ສຳເລັດກອງປະຊຸມໃຫຍ່ ຄັ້ງທີ V ຂອງໜ່ວຍພັກຮາກຖານສານປະຊາຊົນແຂວງບໍລິຄຳໄຊ

ກອງປະຊຸມໃຫຍ່ ຄັ້ງທີ V ໜ່ວຍພັກຮາກຖານສານປະຊາຊົນແຂວງບໍລິຄຳໄຊ ໄດ້ຈັດຂຶ້ນໃນຕອນເຊົ້າຂອງວັນທີ 30 ກັນຍາ 2022 ຢູ່ຫ້ອງປະຊຸມຂອງຕົນ ໂດຍພາຍໃຕ້ການເປັນປະທານຂອງສະຫາຍ ໄລລາທອງ ຂັນຕິຍະລາດ ກຳມະການພັກແຂວງ ເລຂາໜ່ວຍພັກຮາກຖານສານປະຊາຊົນແຂວງບໍລິຄຳໄຊ, ເປັນກຽດເຂົ້າຮ່ວມຂອງ ສະຫາຍ ເລື່ອນວິໄລ ຈັນທະລາພັນ ຄະປະຈຳພັກແຂວງ ຮອງປະທານສະພາປະຊາຊົນແຂວງ ແລະ ສະຫາຍນາງ ແຕ່ງທອງ ພັນປະດິດ ຮອງຫົວໜ້າຄະນະຈັດຕັ້ງແຂວງ, ມີຄະນະຊຸກຍູ້ຊີ້ນໍາກອງປະຊຸມຂັ້ນແຂວງ, ໜ່ວຍພັກອ້ອມຂ້າງ ແລະ ສະມາຊິກພັກພາຍໃນໜ່ວຍ ເຂົ້າຮ່ວມ.

ໃນກອງປະຊຸມ ໄດ້ຮັບຟັງການຜ່ານບົດລາຍງານການເມືອງທັງສອງພາກ ເຊິ່ງໄດ້ຍົກໃຫ້ເຫັນຜົນງານ ແລະ ບົດຮຽນທີ່ຖອດຖອນໄດ້ ໃນໄລະຜ່ານມາ ໂດຍຄະນະພັກພ້ອມດ້ວຍສະມາຊິກພັກພາຍໃນໜ່ວຍ ໄດ້ມີຄວາມຕັ້ງໜ້າກໍາແໜ້ນແນວຄິດ ແລະ ເອົາໃຈໃສ່ນໍາພາ – ຊີ້ນໍາ ວຽກງານຕາມວິຊາສະເພາະຂອງຕົນ ເພຶ່ອຍົກສູງຄຸນທາດການເມືອງ ຄຸນສົມບັດສິນທໍາປະຕິວັດຂອງພັກ ແນໃສ່ຮັບປະກັນຄວາມເປັນເອກະພາບ ແລະ ມີຜົນສໍາເລັດໃນການຈັດຕັ້ງປະຕິບັດແນວທາງຂອງພັກ ກໍ່ຄືໜ້າທີການເມືອງທີໄດ້ຮັບການມອບໝາຍ ໃນໜ່ວຍພັກຮາກຖານ ມີສະມາຊິກພັກທັງໝົດ 25 ສະຫາຍ, ຍິງ 09 ສະຫາຍ, ສະມາຊິກພັກສຳຮອງມີ 02 ສະຫາຍ, ສະມາຊິກພັກກວມ 65,71% ຂອງຈຳນວນພະນັກງານໝົດ.

ໃນໄລຍະ 05 ປີຜ່ານມາ ສານປະຊາຊົນ ໄດ້ຮັບສໍານວນຄະຕິທັງໝົດຈໍານວນ 2.055 ເລື່ອງ, ໃນນີ້ແມ່ນຄະດີອາຍາ ແລະ ຄະດີເດັກ 1.481 ເລື່ອງ, ຄະດີແພ່ງ, ຄອບຄົວ, ແຮງງານ ແລະ ການຄ້າ 574 ເລື່ອງ, ພິຈາລະນາແກ້ໄຂດ້ວຍຮູບການຕ່າງໆສໍາເລັດຈຳນວນ 1.999 ເລື່ອງ. ເທົ່າກັບ 97,27% ຂອງຈຳນວນຄະດີທັງໝົດ, ປັດຈຸບັນຍັງຄ້າງກຳລັງດຳເນີນຈຳນວນ 56 ເລື່ອງ, ຕັດສິນລົງໂທດຕັດອິດສາລະພາບຜູ້ກະທໍາຜິດ ຈຳນວນ 1,571 ຄົນ, ລົງໂທດປັບໃໝ່ ເປັນເງີນ ຈຳນວນ 5.265.057.418 ກີບ ແລະ ຕັດສິນຮີບວັດຖຸສິ່ງຂອງອີກຈຳນວນໜຶ່ງ.

ເອົາໃຈໃສ່ປັບປຸງກົງຈັກການຈັດຕັ້ງ ຕິດພັນກັບການກໍ່ສ້າງສະມາຊິກພັກ ເພື່ອປະກອບໃສ່ກົງຈັກການຈັດຕັ້ງຕ່າງໆ ເຊິ່ງໄລຍະຫ້າປີຜ່ານມາ ສາມາດຂະຫຍາຍສະມາຊິກພັກໄດ້ຕື່ມອີກຈຳນວນ 10 ສະຫາຍ, ຍິງ 03 ສະຫາຍ. ສຳຮອງ 02ສະຫາຍ, ເຂົ້າຮຽນກົດລະບຽບພັກແລ້ວ ຈຳນວນ 02 ສະຫາຍ, ຍິງ 01 ສະຫາຍ. ພ້ອມນັ້ນ ໜ່ວຍພັກພວກເຮົາຍັງຮັກສາ ນາມມະຍົດໜ່ວຍພັກເຂັ້ມແຂງ-ຮູ້ນຳພາຮອບດ້ານ ແລະ ນາມມະຍົດໜ່ວຍພັກ ປອດໃສ, ເຂັ້ມແຂງ, ໜັກແໜ້ນ ຕິດຕໍ່ກັນຕະຫຼອດມາ.

ຈາກນັ້ນ ຜູ້ແທນກອງປະຊຸມ ໄດ້ພ້ອມກັນໃຊ້ສິດປະຊາທິປະໄຕຂອງຕົນ ປ່ອນບັດຄັດເລືອກເອົາຄະນະໜ່ວຍພັກຊຸດໃໝ່ ແລະ ໃນກອງປະຊຸມຄັ້ງປະຖົມມະລຶກ ເປັນເອກະສັນກັນເລືອກເອົາສະຫາຍ ໄລລາທອງ ຂັນຕິຍະລາດ ເປັນເລຂາໜ່ວຍພັກຮາກຖານສານປະຊາຊົນແຂວງບໍລິຄຳໄຊຊຸດທີ V, ສະຫາຍ ນາງ ສີບຸນຍອນ ພີມມະສອນ ເປັນຮອງເລຂາ ແລະ ສະຫາຍ ວິໄລວັນ ແສນບຸດຕະລາດ ເປັນຄະນະ.

About admins16