ຊາວໜຸ່ມບໍລິຄໍາໄຊ ຮ່ວມໃຈບໍລິຈາກເລືອດ

ເພື່ອສະເຫຼີມສະຫຼອງວັນຄ້າຍວັນເກີດ ທ່ານປະທານ ສຸພານຸວົງ ຄົບຮອບ 112 ປີ, ວັນປ່ອຍປາ ແລະ ອານຸລັກສັດນໍ້າສັດປ່າແຫ່ງຊາດ ໃນວັນທີ 13 ກໍລະກົດ 2021 ຢູ່ຫ້ອງການຄະນະບໍລິຫານງານຊາວໜຸ່ມແຂວງບໍລິຄໍາໄຊ ໄດ້ຈັດກິດຈະກໍາບໍລິຈາກເລືອດ ພາຍໃຕ້ຄໍາຂັວນທີ່ວ່າ “ເມື່ອໃດຊາດຕ້ອງການຊາວໜຸ່ມຂານອາສາ” ໃຫ້ກຽດເຂົ້າຮ່ວມນຳພາໂດຍ ສະຫາຍ ທອງມະນີ ໂຄດປັນຍາ ກໍາມະການພັກແຂວງ ເລຂາຄະນະບໍລິຫານງານຊາວໜຸ່ມແຂວງ, ສະຫາຍ ນາງ ພິນທອງ ທໍາມະວົງສາ ຮອງຫົວໜ້າອົງການກາແດງແຂວງ, ມີເລຂາ, ຮອງເລຂາຊາວໜຸ່ມຮາກຖານ, ໜ່ວຍຮາກຖານອ້ອມຂ້າງ ພ້ອມດ້ວຍພະນັກງານ ແລະ ຜູ້ບໍລິຈາກ ເຂົ້າຮ່ວມ.

ການຈັດກິດຈະກໍາບໍລິຈາກເລືອດຄັ້ງນີ້ ນອກຈາກຈະເປັນການຂໍ່ານັບຮັບຕ້ອນວັນສໍາຄັນຕ່າງໆ ທາງປະຫວັດສາດແລ້ວ ຍັງເປັນການຈັດຕັ້ງປະຕິບັດຕາມແຈ້ງການຂອງທ່ານຮອງເຈົ້າແຂວງ, ປະທານຄະນະກໍາມະການກາແດງແຂວງບໍລິຄໍາໄຊ ເລກທີ 08/ຂບຊ, ລົງວັນທີ 10 ພຶດສະພາ 2021 ໃນການປຸກລະດົມບໍລິຈາກເລືອດ ໃນໄລຍະການແຜ່ລະບາດຂອງພະຍາດໂຄວິດ-19 ເຊິ່ງເຫັນວ່າ ປະຈຸບັນ ເລືອດມີຄວາມຂາດແຄນຫຼາຍ ເນື່ອງຈາກການແຜ່ລະບາດຂອງພະຍາດ ຍິ່ງມີຄວາມຈໍາເປັນຕ້ອງການເລືອດ ເພື່ອໄປຊ່ວຍກອບກູ້ເອົາຊີວິດຜູ້ທີ່ເຈັບປ່ວຍ ທີ່ຕ້ອງການເລືອດ ເຊິ່ງໄດ້ຮັບການປະກອບສ່ວນສະໜັບສະໜູນຂອງຊາວໜຸ່ມຮາກຖານ ແລະ ສະມາຊິກຊາວໜຸ່ມອ້ອມຂ້າງ ຂານອາສາ ເສຍສະຫລະເລືອດເນື້ອຂອງຕົນ ເພື່ອຊ່ວຍກອບກູ້ເອົາຊີວິດຂອງເພື່ອນມະນຸດດ້ວຍກັນ, ອາສາສະໝັກບໍລິຈາກເລືອດສົມກັບຄໍາຂວັນຂອງຊາວໜຸ່ມທີ່ວ່າ: “ບ່ອນໃດຍາກຊາວໜຸ່ມບຸກ ບ່ອນໃດທຸກຊາວໜຸ່ມຜ່ານຜ່າ ເມື່ອໃດຊາດຕ້ອງການ ຊາວໜຸ່ມຂານອາສາ”.

ໃນກິດຈະກຳ ມີຜູ້ສະໝັກບໍລິຈາກ 89 ສະຫາຍ, ຍິງ 28 ສະຫາຍ ແລະ ໄດ້ເລືອດ 87 ຖົງ, ພ້ອມນັ້ນ ຍັງໄດ້ຮັບການສະໜັບສະໜູນ ຈາກຄອບຄົວຊາວໜຸ່ມແຂວງ ອຸປະຖໍາເຝີ ມູນຄ່າ 1.500.000 ກີບ, ຮ້ານອາຫານກຸຫຼາບປາກຊັນ ອຸປະຖໍາອາຫານ ມູນຄ່າ 2.400.000 ກີບ, ຊາວໜຸ່ມພະແນກອຸດສາຫະກໍາ-ການຄ້າແຂວງ ອຸປະຖໍາເຄື່ອງດື່ມ ມູນຄ່າ 2.550.000 ກີບ, ຊາວໜຸ່ມພະແນກແຜນການ ແລະ ການລົງທຶນ ອຸປະຖໍານໍ້າດື່ມ ມູນຄ່າ 175.000 ກີບ.

 

About admins14