ສຳເລັດກອງປະຊຸມສະໄໝສາມັນເທື່ອທີ 3 ສະພາປະຊາຊົນແຂວງບໍລິຄຳໄຊ ຊຸດທີ II

ກອງປະຊຸມສະໄໝສາມັນ ເທື່ອທີ 3 ສະພາປະຊາຊົນແຂວງບໍລິຄຳໄຊ ຊຸດທີ II ໄດ້ໄຂຂຶ້ນຢ່າງເປັນທາງການ ໃນວັນທີ 10 ສິງຫາ 2022 ແລະ ໄດ້ອັດລົງດ້ວຍຜົນສຳເລັດອັນສະຫງ່າງາມ ໃນວັນທີ 12 ສິງຫາ 2022 ທີ່ຫ້ອງປະຊຸມສະພາປະຊາຊົນແຂວງ ພາຍໃຕ້ການເປັນປະທານຂອງ ທ່ານ ປອ ສຸວັນນີ ໄຊຊະນະ ປະທານສະພາປະຊາຊົນແຂວງບໍລິຄຳໄຊ, ເປັນກຽດເຂົ້າຮ່ວມໂດຍ ທ່ານ ນາງ ປີ່ງຄຳ ລາຊະສີມາ ສະມາຊິກສະພາແຫ່ງຊາດ ປະຈຳເຂດເລືອກຕັ້ງທີ 11 ແຂວງບໍລິຄຳໄຊ, ທ່ານ ປອ ກອງແກ້ວ ໄຊສົງຄາມ ເຈົ້າແຂວງບໍລິຄຳໄຊ, ມີບັນດາທ່ານຄະນະປະຈໍາສະພາປະຊາຊົນແຂວງ, ຄະນະປະຈຳພັກແຂວງ, ສະມາຊິກສະພາແຫ່ງຊາດ, ສະມາຊິກສະພາປະຊາຊົນແຂວງ, ຫົວໜ້າພະແນກການ, ພະນັກງານອາວຸໂສບຳນານ ແລະ ແຂກທີ່ຖືກເຊີນ ເຂົ້າຮ່ວມ.

ກອງປະຊຸມສະໄໝສາມັນເທື່ອທີ 3 ສະພາປະຊາຊົນແຂວງບໍລິຄຳໄຊ ຊຸດທີ II ໄດ້ດໍາເນີນມາເປັນເວລາ 2 ວັນເຄີ່ງ, ບັນດາທ່ານຜູ້ເຂົ້າຮ່ວມໄດ້ເຊີດຊູຄວາມຮັບຜິດຊອບສູງ ໃນການຄົ້ນຄວ້າ, ປະກອບຄໍາຄິດເຫັນຢ່າງມີເຫດຜົນ, ມີຈຸດສຸມ, ເລິກເຊີ່ງ ແລະ ກວ້າງຂວາງ ພ້ອມທັງມີຄວາມເປັນເອກະພາບສູງ ໃນການພິຈາລະນາຮັບຮອງເອົາບັນຫາສໍາຄັນຕ່າງໆ ຄື: ຮັບຮອງເອົາບົດລາຍງານຂອງອົງການປົກຄອງແຂວງ ກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ – ສັງຄົມ, ແຜນງົບປະມານແຫ່ງລັດ 6 ເດືອນຕົ້ນປີ ແລະ ແຜນການ 6 ເດືອນທ້າຍປີ 2022, ຮັບຮອງເອົາບົດລາຍງານການຈັດຕັ້ງປະຕິບັດວາລະແຫ່ງຊາດ ກ່ຽວກັບການສະກັດກັ້ນ ແລະ ແກ້ໄຂບັນຫາຢາເສບຕິດ ຕະຫຼອດໄລຍະຜ່ານມາ, ຮັບຮອງເອົາບົດລາຍງານຂອງພະແນກສຶກສາທິການ ແລະ ກິລາແຂວງ ກ່ຽວກັບການຈັດຕັ້ງປະຕິບັດບັນດາຄາດໝາຍຂະແໜງສຶກສາທິການ ແລະ ກິລາ, ການປັບປຸງຄຸນນະພາບລະບົບການຮຽນ – ການສອນ ໃນໄລຍະໃໝ່ ແລະ ການຄຸ້ມຄອງວຽກງານກິລາ – ກາຍຍະກຳຢູ່ພາຍໃນແຂວງ.

ຮັບຮອງເອົາບົດລາຍງານ ການຈັດຕັ້ງປະຕິບັດວຽກງານ ໃນໄລຍະຜ່ານມາ ແລະ ທິດທາງແຜນການໃນຕໍ່ໜ້າ ຂອງຫ້ອງການບໍລິຫານເອກະສານຜ່ານປະຕູດຽວ, ຮັບຮອງເອົາບົດລາຍງານ ກ່ຽວກັບການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານ ແຕ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຫາກອງປະຊຸມສະໄໝສາມັນ ເທື່ອທີ 3 ແລະ ທິດທາງແຜນການ ຫາກອງປະຊຸມສະໄໝສາມັນ ເທື່ອທີ 4 ຂອງສະພາປະຊາຊົນແຂວງ ຊຸດທີ II ແລະ ຮັບຮອງເອົານິຕິກໍາຂອງແຂວງ ຈໍານວນ 4 ສະບັບ ຄື: ຂໍ້ຕົກລົງຂອງທ່ານເຈົ້າແຂວງ ວ່າດ້ວຍການກໍານົດລະບຽບການປັບໄໝ ແລະ ນໍາໃຊ້ມາດຕະການອື່ນໆ ຕໍ່ຜູ້ລະເມີດກົດໝາຍ ແລະ ລະບຽບກ່ຽວກັບສິ່ງແວດລ້ອມ, ຂໍ້ຕົກລົງຂອງທ່ານເຈົ້າແຂວງ ວ່າດ້ວຍການຄຸ້ມຄອງການລົງທຶນດ້ານກະສິກໍາຕາມຮູບແບບສັນຍາ, ຂໍ້ຕົກລົງຂອງທ່ານເຈົ້າແຂວງ ວ່າດ້ວຍການຄຸ້ມຄອງ, ປົກປັກຮັກສາປ່າສະຫງວນຫ້ວຍງົວ ແລະ ຂໍ້ຕົກລົງຂອງທ່ານເຈົ້າແຂວງ ວ່າດ້ວຍການຄຸ້ມຄອງລົດຮັບ – ສົ່ງນັກຮຽນ.

ກອງປະຊຸມ ຍັງໄດ້ຮັບຟັງການອະທິບາຍ, ຊີ້ແຈງຈາກການນຳຂອງແຂວງ, ພະແນກການທີ່ກ່ຽວຂ້ອງ ຕໍ່ກັບຄຳສະເໜີຂອງສະມາຊິກສະພາປະຊາຊົນແຂວງ ທີ່ຕາງໜ້າໃຫ້ແກ່ປະຊາຊົນບັນດາເຜົ່າ ໃນທົ່ວແຂວງ, ໃນໄລຍະດຳເນີນກອງປະຊຸມຄັ້ງນີ້ ຍັງໄດ້ອອກອາກາດ ຖ່າຍທອດສົດບາງເນື້ອໃນທີ່ສຳຄັນ ຜ່ານທາງສະຖານີວິທະຍຸແຂວງບໍລິຄຳໄຊ ລະບົບ FM 101.3 Mh ພ້ອມທັງເປີດກວ້າງການປະກອບຄຳຄິດຄຳເຫັນ, ຄຳສະເໜີຂອງພໍ່ແມ່ປະຊາຊົນບັນດາເຜົ່າ ມາສູ່ກອງປະຊຸມ ໂດຍຜ່ານໂທລະສັບສາຍດ່ວນໝາຍເລກ 054 156 ທີ່ບໍ່ເສຍຄ່າໂທລະສັບ, ຜ່ານການສັງລວມ ມີຄຳສະເໜີມາຍັງກອງປະຊຸມ ທັງໝົດ 18 ສາຍ, ສັງລວມແລ້ວມີ 10 ເລື່ອງ.

About admins14