ຊາວໜຸ່ມ ປກສ ແຂວງ ມອບປື້ມຕໍາລາຮຽນແກ່ຊາວໜຸ່ມ – ເຍົາວະຊົນ ຜູ້ທີ່ຂາດເຂີນ

ໃນໂອກາດທີ່ຄະນະບໍລິຫານງານ ຊປປລ ແຂວງບໍລິຄໍາໄຊພວມພ້ອມກັນຈັດຕັ້ງປະຕິບັດກິດຈະກຳພາຍໃຕ້ຫົວຂໍ້ທີ່ວ່າ:” ສ້າງຄວາມດີເພື່ອຊາດ, ສ້າງໂອກາດໃຫ້ແກ່ຊາວໜຸ່ມ – ເຍົາວະຊົນ ຜູ້ທີຂາດເຂີນ ໃຫ້ໄດ້ຮັບປື້ມຕໍາລາຮຽນຢ່າງທົ່ວເຖິງ”, ໃນວັນທີ 28 ກັນຍາ 2022 ຄະນະຊາວໜຸ່ມຮາກຖານກອງບັນຊາການ ປກສ ແຂວງບໍລິຄຳໄຊ ໄດ້ນໍາເອົາປື້ມຕໍາລາຮຽນ ພ້ອມດ້ວຍອຸປະກອນການຮຽນຈໍານວນໜຶ່ງ ມອບໃຫ້ຫ້ອງການຊາວໜຸ່ມແຂວງບໍລິຄຳໄຊ, ລວມມູນຄ່າ 1.260.000ກີບ ເພື່ອສົ່ງຕໍ່ໄປຍັງບັນດາໂຮງຮຽນທີ່ຂາດເຂີນປື້ມຕໍາລາຮຽນຢູ່ເຂດຫ່າງໄກສອກຫຼີກ, ກ່າວມອບໂດຍ ສະຫາຍ ພັທ ກອງລະສັກ ສີສຸກລາດ ຄະນະປະຈໍາຊາວໜຸ່ມແຂວງ, ເລຂາຄະນະຊາວໜຸ່ມຮາກຖານກອງບັນຊາການ ປກສ ແຂວງບໍລິຄໍາໄຊ ແລະ ຮັບໂດຍສະຫາຍ ທອງມະນີ ໂຄດປັນຍາ ກຳມະການຄະນະບໍລິຫານງານສູນກາງ ຊປປລ, ເລຂາຄະນະບໍລິຫານງານ ຊປປລ ແຂວງບໍລິຄຳໄຊ ມີຄະນະທັງສອງຝ່າຍເຂົ້າຮ່ວມເປັນສັກຂີພິຍານ. ເຊິ່ງປື້ມ ແລະ ອຸປະກອນການຮຽນ ແມ່ນໄດ້ມາຈາກການປະກອບສ່ວນຊ່ວຍເຫຼືອ ຈາກບັນດາສະຫາຍສະມາຊິກຊາວໜຸ່ມແຕ່ລະສະຫາຍພາຍໃນຮາກຖານ.

About admins14