ກອງປະຊຸມໃຫຍ່ສະມາຊິກແມ່ຍິງໜ່ວຍ ໂຮງຮຽນປະຖົມ – ອານຸບານທົ່ງແປ ຄັ້ງທີ III

ກອງປະຊຸມໃຫຍ່ສະມາຊິກແມ່ຍິງ ໜ່ວຍໂຮງຮຽນປະຖົມ – ອານຸບານທົ່ງແປ ຄັ້ງທີ III ໄດ້ໄຂຂຶ້ນ ໃນຕອນເຊົ້າຂອງວັນທີ 19 ພຶດສະພາ 2022 ຢູ່ທີ່ຫ້ອງປະຊຸມໂຮງຮຽນ ປະຖົມ – ອານຸບານ ທົ່ງແປ ເມືອງຄຳເກີດ ແຂວງບໍລີຄຳໄຊ ໂດຍການເປັນປະທານຂອງ ທ່ານ ນາງ ຈຳປາ ແກ້ວລາວັນ ຫົວໜ້າແມ່ຍິງໜ່ວຍ ໂຮງຮຽນປະຖົມ – ອານຸບານ ທົ່ງແປ, ໃຫ້ກຽດເຂົ້າຮ່ວມຂອງ ທ່ານ ນາງ ເກດ ອິນທະວົງ ຄະນະບໍລິຫານງານສະຫະພັນແມ່ຍິງເມືອງ, ຫົວໜ້າແມ່ຍິງໜ່ວຍ ມສ ໜອງອໍ້, ທ່ານ ອຸໄດ ໄຊຍອນຕາ ເລຂາພັກບ້ານ ທົ່ງແປ, ມີບັນດາແຂກຖືກເຊີນ, ຜູ້ແທນສົມບູນ ເຂົ້າຮ່ວມ.

ກອງປະຊຸມໄດ້ຮັບຟັງການຜ່ານບົດລາຍງານການເມືອງທັງສອງພາກ, ເພື່ອສະຫຼຸບຕີລາຄາວຽກງານການເຄື່ອນໄຫວຂອງສະຫະພັນແມ່ຍິງໃນໄລຍະ 5 ປີຜ່ານມາ ແລະ ທິດທາງແຜນການ 5 ປີຕໍ່ໜ້າ ເຊິ່ງໄດ້ຍົກໃຫ້ເຫັນຜົນງານການນໍາພາຈັດຕັ້ງເຄື່ອນໄຫວວຽກງານໃນໄລຍະຜ່ານມາ ໂດຍຖືເອົາວຽກງານສຶກສາອົບຮົມການເມືອງ – ແນວຄິດເປັນກົກ, ເອົາໃຈໃສ່ເຊື່ອມຊືມແນວທາງນະໂຍບາບຂອງພັກ, ລັດຖະທຳມະນູນ, ກົດໝາຍຂອງລັດ, ມະຕິຄຳສັ່ງຂອງຂັ້ນເທິງ ມາເຜີຍແຜ່ເຊື່ອມຊືມເປັນປົກກະຕິ, ປັບປຸງວີທີການເຮັດວຽກ, ແບບແຜນການນຳພາ ແລະ ຖືເອົາວຽກງານກວດກາເປັນວຽກສຳຄັນ.

ເພື່ອສືບຕໍ່ນໍາພາ – ຊີ້ນຳວຽກງານແມ່ຍິງໃນຕໍ່ໜ້າ ກອງປະຊຸມໄດ້ພ້ອມກັນປ່ອນບັດຄັດເລືອກເອົາຄະນະແມ່ຍິງຊຸດທີ່ III ເຊີ່ງມີຜູ້ສະໝັກ 5 ທ່ານ ເລືອກເອົາ 3 ທ່ານ, ຜ່ານການປ່ອນບັດຄັດເລືອກ ສາມາດເລືອກໄດ້ ທ່ານ ນາງ ມາລາວັນ ສີມດາລາ ເປັນປະທານ, ທ່ານ ນາງ ສີລາສັ້ນ ຫລົງຫວາຊົ່ງເລົ່າ ເປັນຮອງ ແລະ ທ່ານ ນາງ ປ່າດາວ່າງ ໃຈປ່າວ ເປັນຄະນະ.

About admins14