ສາທາແຂວງ ສະຫຼຸບວຽກງານອະນາໄມ-ສົ່ງເສີມສຸຂະພາບ ປະຈຳປີ 2020

ກອງປະຊຸມສະຫຼຸບວຽກງານການຈັດຕັ້ງປະຕິບັດແຜນງານອະນາໄມ-ສົ່ງເສີມສຸຂະພາບ ແລະ ແຜນງານກັນ-ຄວບຄຸມພະຍາດຕິດຕໍ່ ປະຈຳປີ 2020 ແລະ ທິດທາງແຜນການ 2021 ໄດ້ຈັດຂຶ້ນ ໃນຕອນເຊົ້າຂອງວັນທີ 11 ກຸມພາ 2021 ຢູ່ຫ້ອງປະຊຸມພະແນກສາທາລະນະສຸກແຂວງ, ໂດຍການເປັນປະທານຂອງທ່ານ ດຣ ຟອງສາລີ ຫຼວງມີໄຊ ຮອງຫົວໜ້າພະແນກສາທາລະນະສຸກແຂວງບໍລິຄຳໄຊ, ມີຫົວໜ້າຂະແໜງ, ຫົວໜ້າຫ້ອງການສາທາລະນະສຸກຈາກ 7 ຕົວເມືອງ ແລະ ພະນັກງານວິຊາການ ເຂົ້າຮ່ວມ.

ກອງປະຊຸມ ໄດ້ຮັບຟັງບົດສະຫຼຸບການຈັດຕັ້ງປະຕິບັດ ໃນໄລຍະ 1 ມີຜ່ານມາ ວ່າ: ການປົກຄອງແຂວງບໍລິຄຳໄຊ ແບ່ງອອກເປັນ 7 ເມືອງ ມີ 32 ເຂດ, 291 ບ້ານ ມີ 55,369 ຄອບຄົວ ມີປະຊາກອນ 314,957 ຄົນ ຍິງ 157,166 ຄົນ, ເມືອງທຸກຍາກຍັງ 2 ເມືອງ ຄື ເມືອງວຽງທອງ ແລະ ໄຊຈຳພອນ.

ການຈັດຕັ້ງປະຕິບັດ 11 ຕົວຊີ້ວັດໃນໄລຍະຜ່ານມາ ເຫັນວ່າ ຕົວຊີ້ວັດຂອງວຽກງານແມ່ ແລະ ເດັກ ຍັງບໍ່ບັນລຸຕາມເປົ້າໝາຍທີ່ຕັ້ງໄວ້ ຄື: ອັດຕານ້ຳໜັກຕ່ຳກວ່າມາດຕະຖານ ໃນເດັກນ້ອຍອາຍຸຕ່ຳກວ່າ 5 ປີ ປະຕິບັດໄດ້ 7%, ການຂາດອາຫານຊ້ຳເຮື້ອ ( ສູງບໍ່ໄດ້ມາດຕະຖານ ) ໃນເດັກນ້ອຍອາຍຸຕ່ຳກວ່າ 5 ປີ ປະຕິບັດໄດ້ 15,1%, ອັດຕາການຕາຍຂອງເດັກລຸ່ມ 1 ປີ 14,2%, ອັດຕາການຕາຍເດັກລຸ່ມ 5 ປີ ປະຕິບັດໄດ້ 16%, ການຕາຍຂອງແມ່, ອັດຕາການເກີດລູກມີແພດຊຳນານຊ່ວຍເກີດ, ອັດຕາສັກຢາກັນພະຍາດ, ອັດຕາການຊົມໃຊ້ນ້ຳສະອາດ ແລະ ອັດຕາການຊົມໃຊ້ວິດຖ່າຍ ບໍ່ທັນບັນລຸ, ສ່ວນປົກຄຸມການປະກັນສຸຂະພາບທຸກທົ່ວໜ້າ ປະຕິບັດໄດ້ 100% ແລະ ອັດຕາບ້ານສາທາລະນະສຸກແບບຢ່າງປະຕິບັດໄດ້ 95,7%.

ນອກນັ້ນ ຍັງໄດ້ຮັບຟັງການລາຍງານການຈັດຕັ້ງປະຕິບັດແຜນງານອະນາໄມ-ສົ່ງເສີມສຸຂະພາບ ແລະ ແຜນງານກັນ-ຄວບຄຸມພະຍາດຕິດຕໍ່ ຂອງບັນດາ 7 ຕົວເມືອງ ພ້ອມທັງປະກອບຄຳຄິດເຫັນ ໃນການປະຕິບັດວຽກງານດັ່ງກ່າວ ເພື່ອຈະໄດ້ພ້ອມກັນແກ້ໄຂບັນຫາທີ່ຍັງບໍ່ບັນລຸ ໃຫ້ໄດ້ຮັບຜົນສຳເລັດໃນຕໍ່ໜ້າ.

About admins16