ສະພາປະຊາຊົນແຂວງ ສະຫຼຸບວຽກງານຄະນະເລຂາທິການ

ກອງປະຊຸມວຽກງານຄະນະເລຂາທິການ ສະພາປະຊາຊົນແຂວງ ໄດ້ຈັດຂຶ້ນໃນວັນທີ 20 ພຶດສະພາ 2022 ຢູ່ຫ້ອງປະຊຸມສະພາປະຊາຊົນແຂວງ, ເປັນປະທານໂດຍ ທ່ານ ນາງ ຟອງສະໝຸດ ພົງວິຈິດ ເລຂາທິການສະພາປະຊາຊົນແຂວງ, ເຂົ້າຮ່ວມໂດຍ ທ່ານ ປອ ສຸວັນນີ ໄຊຊະນະ ປະທານສະພາປະຊາຊົນແຂວງບໍລິຄຳໄຊ, ມີຄະນະເລຂາທິການສະພາປະຊາຊົນແຂວງ, ພະແນກການ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

ໃນກອງປະຊຸມ ໄດ້ຮັບຟັງການຜ່ານຮ່າງບົດລາຍງານ ການເຄື່ອນໄຫວວຽກງານແຕ່ກອງປະຊຸມຄັ້ງປະຖົມມະລືກ ຂອງສະພາປະຊາຊົນແຂວງ ຊຸດທີ II ເຫັນວ່າຄະນະເລຂາທິການສະພາປະຊາຊົນແຂວງ ໄດ້ເອົາໃຈໃສຫຼາຍວຽກງານສຳຄັນ ເຮັດໃຫ້ໄດ້ຮັບການຈັດຕັ້ງປະຕິບັດ ແລະ ໄດ້ຮັບຜົນສຳເລັດຕາມຄາດໝາຍທີ່ວາງໄວ້ ເປັນຕົ້ນແມ່ນ ໄດ້ເອົາໃຈໃສ່ເປັນເສນາທິການຄົ້ນຄວ້າ – ສັງລວມ, ວິເຄາະວິໄຈ, ສະໜອງຂໍ້ມູນ ແລະ ເນື້ອໃນຮອບດ້ານ ໃຫ້ແກ່ສະພາປະຊາຊົນແຂວງ, ຄະນະປະຈຳສະພາປະຊາຊົນແຂວງ ແລະ ຄະນະສະມາຊິກສະພາແຫ່ງຊາດ, ເປັນເສນາທິການກະກຽມກອງປະຊຸມຄະນະປະຈຳສະພາປະຊາຊົນແຂວງ ເພື່ອພິຈາລະນາ, ຮັບຮອງເອົາບັນຫາສໍາຄັນຕ່າງໆ ຕາມການສະເໜີຂອງອົງການປົກຄອງແຂວງ ແລະ ສະພາປະຊາຊົນແຂວງ ຕາມຂອບເຂດສິດ ແລະ ໜ້າທີ່ ໄດ້ 17 ຄັ້ງ, ປະສານສົມທົບກັບພາກສ່ວນກ່ຽວຂ້ອງ ກະກຽມກອງປະຊຸມ ເພື່ອຈັດຕັ້ງທາບທາມຮ່າງກົດໝາຍ ທີ່ຈະນໍາເຂົ້າພິຈາລະນາ, ຮັບຮອງໃນກອງປະຸມສະພາແຫ່ງຊາດ ໄດ້ 25 ສະບັບ, ເປັນເສນາທິການ ການຈັດຕັ້ງປະເມີນກົດໝາຍ 4 ສະບັບ ທີ່ຕິດພັນກັບການຈັດຕັ້ງວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມທຸກຫຍຸ້ງຍາກ ທາງດ້ານເສດຖະກິດ – ການເງິນ.

ເປັນເສນາທິການກະກຽມເນື້ອໃນ, ຮູບແບບ, ວິທີການ, ກໍານົດຈຸດບ້ານ – ເປົ້າໝາຍເຂົ້າຮ່ວມ ແລະ ປະສານສົມທົບກັບພາກສ່ວນກ່ຽວຂ້ອງ ເພື່ອກະກຽມໃຫ້ສະມາຊິກສະພາແຫ່ງຊາດ ແລະ ສະມາຊິກປະຊາຊົນແຂວງ ລົງພົບປະກັບປະຊາຊົນ ໄດ້ 118 ຈຸດ, ພ້ອມນັ້ນ ຍັງໄດ້ສຸມໃສ່ວຽກງານຈັດຕັ້ງ ແລະ ກວດກາ ໄດ້ເອົາໃຈໃສ່ໃນການຄົນຄວ້າ, ສະເໜີປັບປຸງກົງຈັກການຈັດຕັ້ງ ໃຫ້ຖືກຕ້ອງສອດຄ່ອງຕາມຄໍາແນະນໍາຂອງສະພາແຫ່ງຊາດ ແລະ ແທດເໝາະກັບສະພາບການເຄື່ອນໄຫວວຽກງານຕົວຈິງຂອງແຕ່ລະພະແນກການ.

ຫຼັງຈາກນັ້ນ ຍັງໄດ້ຮັບຟັງການລາຍງານກ່ຽວກັບການເປັນເສນາທິການໃຫ້ແກ່ອົງການປົກຄອງແຂວງ, ຕີລາຄາການຈັດຕັ້ງປະຕິບັດວຽກງານທີ່ພົ້ນເດັ່ນ, ຂໍສະດວກ – ຂໍ້ຫຍຸ້ງຍາກ ໃນການເຄື່ອນໄຫວບັນດາວຽກງານໄລຍະຜ່ານມາ ຈາກຄະນະສະມາຊິກສະພາປະຊາຊົນແຂວງ ປະຈໍາເມືອງ ແລະ ວຽກງານອື່ນໆ.

About admins14