ທ່າພະບາດ ເຜີຍແຜ່ບັນດາເອກະສານ ການປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂ ຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ

ກອງປະຊຸມໄດ້ໄຂຂຶ້ນ ໃນວັນທີ 17 ພະຈິກ ທີ່ຜ່ານມາ ຢູ່ທີ່ຫ້ອງວ່າການເມືອງ ທ່າພະບາດ ໂດຍພາຍໃຕ້ການເປັນປະທານຮ່ວມຂອງທ່ານ ພັດທະຈອນ ແກ້ວພຸດທະວົງ ກໍາມະການພັກແຂວງ ຫົວໜ້າພະແນກກະສິກໍາ-ປ່າໄມ້ ແຂວງ ບໍລິຄໍາໄຊ ແລະ ທ່ານ ສົມສົດ ແສງອາພອນ ກໍາມະການພັກແຂວງ ເຈົ້າເມືອງ ທ່າພະບາດ ມີພະແນກການຂັ້ນແຂວງ, ຫົວໜ້າຫ້ອງການ, ປກຊ-ປກສ ຕະຫຼອດຮອດນາຍບ້ານ ແລະ ນັກທຸລະກິດ ອ້ອມຂ້າງເມືອງເຂົ້າຮ່ວມ.

ກອງປະຊຸມຄັ້ງນີ້ ກໍ່ເພື່ອຈັດຕັ້ງຜັນຂະຫຍາຍວາລະແຫ່ງຊາດ ກ່ຽວກັບການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ນີ້ໃຫ້ກວ້າງຂວາງ ເລິກເຊິ່ງໃນທົ່ວອົງຄະນະພັກ, ຄະນະພັກ, ພະນັກງານ ຕະຫຼອດຮອດພໍ່ແມ່ປະຊາຊົນ ໃຫ້ມີຄວາມເຂົ້າໃຈ ແລະ ຕື່ນຕົວເປັນເຈົ້າການຮ່ວມມື ເປັນເຈົ້າການໃນການຈັດຕັ້ງປະຕິບັດ ໃນວາລະດັ່ງກ່າວ ທ່ານ ພັດທະຈອນ ແກ້ວພຸດທະວົງ ໄດ້ເຜີຍແຜ່ ແຜນຜັນຂະຫຍາຍວາລະແຫ່ງຊາດ ກ່ຽວກັບການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ຢູ່ແຂວງ ບໍລິຄໍາໄຊ (2021-2023) ສະບັບເລກທີ 98/ຂບຊ ລົງວັນທີ 14 ຕຸລາ 2021 ເຊິ່ງເນື້ອໃນໄດ້ຍົກໃຫ້ເຫັນ ບັນຫາ ແລະ ສາເຫດຂອງຄວາມຫຍຸ້ງຍາກ ແລະ ໄດ້ກໍານົດຫຼັກການ, ທິດທາງ, ວຽກງານຈຸດສຸມ ແລະ ມາດຕະການແກ້ໄຂ ແນໃສ່ເຮັດໃຫ້ບັນຫາດັ່ງກ່າວໄດ້ຮັບການແກ້ໄຂຢ່າງຕັ້ງໜ້າ, ຈໍາກັດຄວາມສ່ຽງທີ່ຈະນໍາໄປສູ່ວິກິດການເສດຖະກິດຢ່າງຮ້າຍແຮງ, ທັງສ້າງບັນດາປັດໄຈອັນຈໍາເປັນໃຫ້ແກ່ການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຂອງພັກຄັ້ງທີ່ XI ແລະ ແຜນ 05 ປີ ຄັ້ງທີ່ IX ແລະ ມະຕິຂອງອົງຄະນະພັກແຂວງຄັ້ງທີ VII ແລະ ແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ V ຂອງແຂວງ ນອກນັ້ນ, ກອງປະຊຸມ ຍັງໄດ້ຜ່ານຂໍ້ຕົກລົງ ສະບັບເລກທີ 660/ຂບຊ ວ່າດ້ວຍການແບ່ງຄວາມຮັບຜິດຊອບໃນການຈັດຕັ້ງຜັນຂະຫຍາຍວາລະແຫ່ງຊາດ ກ່ຽວກັບການແກ້ໄຂ ຄວາມຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ຢູ່ແຂວງບໍລິຄໍາໄຊ (2021-2023) ເພື່ອຮັບປະກັນຕໍ່ການຈັດຕັ້ງຜັນຂະຫຍາຍວາລະດັ່ງກ່າວ ໃຫ້ທົ່ວເຖິງໃນສັງຄົມພາຍໃນແຂວງບໍລິຄໍາໄຊ ແລະ ພ້ອມທັ່ງໄດ້ຮັບໝາກຜົນເປັນຈິງຕາມຈຸດປະສົງ ແລະ ລະດັບຄາດໝາຍທີ່ວາງໄວ້.

About admin11