ຫວນຄືນວັນສາກົນຢຸດຕິຄວາມຮຸນແຮງຕໍ່ແມ່ຍິງ  ຄົບຮອບ 21 ປີ

ໃນວັນທີ 23 ພະຈິກ 2021 ນີ້ ຢູ່ຫ້ອງປະຊຸມຫ້ອງວ່າການເມືອງທ່າພະບາດ ໄດ້ຈັດພິທີປາຖະກະຖາລະນຶກວັນສາກົນຢຸດຕິຄວາມຮຸນແຮງຕໍ່ແມ່ຍິງຄົບຮອບ 21 ປີ (25 ພະຈິກ 2000 – 25 ພະຈິກ 2021)ໃຫ້ກຽດຫວນຄືນມູນເຊື້ອໃນຄັ້ງນີ້ໂດຍ ທ່ານ ວົງດອນ ປັນຍານຸວົງ ປະທານແນວລາວສ້າງຊາດ ເມືອງທ່າພະບາດ ມີຄະນະບໍລິຫານງານແມ່ຍິງເມືອງ,ຮາກຖານ, ໜ່ວຍ, ບ້ານ, ຫົວໜ້າຫ້ອງການ, ຮອງຫົວໜ້າຫ້ອງການ,ປກຊ, ປກສ,ຕະຫຼອດຮອດສະມະຊິກເອື້ອຍນ້ອງແມ່ຍິງອ້ອມຂ້າງເມືອງເຂົ້າຮ່ວມ .

          ເພື່ອເປັນການປູກຈິດສໍານຶກ ແລະ ການສ້າງຈິນຈະນາການໃໝ່ທີ່ຖືກຕ້ອງກ່ຽວກັບການປ້ອງກັນ ແລະ ຢຸດຕິການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ແລະ ຍັງຍົກໃຫ້ເຫັນຄວາມຮຸນແຮງຕໍ່ແມ່ຍິງແມ່ນໄດ້ເກີດຂຶ້ນໃນທຸກເມື່ອທຸກເວລາ, ໃນທຸກສະຖານທີ່ ໂດຍບໍ່ຈໍາແນກຊັ້ນວັນນະ, ເຊື້ອຊາດ, ສາສະໜາ, ວັດທະນະທໍາ, ຖານະໃນສັງຄົມ, ລະດັບການສຶກສາ ໃນວັນທີ 25 ພະຈິກ ໄດ້ຖືກຍົກຂຶ້ນຄັ້ງທໍາອິດໃນອາເມລິກາລາຕິນ ແລະ ໄດ້ປະກາດເປັນຄັ້ງທໍາອິດໃນກອງປະຊຸມນັກເຄື່ອນໄຫວສົ່ງເສີມທາງດ້ານສິດທິແມ່ຍິງ ໃນຂົງເຂດອາເມລິກາລາຕິນ ແລະ ຄາຣິບຽນ ເຊິ່ງຈັດຂຶ້ນໃນທີ່ນະຄອນຫຼວງ ໂບໂກຕາ ປະເທດ ໂກລົມເບຍວັນທີ 18-21 ກໍລະກົດ 1981 ເພື່ອລະນຶກວິລະກໍາຂອງສາມເອື້ອຍນ້ອງຕະກູນ ມີຣາບາ (Mirabal) ຈາກສາທາລະນະລັດໂດມີແກນ ໄດ້ຖືກລອບຄາຕະກໍາຢ່າງໂຫດຮ້າຍປ່າເຖື່ອນໃນປີ 1960.  ວັນດັ່ງກ່າວໄດ້ຖືກກໍານົດເປັນວັນລະນຶກ ແລະ ອາໄລເຖິງສາມເອື້ອຍນ້ອງຕະກູນ ມີຣາບາ ເຊິ່ງທົ່ວໂລກໄດ້ຮັບຮູ້ວ່າ ເປັນວັນຕ້ານຄວາມຮຸນແຮງບົນພື້ນຖານດ້ານເພດ, ສາມເອື້ອຍນ້ອງ ໄດ້ຖືກຍົກຍ້ອງວ່າເປັນ ແມງກະເບື້ອທີ່ບໍ່ອາດຫຼົງລືມໄດ້ ແລະ ກາຍເປັນສັນຍາລັກແຫ່ງການຕໍ່ຕ້ານການຕົກເປັນເຫື່ຍອຄວາມຮຸນແຮງຂອງແມ່ຍິງ ແລະ ການຕໍ່ສູ້ຂອງປະຊາຊົນ, ການປະທ້ວງເພື່ອຮຽກຮອງສິດທິຂອງແມ່ຍິງ, ຊິວິດແຫ່ງການຕໍ່ສູ້ຂອງສາມເອື້ອຍນ້ອງໄດ້ຖືກລະນຶກເຖິງຢູ່ໃນບົດກະວີ, ບົດກອນ, ບົດເພງ ແລະ ປື້ມຕ່າງໆ ຈາກເຫດການດັ່ງກ່າວນັ້ນ ວັນທີ 25 ພະຈິກຂອງທຸກໆປີໄດ້ຖືກກຳນົດເປັນວັນລະນຶກ ແລະ ໄຫວ້ອາໄລເຖີງສາມເອື້ອຍນ້ອງຕະກຸນ ມີຣາບາ,ໃນລະດັບສາກົນຄວາມຮຸນແຮງຕໍ່ແມ່ຍິງ ໄດ້ກາຍເປັນປະເດັ່ນໜຶ່ງໃນວາລະການດໍາເນີນງານຂອງອົງການສະຫະປະຊາຊາດ.

ໃນຕອນທ້າຍ ທ່ານ ວົງດອນ ປັນຍານຸວົງ ໄດ້ຮຽກຮ້ອງມາຍັງບັນດາເອື້ອຍນ້ອງສະຫະພັນແມ່ຍິງທຸກສະຫາຍ ຈົ່ງໄດ້ຕັ້ງໜ້າພັດທະນາຕົນເອງທາງດ້ານຄວາມຮູ້ຄວາມສາມາດຂອງຕົນໃຫ້ສູງຂຶ້ນ, ກ້າຄິດ, ກ້າສະແດງອອກຍົກສູງລະດັບຄວາມຮູ້ຂອງຕົນເອງໃຫ້ສູງຂຶ້ນ ແລະ ພັດທະນາດ້ານຄອບຄົວຂອງຕົນໃຫ້ເປັນຄອບຄົວຜາສຸກ.

About admin11