ສຳເລັດກອງປະຊຸມເປີດກວ້າງ ຄົບຄະນະບໍລິຫານງານພັກແຂວງບໍລິຄຳໄຊ ຄັ້ງທີ 4 ສະໄໝ ທີ VII

ກອງປະຊຸມເປີດກວ້າງ ຄົບຄະນະບໍລິຫານງານພັກແຂວງບໍລິຄຳໄຊ ຄັ້ງທີ 4 ສະໄໝ ທີ VII ທີ່ໄດ້ໄຂຂຶ້ນໃນຕອນເຊົ້າຂອງວັນທີ 12 ກໍລະກົດ ແລະ ໄດ້ສຳເລັດລົງຢ່າງເປັນທາງການ ໃນຕອນບ່າຍຂອງວັນທີ 13 ກໍລະກົດ 2021 ຢູ່ຫ້ອງປະຊຸມຫ້ອງວ່າການແຂວງ ພາຍໃຕ້ການເປັນປະທານຂອງ ສະຫາຍ ກອງແກ້ວ ໄຊສົງຄາມ ກຳມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງບໍລິຄຳໄຊ, ມີຄະນະປະຈຳພັກແຂວງ, ກຳມະການພັກແຂວງ, ຫົວໜ້າພະແນກການ, ພະນັກງານອາວຸໂສບໍານານ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

ກອງປະຊຸມຄັ້ງນີ້ ໄດ້ຮັບຟັງການເຜີຍແຜ່ເຊື່ອມຊືມມະຕິກອງປະຊຸມຄົບຄະນະວິສາມັນຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ແລະ ການລາຍງານສະພາບການຈັດຕັ້ງປະຕິບັດວຽກງານຂອງບັນດາພະແນກການ, ສະພາບພົ້ນເດັ່ນຂອງບັນດາເມືອງ ໃນ 6 ເດືອນຕົ້ນປີ ແລະ ທິດທາງແຜນການ 6 ເດືອນທ້າຍປີ 2021 ດ້ວຍຄວາມຮັບຜິດຊອບສູງ, ພ້ອມນັ້ນ ໄດ້ຕົກລົງຮັບຮອງເອົາບັນຫາທີ່ສໍາຄັນ ແລະ ວຽກງານຈຸດສຸມຂອງແຂວງ ຄື: ກອງປະຊຸມໄດ້ຕີລາຄາສູງ ແລະ ຮັບຮອງເອົາຜົນສໍາເລັດການຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ອົງຄະນະພັກແຂວງ ສະໄໝທີ VII ແລະ ການຈັດຕັ້ງປະຕິບັດວຽກງານຮອບດ້ານຂອງແຂວງ 6 ເດືອນຕົ້ນປີ 2021, ສືບຕໍ່ເສີມຂະຫຍາຍຜົນສຳເລັດ ແລະ ປັບປຸງແກ້ໄຂຈຸດອ່ອນ-ຂໍ້ຄົງຄ້າງໃນໄລຍະຜ່ານມາເຮັດໃຫ້ທົ່ວແຂວງມີຄວາມສະຫງົບ ແລະ ເປັນລະບຽບຮຽບຮ້ອຍ, ປະຊາຊົນບັນດາເຜົ່າມີແນວຄິດອຸ່ນອ່ຽນ, ເຊື່ອໝັ້ນຕໍ່ການນໍາພາຂອງພັກ ເສດຖະກິດ-ສັງຄົມມີການພັດທະນາຢ່າງຕໍ່ເນື່ອງ ໄປຕາມທິດທີ່ມະຕິ ຄັ້ງທີ XI ຂອງພັກ ກໍ່ຄືມະຕິ VII ອົງຄະນະພັກແຂວງ ວາງອອກ ໃຫ້ປະກົດຜົນເປັນຈິງ, ສືບຕໍ່ເປັນເຈົ້າການນໍາພາ-ຊີ້ນໍາຈັດຕັ້ງຜັນຂະຫຍາຍບັນດາຄາດໝາຍ, ໜ້າທີ່ຕົ້ນຕໍທີ່ໄດ້ກຳນົດໃນມະຕິຂອງພັກແຕ່ລະຂັ້ນ, ສ້າງແຜນດໍາເນີນງານ, ແບ່ງຄວາມຮັບຜິດຊອບພາຍໃນຂອງຄະນະພັກແຕ່ລະຂັ້ນ, ສ້າງກໍາລັງໃຫ້ມີແບບແຜນທັນສະໄໝ.

ຖືສຳຄັນການສ້າງກອງຫຼອນ-ປກສ ບ້ານ, ກຸ່ມບ້ານເພື່ອບໍລິການປະຊາຊົນສົມທົບແໜ້ນກັບອົງການປົກຄອງຂັ້ນຮາກຖານເປັນເຈົ້າການແກ້ໄຂປະກົດການຫຍໍ້ທໍ້ຕ່າງໆ ຕິດແໜ້ນກັບການຈັດຕັ້ງແກ້ໄຂບັນຫາ 4 ເຖື່ອນ, 9 ຫົວຂໍ້ວິທະຍາສາດ ແລະ ຢູ່ຕາມຈຸດຫຼໍ່ແຫຼມຂອງແຂວງ ໃຫ້ມີຄວາມສະຫງົບປອດໄພ.

ສືບຕໍ່ຍູ້ແຮງການພັດທະນາເສດຖະກິດ-ສັງຄົມ ໃຫ້ຂະຫຍາຍຕົວຢ່າງຕໍ່ເນື່ອງ, ສູ້ຊົນເກັບລາຍຮັບໃຫ້ໄດ້ຕາມແຜນທີ່ກໍານົດໄວ້ ແລະ ຄຸ້ມຄອງລາຍຈ່າຍໃຫ້ຖືກຕ້ອງຕາມລະບຽບ-ກົດໝາຍ ຢ່າງເຂັ້ມງວດ ນຳໃຊ້ເຕັກນິກວິທະຍາສາດເຂົ້າໃນການຜະລິດໃຫ້ຫຼາຍຂຶ້ນ, ຊຸກຍູ້ການຜະລິດເຂົ້າ, ປູກພືດ, ລ້ຽງສັດ ແລະ ລ້ຽງປາ ເພື່ອຕອບສະໜອງດ້ານສະບຽງອາຫານ ແລະ ເປັນສິນຄ້າ, ສືບຕໍ່ພົວພັນນໍາບັນດາກະຊວງທີ່ກ່ຽວຂ້ອງ ເພື່ອຮັບຮອງເອົາແຜນແມ່ບົດ ວ່າດ້ວຍການສ້າງເມືອງໄຊຈໍາພອນ ແຂວງບໍລິຄຳໄຊ ເປັນຕົວແບບຂອງການພັດທະນາຊົນນະບົດໃໝ່ຂອງລັດຖະບານ ແລະ  ຈັດຕັ້ງຜັນຂະຫຍາຍແຜນພັດທະນາລະບົບສະຖິຕິ ຄັ້ງທີ II (2021-2025), ພັດທະນາຊົນນະບົດຮອບດ້ານ ແລະ ວຽກງານ 3 ສ້າງ ຕິດພັດກັບຂະບວນການແຂ່ງຂັນຮັກຊາດ ແລະ ພັດທະນາ ປະຈໍາປີ 2021 ໂດຍວາງເປົ້າໝາຍໄວ້ວ່າ: “ຕັ້ງໜ້າສ້າງຄອບຄົວໃຫ້ມີຄວາມຮັ່ງມີ, ບ້ານມີຄວາມເຂັ້ມແຂງ, ເມືອງ-ແຂວງ ມີຄວາມສະຫງົບ ແລະ ພັດທະນາ” ໃຫ້ທົ່ວເຖິງ.

ເຝົ້າລະວັງ, ສະກັດກັ້ນການເກີດພະຍາດລະບາດຕາມລະດູການ ແລະ ໂຕ້ຕອບການລະບາດຂອງພະຍາດຕິດຕໍ່ຕ່າງໆໃຫ້ທັນການ, ສູ້ຊົນແກ້ໄຂຄະດີ, ຄຳຮ້ອງທຸກ-ຮ້ອງຟ້ອງ ທີ່ມີຄວາມຫຍຸ້ງຍາກ ເຮັດໃຫ້ການພິຈາລະນາແກ້ໄຂຄະດີບໍ່ທັນຕາມເວລາກໍານົດ ພ້ອມທັງຮັບປະກັນຄວາມຍຸຕິທໍາແກ່ພົນລະເມືອງ ແລະ ຫຼຸດຜ່ອນຫາງສຽງຈົ່ມວ່າຈາກສັງຄົມ, ສ້າງທຸກເງື່ອນໄຂ ເພື່ອການຮ່ວມມື-ແລກປ່ຽນບົດຮຽນດ້ານການພັດທະນາ ໃຫ້ສາມາດເຊື່ອມໂຍງກັນໃນຂົງເຂດ, ພາກພື້ນ ແລະ ສາກົນ ເພື່ອຍາດແຍ່ງເອົາການຊ່ວຍເຫຼືອ, ການລົງທຶນ, ການຮ່ວມມື ເຕັກໂນໂລຊີທີ່ທັນສະໄໝເຂົ້າໃນການພັດທະນາໃຫ້ຫຼາຍຂຶ້ນ.

About admins16