ບໍລິສັດນາກະດົກ ປະກອບສ່ວນຕ້ານ COVID-19 ຈໍານວນ 500 ລ້ານກີບ

ໃນວັນທີ 14 ກັນຍາ 2021 ຢູ່ຫ້ອງຮັບຮອງຂອງແຂວງ ທ່ານ ອາຫຼິວ ປະທານບໍລິສັດນາກະດົກພັດທະນາຊັບພະຍາກອນ ຈຳກັດ ພ້ອມດ້ວຍຂາຫຸ່ນ ໄດ້ມອບເງິນຈຳນວນ 500.000.000 ກີບ ເພື່ອສົມທົບທຶນປະກອບສ່ວນໃຫ້ແຂວງບໍລິຄໍາໄຊ ໃນການປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດອັກເສບປອດ ຈາກເຊື້ອຈຸລະໂລກສາຍພັນໃໝ່ໂຄວິດ-19 ໃຫ້ກຽດຮັບໂດຍທ່ານ ປອ ກອງແກ້ວ ໄຊສົງຄາມ ເຈົ້າແຂວງບໍລິຄຳໄຊ ຊ້ອງໜ້າໂດຍຄະນະສະເພາະກິດຂັ້ນແຂວງ, ພະແນກການ ແລະ ພາກສ່ວນທີ່ກຽ່ວຂ້ອງ ເຂົ້າຮ່ວມເປັນສັກຂີພິຍານ.

ໃນໂອກາດນີ້ທ່ານເຈົ້າແຂວງບໍລິຄຳໄຊ ໄດ້ຕາງໜ້າໃຫ້ການນຳແຂວງບໍລິຄຳໄຊ ກ່າວຄຳຂອບໃຈ ແລະ ສະແດງຄວາມຍ້ອງຍໍຊົມເຊີຍ ຕໍ່ບໍລິສັດນາກະດົກພັດທະນາຊັບພະຍາກອນ ຈຳກັດ ທີ່ເປັນສ່ວນໜຶ່ງໃນການສົມທົບທຶນຊຸກຍູ້ຊ່ວຍເຫຼືອ ໃນການເຄື່ອນໄຫວປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດ COVID-19 ໃນຄັ້ງນີ້ ແລະ ເພື່ອເປັນການຍ້ອງຍໍສັນລະເສີນ ແລະ ເປັນການຍັງຢືນຕໍ່ຜົນງານຄວາມດີ ແຂວງບໍລິຄຳໄຊຍັງໄດ້ມອບ ໃບກຽດຕິຄຸນໃຫ້ບໍລິສັດນາກະດົກພັດທະນາຊັບພະຍາກອນ ຈຳກັດ ທີ່ໄດ້ປະກອບສ່ວນທຶນຮອນ ເຂົ້າໃນການຕ້ານການລະບາດຂອງພະຍາດໂຄວິດ-19 ໃຫ້ກຽດມອບໂດຍທ່ານ ປອ ກອງແກ້ວ ໄຊສົງຄາມ.

ແຂວງບໍລິຄໍາໄຊ ໄດ້ສຸມໃສ່ປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດ ໂຄວິດ-19 ພາຍໃຕ້ຄຳຂວັນທີ່ວ່າ “ເປັນການເຂົ້າສູ່ສະໜາມຮົບ ຕີສັດຕູອັນຕະລາຍຮ້າຍກາດ ບໍ່ມີຕົນບໍ່ມີຕົວ ແຕ່ມີອິດທິພົນທໍາຮາຍທົ່ວໂລກ” ໃນໄລຍະຜ່ານມາ ເຫັນວ່າວ່າຄະນະສະເພາະກິດຂັ້ນແຂວງ ແລະ ຂັ້ນເມືອງ ຕະຫຼອດຮອດອຳນາດການປົກຄອງຂັ້ນບ້ານ ໄດ້ສຸມໃສ່ໂຄສະນາເຜີຍແຜ່ຄຳສັ່ງ, ແຈ້ງການ ຂອງຂັ້ນເທີງຢ່າງລຽນຕິດ ເຮັດພໍ່ແມ່ປະຊົນຊົນຮັບຮູ້ ແລະ ເຂົ້າໃຈ ຕໍ່ຄວາມອັນຕະລາຍ, ວິທີປ້ອງກັນຕ່າງໆ ພ້ອມດຽວກັນຍັງໄດ້ເກັບກຳສະຖິຕິ, ຂຶ້ນທະບຽນກຸ່ມສ່ຽງ ທີ່ເດີນທາງກັບມາຈາກປະເທດທີ່ມີການລະບາດ ໂດຍໄດ້ນໍາເຂົ້າສູນເພື່ອກັກໂຕ ແລະ ໃຫ້ພາກສ່ວນຮັບຜິດຊອບ ຕິດຕາມກວດກາຢ່າງໃກ້ຊິດ, ມາຮອດປັດຈຸບັນ ພົບຜູ້ຕິດເຊື້ອພະຍາດດັ່ງກ່າວ ທັງໝົດ 82 ຄົນ, ໃນນັ້ນຕິດຢູ່ໃນຊຸມຊົນ 6 ຄົນ, ປິ່ນປົວຫາຍດີແລ້ວ 49 ຄົນ ແລະ ຍັງສືບຕໍ່ປິ່ນປົວ 33 ຄົນ, ໃນຕໍ່ໜ້າຈະໄດ້ສຸມໃສ່ການສ້າງໂຮງໝໍພາກສະໜາມ ເພື່ອຮອງຮັບແຮງງານແຂວງບໍລິຄຳໄຊ ທີ່ຈະເດີນທາງກັບມາ, ຕາມສະຖິຕິມີປປະມານເກືອບ 4.000 ຄົນ.

About admins14