ປະທານສະພາປະຊາຊົນແຂວງ ລົງຊີ້ນຳຫ້ອງການບໍລິການເອກະສານຜ່ານປະຕູດຽວ

ໃນຕອນເຊົ້າຂອງວັນທີ 15 ກັນຍາ 2021 ທ່ານ ປອ ສຸວັນນີ ໄຊຊະນະ ປະທານສະພາປະຊາຊົນແຂວງບໍລິຄຳໄຊ ພ້ອມດ້ວຍຄະນະ ໄດ້ລົງຊຸກຍູ້, ຕິດຕາມ ກວດກາ ການຈັດຕັ້ງປະຕິບັດ ວຽກງານ ຂອງຫ້ອງການບໍລິການເອກະສານຜ່ານປະຕູດຽວ ໂດຍມີຄະນະຮັບຜິດຊອບເຂົ້າຮ່ວມ.

ທ່ານ ພູລຳພັນ ທ່ຽງລະໄມ ຫົວໜ້າຫ້ອງການ ບໍລິການເອກະສານຜ່ານປະຕູດຽວ ແຂວງບໍລິຄຳໄຊ ໄດ້ລາຍງານການຈັດຕັ້ງປະຕິບັດວຽກງານຮອບດ້ານຕະຫຼອດໄລຍະຜ່ານມາ ເຊິ່ງຫ້ອງການບໍລິການເອກະສານຜ່ານປະຕູດຽວແຂວງ ໄດ້ເປີດນຳໃຊ້ມາແຕ່ວັນທີ 5 ມັງກອນ 2021 ແມ່ນອົງການຈັດຕັ້ງຂອງລັດ ຂຶ້ນກັບການຊີ້ນຳບັນຊາໂດຍກົງຂອງແຂວງ ປະກອບ 10 ພະແນກການທີ່ນຳເອກະສານເຂົ້າບໍລິການ ແລະ ປະກອບພະນັກງານເຂົ້າປະຈຳການເຊິ່ງມາຮອດປະຈຸບັນມີພະນັກງານທັງໝົດ 28 ທ່ານ ຍິງ 17 ທ່ານ, ໂຄງການປັບປຸງ ແລະ ສະໜອງອຸປະກອນຮັບໃຊ້ຫ້ອງການ ລວມມີ 3 ໂຄງການ ມູນຄ່າລວມ 3.533.000.000 ກີບ ໃນນັ້ນ: ໂຄງການສ້ອມແປງ ຫ້ອງການບໍລິການເອກະສານຜ່ານປະຕູດຽວແຂວງ ມູນຄ່າ 330.000.000 ກີບ ສຳເລັດ 100%, ໂຄງການສະໜອງອຸປະກອນ ມູນຄ່າ 2.742.000.000 ກີບ ສຳເລັດ 49% ແລະ ໂຄງການເພີ່ມເຕີມປັບປຸງສະຖານທີ່ຈອດລົດ ແລະ ສ້ອມແປງ ມູນຄ່າ 460.000.000 ກີບ ສຳເລັດແລ້ວ 80%.

ຮອດປະຈຸບັນ ຫ້ອງການບໍລິການເອກະສານໄດ້ຮັບເອກະສານທັງໝົດ 3.700 ສະບັບ ໃນນັ້ນ ຫຼາຍກວ່າໝູ່ແມ່ນ ພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ, ສາມາດເກັບລາຍຮັບໄດ້ທັງໝົດ 1.434.877.318 ກີບ ກວມ 69,4% ຂອງແຜນປີ, ໃນນັ້ນ ຄ່າທຳນຽມ ປະຕິບັດໄດ້ 1.148.164.318 ກີບ ແລະ ຄ່າແບບພີມ-ບໍລິການ 286.713.000 ກີບ ແລະ ໄດ້ມອບເຂົ້າງົບປະມານບັນຊີຢູ່ຄັງເງິນແຫ່ງຊາດ ຕາມລະບຽບກົດໝາຍສ່ວຍສາອາກອນແຂວງ ແລະ ລະບຽບການເງິນຂອງລັດກຳນົດອອກ.

ບັນດາຜູ້ຕາໜ້າຄະນະປະຈຳສະພາປະຊາຊົນແຂວງ, ສະມາຊິກສະພາປະຊາຊົນປະຈຳເຂດເລືອກຕັ້ງ ຍັງໄດ້ປະກອບຄຳເຫັນຫຼາຍບັນຫາ ຕໍ່ຂໍ້ຄົງຄ້າງ ແລະ ການສະເໜີຫາງສຽງຂອງປະຊາຊົນ ແລະ ຜູ້ປະກອບການ ທີ່ມາໃຊ້ບໍລິການ ເປັນຕົ້ນແມ່ນຂອດການບໍລິການເອກະສານທີ່ກ່ຽວພັນກັບບາງພະແນກການຍັງຊັກຊ້າ, ຫຍຸ້ງຍາກ, ກາຍກຳນົດເວລາຮັບເອກະສານ, ລະບົບຕ່ອງໂສ້ດ້ານໄອທີລະຫວ່າງຫ້ອງການບໍລິການເອກະສານຜ່ານປະຕູດຽວ ແລະ ບັນດາພະແນການຍັງບໍ່ທັນກົມກຽວ, ການໂຄສະນາປະຊາສຳພັນຍັງບໍ່ທັນກວ້າງຂວາງ ເຮັດໃຫ້ປະຊາຊົນຈຳນວນຫຼາຍຍັງບໍ່ທັນຮັບຮູ້ ແລະ ບັນຫາອື່ນໆ ທັ້ງນີ້ ກໍ່ເພື່ອເປັນບ່ອນອິງໃນການຍົກສູງ ຫ້ອງການບໍລິການເອກະສານຜ່ານປະຕູດຽວໃນສະເພາະໜ້າມີປະສິດທິຜົນ.

ພາບ-ຂ່າວ: ວິນລີ່

About admins16