ປະກາດແຕ່ງຕັ້ງປະທານຄະນະກຳມະການ ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ເມືອງປາກກະດິງ ຜູ້ໃໝ່

ໃນວັນທີ 27 ກັນຍາ 2022 ຢູ່ຫ້ອງປະຊຸມກຸ່ມເສດຖະກິດເມືອງປາກກະດິງ ໄດ້ມີພິທີປະກາດ ປະທານຄະນະກຳມະການ ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ເມືອງປາກກະດິງຜູ້ໃໝ່ ເປັນກຽດເຂົ້າຮ່ວມຂອງ ທ່ານ ພົຈ ຈວງຈັນ ລາດສະວົງ ຮອງປະທານ ປກຊ-ປກສ ແຂວງບໍລິຄຳໄຊ ມີຄະນະກຳມະການ ປກຊ-ປກສ ພ້ອມດ້ວຍຫົວໜ້າຫ້ອງການອ້ອມຂ້າງເມືອງ ເຂົ້າຮ່ວມ.

ພິທີໄດ້ຜ່ານຂໍ້ຕົກລົງຂອງປະທານຄະນະກຳມະການ ປກຊ-ປກສ ແຂວງບໍລິຄຳໄຊ ເລກທີ 11/ຄປກຊ-ປກສ.ຂ ວ່າດ້ວຍການແຕ່ງຕັ້ງຄະນະກຳມະການ ປກຊ-ປກສ ເມືອງປາກກະດິງ, ແຕ່ງຕັ້ງທ່ານ ພູເຂົາເງີນ ອິນທະວົງ ເລຂາຄະນະບໍລິຫານງານພັກເມືອງ ເຈົ້າເມືອງ ເປັນປະທານຄະນະກຳມະການ ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ເມືອງປາກກະດິງ ຜູ້ໃໝ່. ແລະ ຜ່ານເອກະສານ ຄຳສັ່ງເລກທີ 01/ປຊ-ປສ.ຂ ວ່າດ້ວຍການສ້າງຄອບຄົວ ແລະ ບ້ານ ປ້ອງກັນຊາດເຂັ້ມແຂງ ແລະ ສ້າງຄອບຄົວ ແລະ ບ້ານປ້ອງກັນຄວາມສະຫງົບດີ, ພ້ອມທັງຜ່ານນິຕິກຳທີ່ສຳຄັນອີກຈຳນວນໜຶ່ງ.

ໃນໂອກາດທີ່ມີຄວາມໝາຍຄວາມສຳຄັນນີ້ ຍັງໄດ້ຮັບຟັງການໂອ້ລົມໃຫ້ທິດຊີ້ນຳຈາກທ່ານ ພົຈ ຈວງຈັນ ລາດສະວົງ ຮອງປະທານ ປກຊ-ປກສ ແຂວງບໍລິຄຳໄຊ. ທ່ານໄດ້ກ່າວຍ້ອງຍໍຊົມເຊີຍຕໍ່ຜົນງານ ແລະ ໄຊຊະນະ ທີ່ຄະນະກຳມະການ ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ເມືອງປາກກະດິງ ຍາດໄດ້ໄນໄລຍະຜ່ານມາ, ພ້ອມນີ້ກໍ່ໄດ້ຊີ້ນຳຢ່າງໜັກແໜ້ນ 7 ບັນຫາໃຫຍ່ ທີ່ຕ້ອງໄດ້ເພີ່ມທະວີເອົາໃຈໃສ່ຢ່າງຮອບດ້ານ, ແນໃສ່ໃຫ້ວຽກງານ ປກຊ-ປກສ ໄດ້ຮັບຜົນດີຕາມແຜນໃນແຕ່ລະໄລຍະ.

About admins14