ກອງປະຊຸມປະສານຂ່າວ ເກັບກຳຫາງສຽງສັງຄົມຂັ້ນເມືອງ

ໃນຕອນເຊົ້າຂອງວັນທີ 13 ກໍລະກົດ 2021 ຢູ່ທີ່ຫ້ອງການໂຄສະນາອົບຮົມ ເມືອງຄຳເກີດ ແຂວງບໍລິຄຳໄຊ ໄດ້ຈັດກອງປະຊຸມປະສານຂ່າວ ເກັບກຳຫາງສຽງສັງຄົມ ໂດຍໃຫ້ກຽດເຂົ້າຮ່ວມເປັນປະທານຂອງ ທ່ານ ວິໄລ ສີສະມຸດ ຮອງເລຂາພັກເມືອງ, ປະທານກວດກາພັກລັດເມືອງ, ມີບັນດາຄະນະຮັບຜິດຊອບເກັບກຳຫາງສຽງສັງຄົມຂັ້ນເມືອງ ເຂົ້າຮ່ວມ.

ຈຸດປະສົງ ໃນການຈັດກອງປະຊຸມໃນຄັ້ງນີ້ ແມ່ນເພື່ອປືກສາຫາລື ແກ້ໄຂບັນຫາສະພາບແນວຄິດ-ຫາງສຽງສັງຄົມ, ຄຳສະເໜີ ຈາກພະນັກງານ ແລະ ປະຊາຊົນ ທີ່ມີຕໍ່ການຊີ້ນຳ ນຳພາ, ການເຮັດວຽກຂອງພະນັກງານລັດຖະກອນ, ເຊິ່ງຜ່ານມາ ຍັງປະກົດໃຫ້ເຫັນບາງບັນຫາ ທີ່ມີການຈົ່ມວ່າ ຈາກປະຊາຊົນ ທີ່ມີຕໍ່ບາງຫ້ອງການພາກລັດ.

ໃນກອງປະຊຸມ ຄະນະຮັບຜິດຊອບເກັບກຳຫາງສຽງສັງຄົມຂັ້ນເມືອງ ກໍ່ໄດ້ປະກອບຄຳຄິດຄຳເຫັນຢ່າງກົງໄປກົງມາ ເພື່ອໃຫ້ຄະນະຮັບຜິດຊອບເກັບກຳຫາງສຽງສັງຄົມຂັ້ນເມືອງ ປະຕິບັດຕາມພາລະບົດບາດ, ສິດ, ໜ້າທີ, ໃນການຕິດຕາມເກັບກຳສະພາບແນວຄິດຂອງພະນັກງານ ພໍ່ແມ່ປະຊາຊົນບັນດາເຜົ່າ ທົ່ວເມືອງຄຳເກີດ ເພື່ອເຂົ້າປຶກສາຫາລຶ ແລະ ຫາວິທີແກ້ໄຂ ເຮັດໃຫ້ມີປະສິດທິພາບ ແລະ ປະສົບຜົນສຳເລັດຕາມລະດັບຄາດໝາຍ, ພ້ອມກັນເຮັດວຽກງານໂຄສະນາແນວຄິດໃຫ້ພະນັກງານ, ປະຊາຊົນພາຍໃນຄວາມຮັບຜິດຊອບຂອງຕົນ ໃຫ້ເຂົ້າໃຈຕໍ່ແນວທາງຂອງພັກ-ລັດວາງອອກ.

About admin11