອງການກະສິກໍາ ແລະ ປ່າໄມ້ເມືອງບໍລິຄັນ ຈັດພິທີສັກຢາປ້ອງກັນພະຍາດສັດ


ໃນວັນທີ 11 ພະຈິກ 2020 ຢູ່ສະໂມສອນບ້ານນໍ້າປາ ເມືອງບໍລິຄັນ ແຂວງບໍລິຄຳໄຊ ໄດ້ຈັດພິທີ ສັກຢາປ້ອງກັນພະຍາດສັດ ຂື້ນ, ໃຫ້ກຽດເຂົ້າຮ່ວມຂອງທ່ານ ທອງໃບ ທອງໃສ ຮອງເຈົ້າເມືອງ, ທ່ານ ສົມຫັວງ ແກ້ວວົງວິຈິດ ຮອງພະແນກກະສິກໍາ ແລະ ປ່າໄມ້ແຂວງ, ມີບັນດາຂະແໜງການທີ່ກ່ຽວຂ້ອງຂັ້ນແຂວງ, ຂັ້ນເມືອງ, ຕະຫຼອດຮອດອໍານາດການປົກຄອງ ແລະ ພໍ່ແມ່ປະຊາຊົນບັນດາເຜົ່າ ເຂົ້າຮ່ວມ.

          ໃນພິທີ ໄດ້ມີຜູ້ນຳສັດມາສັກຢາ ງົວ 200 ໂຕ, ຄວາຍ 130 ໂຕ, ໝູ 32 ໂຕ, ແບ້ 35 ໂຕ ແລະ ສັດປີກ 1,100 ໂຕ.

        ການສັກຢາປ້ອງກັນພະຍາດ ແມ່ນການປ້ອງກັນບໍ່ໃຫ້ສັດລ້ຽງຕິດພະຍາດ ແລະ ຫຼຸດຜ່ອນການຕາຍຂອງສັດລ້ຽງ, ທັງເປັນການສະກັດກັ້ນ ບໍ່ໃຫ້ພະຍາດລະບາດຂະຫຍາຍຕົວໄປສູ່ວົງກ້ວາງຕຶ່ມອີກ.

           ໂອກາດດັ່ງກ່າວ ທ່ານຮອງເຈົ້າເມືອງ ຍັງໄດ້ແນະນໍາໃຫ້ອໍານາດການປົກຄອງບ້ານ ແລະ ພໍ່ແມ່ປະຊາຊົນແຕ່ລະບ້ານ ຈົ່ງພ້ອມກັນເອົາໃຈໃສ່ເຝົ້າລະວັງ ແລະ ປົກປັກຮັກສາສັດລ້ຽງຂອງຕົນເພື່ອສະກັດກັ້ນການແຜ່ລະບາດຂອງພະຍາດສັດ, ໃຫ້ເຫັນຄວາມສຳຄັນຂອງການສັກຢາກັນພະຍາດ ດ້ວຍການນຳເອົາສັດລ້ຽງມາສັກຢາໃນທຸກໆປີ.

About admin11