ເມືອງວຽງທອງ ລະນຶກວັນສ້າງຕັ້ງແນວລາວສ້າງຊາດ ແລະ ວັນສື່ມວນຊົນລາວ ຄົບຮອບ 72 ປີ

ໃນວັນທີ 11 ສິງຫາ 2022 ຢູ່ຫ້ອງປະຊຸມຊັ້ນ III ຫ້ອງວ່າການເມືອງວຽງທອງ ແຂວງບໍລິຄໍາໄຊ ໄດ້ຈັດພິທີລະນຶກວັນສ້າງຕັ້ງແນວລາວສ້າງຊາດ ແລະ ວັນສື່ມວນຊົນລາວ – ວັນພີມຈໍາໜ່າຍ ຄົບຮອບ 72 ປີ ( 13 ສິງຫາ1950 – 13 ສິງຫາ 2022 ) ໂດຍເປັນກຽດເຂົ້າຮ່ວມເຜີຍແຜ່ຂອງ ທ່ານ ຄໍາມອນ ໄຊພົມມີ ຮອງເລຂາພັກເມືອງ, ມີບັນດາພະນັກງານຫຼັກແຫຼ່ງ, ພະນັກງານລັດ – ຖະກອນ, ທະຫານ – ຕໍາຫຼວດ ເຂົ້າຮ່ວມ.

ທ່ານໄດ້ຍົກໃຫ້ເຫັນມູນເຊື້ອຄວາມເປັນມາຂອງ 2 ວັນ ເຊີ່ງໄດ້ຍົກໃຫ້ເຫັນການກໍາເນີດເຕີບໃຫຍ່ຂະຫຍາຍຕົວໃນແຕ່ລະໄລຍະ ເຊັ່ນ: ໄລຍະການຕໍ່ສູ້ກູ້ຊາດ, ໄລຍະການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ, ຍົກໃຫ້ເຫັນຜົນງານອັນພົ້ນເດັ່ນຂອງອົງການແນວລາວສ້າງຊາດ ແລະ ສື່ມວນຊົນລາວ ເຊີ່ງຍາມໃດກໍ່ໄດ້ເອົາໃຈໃສ່ພັດທະນາຕົວເອງຢ່າງບໍ່ຢຸດຢັ້ງ.

ຈຸດປະສົງໃນການເລົ່າມູນເຊື້ອຄັ້ງນີ້ ກໍ່ເພື່ອເຮັດໃຫ້ພະນັກງານຫຼັກແຫຼ່ງ, ສະມາຊິກພັກ, ພະນັກງານລັດຖະກອນ ໄດ້ຮັບຮູ້ ແລະ ເຂົ້າໃຈເຖີງປະຫວັດມູນເຊື້ອຄວາມເປັນມາ, ເຫັນໄດ້ຄວາມສຳຄັນ ຂອງການເຕົ້າໂຮມຄວາມສາມັກຄີຂອງປະຊາຊົນບັນດາເຜົ່າ, ເຫັນໄດ້ຄວາມສຳຄັນຂອງວຽກງານໂຄສະນາ ເຊິ່ງຍາມໃດ ກໍ່ເປັນກະບອກສຽງອັນແຫລມຄົມ ໃນການໂຄສະນາແນວທາງນະໂຍບາຍຂອງພັກ ລະບຽບກົດໝາຍຂອງລັດ, ເຮັດສາກົນໄດ້ຮັບຮູ້ ແລະ ມີບົດບາດໃນເວທີການເມືອງ – ເສດຖະກິດ ທັງພາກພື້ນ ແລະ ໃນເວທີໂລກ.

About admins16