ພະແນກຕໍາຫຼວດຈະລາຈອນ ປກສ ແຂວງ ມອບລົດຈັກຄືນເຈົ້າຂອງເດີມ

 

ຕອນບ່າຍ ວັນທີ 09 ກຸມພາ 2021 ນີ້, ເຈົ້າໜ້າທີ່ ພະແນກຕໍາຫຼວດ ຈະລາຈອນ ປກສ ແຂວງບໍລິຄໍາໄຊ ໄດ້ຈັດພິທີ ມອບລົດຈັກທີ່ເກັບກູ້ໄດ້ ໃນການຈັດຕັ້ງປະຕິບັດໂຄງການຫຼຸດຜ່ອນອຸປະຕິເຫດ ຢູ່ ເມືອງວຽງທອງ ແຂວງບໍລິຄໍາໄຊ, ແລ້ວນໍາມາມອບຄືນໃຫ້ເຈົ້າຂອງເດີມ ເປັນລົດຈັກຍີ່ຫໍ້ຮອນດ້າເວບຮ້ອຍ ສີຟ້າດໍາ ໝາຍເລກທະບຽນ ຈຄ 5845 ບໍລິຄໍາໄຊ ຄືນໃຫ້ແກ່ນາງ ຕຸ່ນ ບ້ານວຽງຄໍາ ເມືອງປາກກະດິງ ແຂວງບໍລິຄໍາໄຊ ທີ່ເປັນເອື້ອຍຂອງເຈົ້າຂອງລົດຈັກຄັນດັ່ງກ່າວ ຕາງໜ້າກ່າວມອບໂດຍ ທ່ານ ພັນຕີ ທະນູ ບຸນຜາສຸກ ຫົວໜ້າກອງຈະລາຈອນ ພະແນກຕໍາຫຼວດ ຈະລາຈອນ ປກສ ແຂວງ, ມີພະນັກງານພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມເປັນສັກຂີພະຍານ.

ເຈົ້າໜ້າທີ່ພະແນກຕໍາຫຼວດ ຈະລາຈອນ ປກສ ແຂວງບໍລິຄໍາໄຊ ໃຫ້ຮູ້ວ່າ: ລົດຈັກທີ່ນໍາມາມອບໃນຄັ້ງນີ້ ແມ່ນເກັບກູ້ມາໄດ້ມາຈາກການປະຕິບັດໂຄງການຫຼຸດຜ່ອນອຸປະຕິເຫດ ຢູ່ເມືອງວຽງທອງ ແຂວງບໍລິຄໍາໄຊ ເຊີ່ງໂຄງການດັ່ງກ່າວແມ່ນໄດ້ຈັດຕັ້ງປະຕິບັດມາແຕ່ ວັນທີ 14 ທັນວາ 2020 ຫາ 11 ມັງກອນ 2021. ໃນນັ້ນ,ຄະນະຮັບຜິດຊອບໄດ້ລົງໂຄສະນາເຜີຍແຜ່ກົດລະບຽບຈະລາຈອນ ຢູ່ບັນດາໂຮງຮຽນພາຍໃນເມືອງ, ລົງຈັດສັນຄວາມເປັນລະບຽບຮຽບຮ້ອຍ, ລະບາຍການສັນຈອນຕາມທ້ອງຖະໜົນ, ລົງຕັ້ງຈຸດກວດກາຕາມເສັ້ນທາງທີ່ມີຄວາມສ່ຽງມັກເກີດອຸປະຕິເຫດ, ເພື່ອຕິດຕາມກວດກາບັນດາເອກະສານລົດ, ໃບອະນຸຍາດຂັບຂີ່, ກວດກາສະພາບເຕັກນິກລົດ ແລະ ສືກສາອົບຮົມກ່າວເຕືອນຜູ້ລະເມີດກົດລະບຽບຈະລາຈອນ, ໃນເວລາຈັດຕັ້ງປະຕິບັດໂຄງການດັ່ງກ່າວຢູ່ນັ້ນ, ເຈົ້າໜ້າທີ່ຈື່ງໄດ້ພົບເຫັນລົດຈັກ ຮອນດ້າ ເວບຮ້ອຍ ສີຟ້າດໍາ ບໍ່ມີເອກະສານ, ຈື່ງໄດ້ກັກໄວ້ເພື່ອກວດກາ ສ່ວນຜູ້ຂັບຂີ່ລົດຈັກຄັນດັ່ງກ່າວແມ່ນໄດ້ຂໍໄປເອົາເອກະສານລົດຢູ່ເຮືອນເພື່ອມາຢັ້ງຢືນເອົາລົດແລ້ວກໍ່ບໍ່ກັບມາອິກເລີຍ, ພາຍຫຼັງກວດກາ ເລກຈັກ, ເລກຖັງ ຈື່ງຮູ້ວ່າລົດຄັນດັ່ງກ່າວ ໝາຍເລກທະບຽນ ຈຄ 5845 ແຂວງບໍລິຄໍາໄຊ ອອກຊື່ ນາງ ດອກຄູນ ບ້ານວຽງຄໍາ ເມືອງປາກກະດິງ ແຂວງບໍລິຄໍາໄຊ ທີ່ຖືກຄົນຮ້າຍລັກໄປ. ເຈົ້າໜ້າທີ່ຈື່ງໄດ້ນໍາມາຮັກສາໄວ້ ຢູ່ກອງບັນຊາການ ປກສ ແຂວງບໍລິຄໍາໄຊ ແລ້ວປະສານຫາເຈົ້າຂອງລົດຄັນດັ່ງກ່າວ ໃຫ້ນໍາເອົາເອກະສານລົດມາຢັ້ງຢືນເອົາລົດຈັກຄັນດັ່ງກ່າວຄືນ.

About admin11