ໄຊຈຳພອນ ສະຫຼຸບການຈັດຕັ້ງປະຕິບັດວຽກງານກາງສະໄໝ

ໃນວັນທີ 11 ສິງຫາ 2022 ຢູ່ສະໂມສອນຫ້ອງວ່າການ ເມືອງໄຊຈຳພອນ ແຂວງບໍລິຄຳໄຊ ໄດ້ຈັດກອງປະຊຸມ ຜ່ານຮ່າງບົດສະຫຼຸບ ການຈັດຕັ້ງປະຕິບັດວຽກງານກາງສະໄໝ 2020 – 2022 ໂດຍການເປັນປະທານຂອງທ່ານ ອຸດົມ ໄຊຍວນຕາ ຮອງເລຂາພັກເມືອ ຜູ້ຊີ້ນຳວຽກພັກ – ພະນັກງານ, ມີຄະນະປະຈຳພັກເມືອງ, ກຳມະການພັກເມືອງ, ຫົວໜ້າຫ້ອງການອ້ອມຂ້າງເມືອງ ເຂົ້າຮ່ວມ.

ໃນກອງປະຊຸມ ໄດ້ຮັບຟັງການຜ່ານຮ່າງບົດສະຫຼຸບ ຕີລາຄາການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ – ສັງຄົມ ຕະຫຼອດໄລຍະ 2 ປີ ກວ່າຜ່ານມາ ທົ່ວເມືອງຍັງສືບຕໍ່ມີສະຖຽນລະພາບທາງດ້ານການເມືອງຢ່າງໜັກແໜ້ນ, ສັງຄົມມີຄວາມສະຫງົບ ແລະ ມີຄວາມເປັນລະບຽບຮຽບຮ້ອຍ, ເສດຖະກິດມີການຂະຫຍາຍຕົວຕໍ່ເນື່ອງ, ມີຫຼາຍດ້ານສາມາດບັນລຸຄາດໝາຍທີ່ກຳນົດໄວ້, ການຜະລິດສະບຽງອາຫານ, ການຜະລິດເປັນສິນຄ້າ ໄດ້ມີຂະບວນການກວ້າງຂວາງ, ຊີວິດການເປັນຢູ່ຂອງພະນັກງານ, ທະຫານ, ຕຳຫຼວດ ແລະ ປະຊາຊົນບັນດາເຜົ່າທົ່ວເມືອງໄດ້ຮັບການປັບປຸງ ແລະ ຍົກລະດັບຂຶ້ນເປັນກ້າວໆມາ ເປັນຕົ້ນແມ່ນ: ວຽກງານການພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ ໂດຍຫັນເອົາການລົງກໍ່ສ້າງຮາກຖານການເມືອງ – ພັດທະນາຊົນະບົດຮອບດ້ານ.

ໄດ້ນໍາເອົາແນວທາງຂອງພັກ, ລະບຽບກົດໝາຍຂອງລັດ ແລະ ນິຕິກຳຕ່າງໆ ລົງສູ່ຮາກຖານປະຊາຊົນຢ່າງທົ່ວເຖີງ, ດ້ວຍການສ້າງສະຕິຄວາມເປັນເຈົ້າຕົນເອງໃຫ້ມີຄວາມໜັກແໜ້ນ ແລະ ເຂັ້ມແຂງ, ຖືເອົາການແກ້ໄຂຄວາມທຸກຍາກ, ການຈັດສັນພູມລຳເນົາ ແລະ ອາຊີບຄົງທີ່ໃຫ້ປະຊາຊົນ, ທົ່ວເມືອງພົ້ນທຸກ 1.115 ຄອບຄົວ ເທົ່າກັບ 60,8%, ຄອບຄົວທຸກຍາກ 719 ຄອບຄົວ ເທົ່າກັບ 39,2%, ສ້າງຄອບຄົວພັດທະນາໄດ້ເພີ່ມ 419 ຄອບຄົວ ເທົ່າກັບ 57% ຂອງແຜນແມ່ນ 735 ຄອບຄົວ, ປະຈຸບັນມີຄອບຄົວພັດທະນາ 956 ຄອບຄົວ ເທົ່າ 52,13% ສາມາດສ້າງບ້ານພົ້ນທຸກໄດ້ 2 ບ້ານ ເທົ່າ 20% ທົ່ວເມືອງມີບ້ານພົ້ນທຸກ 4 ບ້ານ ເທົ່າ 23,52% ຂອງຈໍານວນບ້ານທັງໝົດ. ທົ່ວເມືອງມີ 4 ກຸ່ມບ້ານ ມີ 17 ບ້ານຂື້ນກັບ ມີ 1.834 ຄອບຄົວ ມີພົນລະເມືອງ 11.022 ຄົນ, ຍິງ 5.315 ຄົນ.

ຜຸ້ເຂົ້າຮ່ວມ ຍັງໄດ້ມີການປະກອບຄຳຄິດຄຳເຫັນ ໃສ່ຮ່າງບົດສະຫຼຸບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ – ສັງຄົມ ເພື່ອເຮັດໃຫ້ຮ່າງບົດສະຫຼຸບດັ່ງກ່າວ ມີເນື້ອໃນທີ່ຄົບຖ້ວນ ແລະ ສົມບູນ.

About admins14