ສຳເລັດກອງປະຊຸມໃຫຍ່ ຄັ້ງທີ II ໜ່ວຍພັກຂະແໜງນໍາເຂົ້າ – ສົ່ງອອກ ແລະ ແຜນການ – ການຮ່ວມມື

ກອງປະຊຸມໃຫຍ່ ຄັ້ງທີ II ໜ່ວຍພັກຂະແໜງນໍາເຂົ້າ – ສົ່ງອອກ ແລະ ແຜນການ – ການຮ່ວມມື ທີ່ຂຶ້ນກັບຮາກຖານພັກພະແນກອຸດສາຫະກຳ ແລະ ການຄ້າ ແຂວງບໍລິຄຳໄຊ ໄດ້ຈັດຂຶ້ນ ໃນວັນທີ 20 ພຶດສະພາ 2022 ຢູ່ຫ້ອງປະຊຸມຂອງພະແນກອຸດສາຫະກຳ ແລະ ການຄ້າແຂວງ ໂດຍການເປັນປະທານ ສະຫາຍ ໂພສອນ ທະລາພອນ ເລຂາໜ່ວຍພັກພັກຂະແໜງນໍາເຂົ້າ – ສົ່ງອອກ ແລະ ແຜນການ – ການຮ່ວມມື, ໃຫ້ກຽດເຂົ້າຮ່ວມໂດຍ ສະຫາຍ ໄກສອນ ຈັນສີນາ ເລຂາຄະນະພັກຮາກຖານພະແນກອຸດສາຫະກຳ ແລະ ການຄ້າ ແຂວງບໍລິຄຳໄຊ, ມີຄະນະໜ່ວຍພັກ, ຄະນະຮັບຜິດຊອບຂັ້ນແຂວງ, ສະມາຊິກພັກພາຍໃນຂະແໜງ ແລະ ແຂກຖືກເຊີນ ເຂົ້າຮ່ວມ.

ໃນໄລຍະຜ່ານມາ ຄະນະພັກ, ສະມາຊິກພັກ, ພະນັກງານ ພາຍໃນໜ່ວຍ ໄດ້ເອົາໃຈໃສ່ນໍາພາ – ຊີ້ນຳ ແລະ ສຸມໃສ່ ຫຼາຍວຽກງານສຳຄັນ ເຮັດໃຫ້ໄດ້ຮັບຜົນສຳເລັດຕາມຄາດໝາຍທີ່ວາງໄວ້ ເປັນຕົ້ນແມ່ນ ເອົາໃຈໃສ່ວຽກງານດ້ານການເມືອງແນວຄິ, ການຈັດຕັ້ງ, ແບບແຜນວິທີເຮັດວຽກ, ຊຸກຍູ້ດ້ານວຽກງານວິຊາສະເພາະ ໃຫ້ໄດ້ຮັບການຈັດຕັ້ງປະຕິບັດຢ່າງແຂງແຮງ, ສຳເລັດການສ້າງແຜນດໍາເນີນວຽກງານອໍານວຍຄວາມສະດວກ ທາງດ້ານການຄ້າແຂວງ 2019 – 2022, ໃນໄລຍະ 5 ປີ ( 2016 – 2021 ) ເພີ່ມຂຶ້ນ 187,85% ຖ້າທຽບໃສ່ໃນໄລຍະດຽວກັນ, ມູນຄ່າການນໍາເຂົ້າ 2.002 ລ້ານໂດລາ ແລະ ມູນຄ່າສິນຄ້າຜ່ານແດນ 356 ລ້ານໂດລາ, ພ້ອມນັ້ນວຽກງານອົງການຈັດຕັ້ງມະຫາຊົນ, ການປະຕິບັດແນວທາງ ປກຊ – ປກສ, ວຽກງານປັບປຸງກໍ່ສ້າງພາຍໃນພັກ – ພະນັກງານ, ວຽກງານກວດກາ ແລະ ວຽກງານອື່ນໆ ກໍ່ໄດ້ຮັບການເອົາໃຈໃສ່ ແລະ ຖືກຈັດຕັ້ງປະຕິບັດດ້ວຍຜົນສຳເລັດເປັນຢ່າງດີ.

ຈາກນັ້ນ ຜູ້ແທນກອງປະຊຸມ ໄດ້ພ້ອມກັນໃຊ້ສິດປະຊາທິປະໄຕຂອງຕົນ ປ່ອນບັດຄັດເລືອກເອົາເລຂາໜ່ວຍພັກຊຸດໃໝ່ ແລະ ໃນກອງປະຊຸກຄັ້ງປະຖົມມະລຶກ ເປັນເອກະສັນກັນເລືອກເອົາ ສະຫາຍ ໂພສອນ ທະລາພອນ ເປັນເລຂາໜ່ວຍພັກຂະແໜງນໍາເຂົ້າ – ສົງອອກ ແລະ ແຜນການ – ການລົງທຶນ ຊຸດທີ II, ສະຫາຍ ພຸດທະວົງ ສີສະຫວັດ ເປັນຮອງເລຂາ ແລະ ສະຫາຍ ນາງ ທອງປານ ສະຫວັນເພັດ ເປັນຜູ້ກວດກາ.

About admins14