ສຳເລັດກອງປະຊຸມໃຫຍ່ ຄັ້ງທີ V ຂອງໜ່ວຍພັກສະຫະພັນກຳມະບານແຂວງ

ກອງປະຊຸມໃຫຍ່ ຄັັ້ງທີ V ຂອງໜ່ວຍພັກສະຫະພັນກຳມະບານແຂວງ ໄດ້ຈັດຂຶ້ນໃນຕອນເຊົ້າຂອງວັນທີ 23 ພະຈິກ 2021 ຢູ່ຫ້ອງປະຊຸມຫ້ອງວ່າການແຂວງ ໂດຍພາຍໃຕ້ການເປັນປະທານຂອງສະຫາຍ ດຳລົງ ທັບລາດ ເລຂາໜ່ວຍພັກສະຫະພັນກຳມະບານແຂວງ, ເປັນກຽດເຂົ້າຮ່ວມຂອງສະຫາຍ ວັນວິໄລ ແດນພູຫຼວງ ຮອງເລຂາພັກແຂວງ, ມີສະມາຊິກພັກຈາກໜ່ວຍພັກອ້ອມຂ້າງ, ອົງການຈັດຕັ້ງມະຫາຊົນ ແລະ ສະມາຊິກພັກສົມບູນເຂົ້າຮ່ວມ 17 ສະຫາຍ ຍິງ 14 ສະຫາຍ.

ກອງປະຊຸມໄດ້ຮັບຟັງການຜ່ານຮ່າງບົດລາຍງານການເມືອງ ໃນໄລຍະ 5 ປີຜ່ານມາວ່າ: ໜ່ວຍພັກສະຫະພັນກຳມະບານແຂວງ ແມ່ນໜ່ວຍພັກຮາກຖານໜຶ່ງທີ່ຢູ່ພາຍໃຕ້ການນຳພາ-ຊີ້ນຳ ໂດຍກົງຂອງຄະນະປະຈຳພັກແຂວງ ມີພາລະບົດບາດໜ້າທີ່ຮັບຜິດຊອບຕໍ່ການນຳພາ-ຊີ້ນຳອົງການຈັດຕັ້ງກຳມະບານທຸກຂັ້ນ ໃນທົ່ວແຂວງມີສະມາຊິກກຳມະບານທັງໝົດ 9.093 ສະຫາຍ ຍິງ 4.134 ສະຫາຍ ມີພະນັກງານກຳມະບານອາຊີບ 81 ສະຫາຍ ຍິງ 44, ໄລຍະຜ່ານມາໄດ້ລົງຊຸກຍູ້ ແລະ ນຳພາສ້າງສັນຍາແຮງງານລວມໝູ່ໄດ້ທັງໝົດ 10 ແຫ່ງ ຮັບຄຳຮ້ອງຂໍຄວາມເປັນທຳ 39 ເລື່ອງ, ໄກ່ເກ່ຍຂໍ້ຂັດແຍ່ງແຮງງານໄດ້ 41 ເລື່ອງ, ທວງເງິນຄ່າແຮງງານໃຫ້ກຳມະກອນໄດ້ທັງໝົດ 1.070.785.000 ກີບ, ໂຄສະນາເຜີຍແຜ່ບັນດາກົດໝາຍແຮງງານ ແລະ ນິຕິກຳຕ່າງໆ ໃຫ້ກຳມະກອນຢູ່ບັນດາໂຮງງານ ໄດ້ 30 ແຫ່ງ, ຈັດຂະບວນຍ່າງເພື່ອສຸຂະພາບໄດ້ 15 ຄັ້ງ, ຈັດແຂ່ງຂັນກິລາໄດ້ 65 ຄັ້ງ, ອອກແຮງງານຕາມສະຖານທີ່ຕ່າງໆໄດ້ 175 ຄັ້ງ, ຈັດກິດຈະກຳບໍລິຈາກເລືອດໄດ້ 179 ຄັ້ງ ໄດ້ເລືອດ 1.984 ຖົງ, ລະດົມສະມາຊິກກຳມະບານ ປະກອບສ່ວນເຄື່ອງອຸປະໂພກ-ບໍລິໂພກ ເພື່ອຊ່ວຍເຫຼືອປະຊາຊົນ ຜູ້ໄດ້ຮັບຜົນກະທົບຈາກເຂື່ອນແຕກ ແຂວງອັດຕະປື ໄດ້ 6 ລ້ານກີບ, ຊ່ວຍຕ້ານໄພໜາວເມືອງວຽງທອງ ແລະ ໄຊຈຳພອນໄດ້ 39.550.000 ກີບ, ຊ່ວຍເຫຼືອໄພນ້ຳຖ້ວມ ສສ ຫວຽດນາມ ໄດ້ 14.400.000 ກີບ, ຊ່ວຍເຫຼືອໄພນ້ຳຖ້ວມໄຊຍະບູລີ 29.862.000 ກີບ ແລະ ຊ່ວຍເຫຼືອຕ້ານໂຄວິດ 6 ແສນກີບ, ປະກອບສ່ວນໃຫ້ຄອບຄົວອານາຖາ ມູນຄ່າ 30 ລ້ານກີບ ແລະ ໄດ້ປະຕິບັດນະໂຍບາຍຕໍ່ສະມາຊິກທີ່ເຈັບເປັນ ແລະ ເສຍຊີວິດ ຈຳນວນ 2.727.651.300 ກີບ.

ສະຫະພັນກຳມະບານແຂວງ ໄດ້ຮັບຫຼຽນກາກຳມະບານລາວ 2 ໜ່ວຍ, ໄດ້ຮັບຫຼຽນກາກຳມະບານລາວ ຈຳນວນ 7 ເມືອງ, ປະກາດຮັບຮອງສະຫະພັນກຳມະບານ 5 ເປັນເຈົ້າ 7 ເມືອງ, 4 ພະແນກການ ແລະ 201 ກຳມະບານຮາກຖານ ເທົ່າກັບ 95%, ປະກາດຮັບຮອງສະຫະພັນກຳມະບານແຂວງ 5 ເປັນເຈົ້າສະໄໝທີ 6, ຮັບຫຼຽນກາກຳມະບານລາວ 132 ສະຫາຍ, ໃບຍ້ອງສູນກາງສະຫະພັນກຳມະບານລາວ 27.972 ເທື່ອຄົນ ແລະ ໃບຊົມເຊີຍ 7.683 ເທື່ອຄົນ, ໃບຍ້ອງຍໍສະຫະພັນກຳມະບານແຂວງ 4.435 ເທື່ອຄົນ ແລະ ໃບຊົມເຊີຍ 1.363 ເທື່ອຄົນ.

ຈາກນັ້ນ ຜູ້ແທນກອງປະຊຸມ ໄດ້ໃຊ້ສິດປະຊາທິປະໄຕ ຂອງຕົນປ່ອນບັດຄັດເລືອກເອົາເລຂາໜ່ວຍພັກ ສະຫະພັນກຳມະບານແຂວງ ຊຸດ ທີ V ແລະ ໄດ້ເປັນເອກະສັນກັນເລືອກເອົາສະຫາຍ ດຳລົງ ທັບລາດ ເປັນເລຂາໜ່ວຍພັກສະຫະພັນກຳມະບານແຂວງ, ສະຫາຍ ສົມພອນ ອິນທະວົງເປັນຮອງເລຂາ ແລະ ສະຫາຍນາງ ພູເວີນ ສີຫາລາດ ເປັນຜູ້ກວດກາ.

ຕອນທ້າຍກອງປະຊຸມຍັງໄດ້ມີການປະດັບຫຼຽນໄຊແຮງງານ ຊັ້ນ 3 ໃຫ້ພະນັກງານ 3 ທ່ານ ທີ່ໄດ້ປະກອບສ່ວນເຂົ້າໃນການເຄື່ອນໄຫວວຽກງານຕ້ານການຄ້າມະນຸດ ເປັນກຽດປະດັບຫຼຽນດັ່ງກ່າວ ໂດຍສະຫາຍ ດຳລົງ ທັບລາດ ເລຂາໜ່ວຍພັກສະຫະພັນກຳມະບານແຂວງ.

About admins16