ຝຶກອົບຮົມ ການຄຸ້ມຄອງສິ່ງເສດເຫລືອໃນຊຸມຊົນ ແລະ ການປູກຕົ້ນໄມ້ເພື່ອສ້າງພື້ນທີ່ສີຂຽວ

ພິທີເປີດຝຶກອົບຮົມ ຄຸ້ມຄອງການຖີ້ມຂີ້ເຫຍື້ອ ແລະ ກິດຈະກຳປູກຕົ້ນໄມ້ໃນພື້ນທີໂຮງຮຽນ ໄດ້ຈັດຂຶ້ນໃນຕອນບ່າຍຂອງວັນທີ 19 ຕຸລາ 2022 ຢູ່ສະໂມສອນໂຮງຮຽນ ມ.ສ ສີທ່ານາໄຊ, ເມືອງປາກຊັນ ແຂວງບໍລິຄຳໄຊ, ເປັນກຽດເຂົ້າຮ່ວມຂອງທ່ານ ທອງລິດ ຟອງສີນວນ ຮອງຫົວໜ້າພະແນກໂຍທາທິການ ແລະ ຂົນສົ່ງແຂວງ ແລະ ທ່ານ ຊາຍພອນ ຊະນະໄຊ ຮອງອຳນວຍການໂຮງຮຽນ ມ.ສ ສີທ່ານາໄຊ, ມີຜູ້ຕາງໜ້າຈາກພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມແຂວງ, ພະແນກ ຍທຂ ແຂວງ, ອພບຕ ຂະແໜງການກ່ຽວຂ້ອງ, ຄູອາຈານ ແລະ ນັກຮຽນພາຍໃນໂຮງຮຽນ ເຂົ້າຮ່ວມ.

ດັ່ງທີ່ຮູ້ນຳກັນແລ້ວວ່າ ບັນຫາການເພີ່ມຂື້ນຂອງຂີ້ເຫຍື້ອ, ການຖິ້ມຂີ້ເຫຍື້ອຊະຊາຍ ຕາມຊຸມຊົນ ຫລື ຖີ້ມຕາມສະຖານທີ່ ສາທາລະນະ, ແມ່ນ້ຳ ແລະ ຫ້ວຍຮ່ອງຄອງບືງຕ່າງໆ ກໍ່ເປັນບັນຫາໜຶ່ງ ທີ່ສ້າງມົນລະພິດ ທາງນ້ຳ, ທາງອາກາດ ແລະ ຄວາມບໍ່ສະອາດງາມຕາ ທາງດ້ານສິ່ງແວລ້ອມ ທັງເປັນສາເຫດໜຶ່ງພາໃຫ້ມີການປ່ຽນແປງດິນຟ້າອາກາດຢ່າງຮຸນແຮງ, ເປັນໄພຂົ່ມຂູ່ຕໍ່ຊຸມຊົນ ແລະ ຕົວເມືອງຂອງພວກເຮົາ.

ໃນໄລຍະຜ່ານມາ ການແກ້ໄຂບັນຫາການຖີ້ມຂີ້ເຫຍື່ອ ກໍ່ຍັງເຫັນວ່າ ບໍ່ທັນເຮັດໄດ້ດີເທົ່າທີ່ຄວນ, ການບັງຄັບໃຊ້ລະບຽບກົດໝາຍ, ນິຕິກຳ ຍັງບໍ່ທັນເຂັ້ມງວດ, ຂາດຄວາມຮູ້ວິທີການ ໃນການຄັດແຍກ, ການໃຊ້ຊໍ້າ ແລະ ການນໍາມາໃຊ້ໃຫມ່ ຈາກຂະແໜງການທີ່ມີຄວາມຮັບຜິດຊອບຕໍ່ການຄຸ້ມຄອງຂີ້ເຫຍື້ອໂດຍສະເພາະ.

ການຝຶກອົບຮົມ ຄຸ້ມຄອງການຖີ້ມຂີ້ເຫຍື້ອ ໃນໂຮງຮຽນ ແມ່ນມີເປົ້າໝາຍ ເພື່ອປູກຈິດສໍານຶກໃຫ້ນ້ອງນັກຮຽນ ຮູ້ຈັກວິທີການ ຄັດແຍກຂີ້ເຫຍື້ອ, ການຖີ້ມຂີ້ເຫຍື້ອທີ່ຖືກຕ້ອງຕາມຫລັກວິຊາການ ເພື່ອເຮັດໃຫ້ຊຸມຊົນທີ່ມີຄວາມສະອາດ ແລະ ມີສະພາບແວດລ້ອມທີ່ດີ.

ຊຸດຝຶກອົບຮົມຄັ້ງນີ້ ຍັງໄດ້ເຮັດກິດຈະກຳ ຮ່ວມກັບນ້ອງນັກຮຽນ ໃນການຖາມ – ຕອບ ກ່ຽວກັບຂີ້ເຫຍື້ອ ເປັນຕົ້ນແມ່ນ ການໄຈ້ແຍກຂີ້ເຫຍື້ອ ເຊິ່ງຈະມີປະເພດທີ່ສາມາດນຳມາໃຊ້ຄືນໄດ້ ຫຼື ນຳໄປເຮັດຝຸ່ນຕ່າງໆ. ພ້ອມນີ້ ຍັງໄດ້ຕິດຕັ້ງປ້າຍຊີ້ບອກຈຸດຖີ້ມຂີ້ເຫຍື້ອໃຫ້ໂຮງຮຽນ ມ.ສ ສີທ່ານາໄຊ.

  

About admins16