ສຳເລັດກອງປະຊຸມຜູ້ບໍລິຫານການສຶກສາ ທົ່ວແຂວງບໍລິຄຳໄຊ ປະຈຳສົກຮຽນ 2020-2021

ກອງປະຊຸມຜູ້ບໍລິຫານການສຶກສາທົ່ວແຂວງບໍລິຄຳໄຊ ປະຈຳສົກປີ 2020-2021 ໃນຮູບແບບທາງໄກ ໄດ້ຈັດຂຶ້ນໃນຕອນເຊົ້າຂອງວັນທີ 14 ກັນຍາ ແລະ ໄດ້ສຳເລັດລົງໃນຕອນບ່າຍຂອງວັນທີ 15 ກັນຍາ 2021 ຢູ່ຫ້ອງປະຊຸມສູນໄອຊີທີ ( ICT ) ແຂວງ ພາຍໃຕ້ການເປັນປະທານຂອງທ່ານ ລົມແພງສຸກ ກຳມະການພັກແຂວງ ຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ, ເປັນກຽດເຂົ້າຮ່ວມຂອງທ່ານ ຄຳແຫວນ ປັນຍານຸວົງ ຮອງເຈົ້າແຂວງບໍລິຄຳໄຊ, ມີຄະນະພະແນກ, ຫົວໜ້າຂະແໜງ, ອະດີດການນຳຂອງພະແນກສຶກສາແຂວງ, ອຳນວຍການໂຮງຮຽນພາຍໃນແຂວງ, ພະນັກງານວິການ ແລະ ແຂກຖືກເຊີນເຂົ້າຮ່ວມ.

ກອງປະຊຸມໄດ້ຮັບຟັງການລາຍງານການຈັດຕັ້ງປະຕິບັດແຜນພັດທະນາການສຶກສາ ແລະ ກິລາປະຈຳສົກປີ 2020-2021 ແລະ ແຜນການ ປະຈຳສົກປີ 2021-2022, ບົດລາຍງານການປະຕິບັດມະຕິກອງປະຊຸມຜູ້ບໍລິຫານການສຶກສາ ສົກປີ 2019-2020 ແລະ ໄດ້ຮັບຟັງຜົນການຈັດຕັ້ງປະຕິບັດຂອງພະແນກການ, ເມືອງ ແລະ ຂະແໜງການ. ຈາກນັ້ນ ໄດ້ຮັບຟັງການລາຍງານຈາກພາກສ່ວນຕ່າງໆແລ້ວ ຜູ້ແທນກອງປະຊຸມໄດ້ຄົ້ນຄວ້າ ແລະ ປະກອບຄຳເຫັນຕໍ່ບັນຫາຈຸດອ່ອນ, ຂໍ້ຄົງຄ້າງ, ກຳນົດວຽກງານ ແລະ ໄດ້ຕົກລົງຮັບຮອງເປັນມະຕິກອງປະຊຸມດັ່ງນີ້: ຮັບຮອງເອົາຄຳເຫັນຊີ້ນຳ ຂອງທ່ານຮອງເຈົ້າແຂວງ ເພື່ອນຳໄປຄົ້ນຄວ້າເຊື່ອມຊຶມ ແລະ ຈັດຕັ້ງຜັນຂະຫຍາຍເປັນແຜນງານ, ໂຄງການ ແລະ ວິທີການຕ່າງໆ ລົງສູ່ທ້ອງຖິ່ນຮາກຖານໃຫ້ທົ່ວເຖິງ, ຮັບຮອງເອົາຜົນການຄົ້ນຄວ້າຂອງບັນດາຜູ້ແທນ ໂດຍມອບໃຫ້ຂະແໜງ ສົມທົບກັບຫ້ອງການສຶກສາເມືອງ ແລະ ພາກສ່ວນກ່ຽວຂ້ອງເອົາໃຈໃສ່ປະຕິບັດໃຫ້ປະກົດຜົນເປັນຈິງ, ສືບຕໍ່ສ້າງ ແລະ ປັບປຸງ ໂຮງຮຽນອະນຸບານຕົວແບບໃຫ້ມີຄຸນນະພາບ, ຕິດຕາມ, ກວດກາ ຊຸກຍູ້ການປະຕິບັດໜ້າວຽກຂອງອຳນວຍການໂຮງຮຽນ ຕາມ 7 ໜ້າວຽກ ແລະ ການສິດສອນຂອງຄູ ໂດຍໃຫ້ມີການແລກປ່ຽນບົດຮຽນພາຍໃນກຸ່ມ, ສ້າງຄວາມເຂັ້ມແຂງໃຫ້ແກ່ລະບົບນິເທດການສຶກສາແຕ່ລະຊັ້ນຮຽນ ເພື່ອຊຸກຍູ້ ແລະ ຊ່ວຍເຫຼືອຄູສອນ, ສົມທົບກັບວິທະຍາໄລຕ່າງໆ ພາຍໃນແຂວງ ເອົາໃຈໃສ່ຍົກສູງຄຸນນະພາບການສຶກສາວິຊາຊີບໃຫ້ຫຼາກຫຼາຍ ແລະ ມີຄຸນນະພາບ, ເກັບກຳຂໍ້ມູນ ຈຳນວນປະຊາກອນທີ່ຕົກຫຼົ່ນ ຈາກສາຍສາມັນ ແລະ ຜູ້ດ້ອຍໂອກາດ ຢູ່ເຂດຫ່າງໄກສອກຫຼີກ ໃຫ້ໄດ້ເຂົ້າເຖິງການສຶກສາຊັ້ນບຳລຸງຫຼາຍຂຶ້ນ.

ກອງປະຊຸມຍັງໄດ້ຮັບຟັງການໂອ້ລົມ ຈາກທ່ານຄຳແຫວນ ປັນຍານຸວົງ ກ່ອນອື່ນທ່ານກໍ່ໄດ້ຍ້ອງຍໍຊົມເຊີຍຕໍ່ຜົນງານທີ່ພະແນກສຶກສາແຂວງຍາດມາໄດ້ນັ້ນ ພ້ອມນີ້ ທ່ານຍັງໄດ້ເນັ້ນໃຫ້ຮີບຮ້ອນສືບຕໍ່ສ້າງແຜນທີ່ການສຶກສາ ຕາມຄວາມເປັນຈິງ, ສົມທົບກັບການນຳຂອງເມືອງ-ຂອງແຂວງ ໃນການແກ້ໄຂສະພາບຄູເຫຼືອ-ບໍ່ພໍ ໃຫ້ສຳເລັດໂດຍໄວ ໂດຍການຈັດສັນເອົາຄູບ່ອນທີ່ເຫຼືອໄປສອນບ່ອນທີ່ບໍ່ພໍ, ປັບປຸງກຸ່ມໂຮງຮຽນ, ສ້າງໂຮງຮຽນຕົວແບບ ແລະ ຈັດຕັ້ງປະຕິບັດ 3 ຂໍ້ແຂ່ງຂັນຂອງກະຊວງສຶກສາວາງອອກ, ປັບປຸງການຮຽນ-ການສອນ ໃຫ້ມີຫຼາກຫຼາຍຮູບແບບ, ສົ່ງເສີມໃຫ້ທົ່ວປວງຊົນບັນດາເຜົ່າຫັນມາອອກກຳລັງກາຍ ຫຼິ້ນກິລາໃຫ້ຫຼາຍຂຶ້ນ. ພ້ອມນີ້ ທ່ານຍັງໄດ້ຮຽກຮ້ອງໃຫ້ທຸກພາກສ່ວນ ຈົ່ງປະກອບສ່ວນແນວຄວາມຄິດ, ວັດຖຸ, ປັດໃຈເຂົ້າໃນການພັດທະນາວຽກງານການສຶກສາ ແລະ ກິລາໃຫ້ຫຼາຍຂຶ້ນ, ປະຕິບັດມາດຕະການຕ້ານພະຍາດໂຄວິດ 19 ຢ່າງເຂັ້ມງວດ ເປັນຕົ້ນແມ່ນຮັກສາໄລຍະຫ່າງ, ໃສ່ຜ້າອັດປາກ-ດັງ, ລ້າງມືດ້ວຍສະບູ ຫຼື ເຈວ ແທກອຸນຫະພູມໃຫ້ເປັນປົກກະຕິ.

About admins16