ບໍລິຄຳໄຊ ຫວນຄືນມູນເຊື້ອກຳມະບານລາວ ຄົບຮອບ 65 ປີ

ພິທີປາຖະກະຖາຫວນຄືນມູນເຊື້ອ 65 ປີ ວັນສ້າງຕັ້ງສະຫະພັນກຳມະບານລາວ (1 ກຸມພາ 1956 – 1 ກຸມພາ 2021) ໄດ້ຈັດຂຶ້ນ ໃນວັນທີ 11 ກຸມພາ 2021 ຢູ່ສະໂມສອນແຂວງ ໃຫ້ກຽດເປັນປະທານ ແລະ ປາຖະກະຖາ ໂດຍທ່ານ ປອ ກອງແກ້ວ ໄຊສົງຄາມ ກຳມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງບໍລິຄຳໄຊ, ມີການນຳຂອງແຂວງ, ພະນັກງານລັດຖະກອນ, ສະມາຊິກກຳມະບານ, ນາຍ ແລະ ພົນທະຫານ, ນາຍ ແລະ ພົນຕໍາຫຼວດ ຕະຫຼອດຮອດນັກຮຽນນັກສຶກສາເຂົ້າຮ່ວມ.

ໃນທ້າຍສັດຕະຫວັດທີ 19, ພວກລ່າເມືອງຂື້ນຝຣັ່ງໄດ້ເຂົ້າມາຍຶດຄອງ 3 ປະເທດອິນດູຈີນ ແລະ ໄດ້ປຸ້ນສະດົມ, ເຂັ້ນຂ້າ ແລະ ກົດຂີ່ຂຸດຮີດຊາວຜູ້ອອກແຮງງານຢ່າງໂຫດຮ້າຍປ່າເຖື່ອນທີ່ສຸດ ຈົນມາຮອດວັນທີ 3 ກຸມພາ 1930 ປະທານ ໂຮ່ຈິມິນ ໄດ້ສ້າງຕັ້ງພັກກອມມູນິດອິນດູຈີນຂື້ນ ເພື່ອນໍາພາຂະບວນການຕໍ່ສູ້ຂອງປະຊາຊົນຢູ່ອິນດູຈີນ ແລະ ໃນປີ 1934 ອົງຄະນະພັກແຄ້ວນລາວກໍ່ໄດ້ຮັບການສ້າງຕັ້ງຂື້ນ, ຊຶ່ງເປັນບາດກ້າວທຳອິດທີ່ມີການປັບປຸງ, ຂະຫຍາຍການຈັດຕັ້ງພັກ, ອົງການຈັດຕັ້ງມະຫາຊົນ ຂະບວນການຕໍ່ສູ້ກຳເນີດຂຶ້ນໃນທົ່ວປະເທດ ແລະ ມາຮອດວັນທີ 22 ມີນາ 1955 ທີ່ບ້ານນາແມວ ເມືອງວຽງໄຊ ແຂວງຫົວພັນ ພັກປະຊາຊົນລາວ ກໍ່ໄດ້ຮັບການສ້າງຕັ້ງຂື້ນ ໂດຍແມ່ນປະທານ ໄກສອນ ພົມວິຫານ ເປັນເລຂາຄະນະຊີ້ນຳສູນກາງ, ເປັນເລຂາຄະນະພັກສູນກາງ-ທັງເປັນຜູ້ບັນຊາການສູງສຸດກຳລັງປະກອບອາວຸດປະຊາຊົນລາວ.

ເພື່ອໂຄສະນາຂົນຂວາຍ, ເຕົ້າໂຮມກຳມະກອນ ໃຫ້ມີຄວາມຕື່ນຕົວທາງດ້ານຊົນຊັ້ນຢ່າງຈະແຈ້ງ, ເສີມຂະຫຍາຍປະຊາທິປະໄຕ, ສົ່ງເສີມການມີວຽກເຮັດງານທຳ ແລະ ເປັນຕົວແທນໃຫ້ແກ່ການປົກປ້ອງສິດຜົນປະໂຫຍດອັນຊອບທຳໃຫ້ແກ່ກຳມະກອນ ແລະ ຊາວຜູ້ອອກແຮງງານລາວບັນດາເຜົ່າ ວັນທີ 1 ກຸມພາ 1956 ກົມການເມືອງສູນກາງພັກ ກໍ່ໄດ້ມີມະຕິຕົກລົງສ້າງຕັ້ງອົງການຈັດຕັ້ງກຳມະບານລາວຂື້ນຢ່າງເປັນທາງການຢູ່ເຂດທີ່ໜັ້ນ ແຂວງ ຫົວພັນ ໂດຍແມ່ນ ສະຫາຍ ສີສົມພອນ ລໍວັນໄຊ ເປັນຜູ້ຮັບຜິດຊອບ ພາຍໃຕ້ການຊີ້ນຳຂອງຄະນະນຳສູນກາງພັກ.

ພາຍຫຼັງທີ່ອົງການຈັດຕັ້ງກຳມະບານໄດ້ຮັບການສ້າງຕັ້ງຂຶ້ນ ກໍ່ໄດ້ກາຍເປັນກຳລັງຫຼວງປະກອບສ່ວນຢ່າງສົມກຽດ ເຂົ້າໃນການຕໍ່ສູ້ກູ້ຊາດແຕ່ລະໄລຍະ ຈົນສາມາດຍາດໄດ້ໄຊຊະນະ ແລະ ປົດປ່ອຍປະເທດຊາດໄດ້ ໃນວັນທີ 2 ທັນວາ 1975.

ຫຼັງຈາກນັ້ນ ອົງການຈັດຕັ້ງກຳມະບານກໍ່ຍັງໄດ້ປະຕິບັດໜ້າທີ່ການຜະລິດ, ສ້າງຄວາມເຂັ້ມແຂງກຸ້ມຕົນເອງທາງດ້ານເສດຖະກິດ, ປະຕິບັດໜ້າທີ່ການສູ້ຮົບ, ທັງປັບປຸງ, ກໍ່ສ້າງ ແລະ ຂະຫຍາຍການຈັດຕັ້ງຂອງຕົນ ເຂົ້າໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ, ກໍ່ຄືການປົກປ້ອງສິດ ແລະ ຜົນປະໂຫຍດອັນຊອບທຳໃຫ້ແກ່ສະມາຊິກກຳມະບານ ແລະ ຊາວຜູ້ອອກແຮງານລາວບັນດາເຜົ່າ.

ໃນພິທີ ຍັງໄດ້ຈັດກິດຈະກຳ ບໍລິຈາກເລືອດຊ່ວຍເຫຼືອສັງຄົມ ເຊິ່ງມີສະມາຊິກກຳມະບານສະໝັກໃຈຮ່ວມບໍລິຈາກເລືອດ ທັງໝົດ 63 ສະຫາຍ, ຍິງ 22 ສະຫາຍ ແລະ ຮ້ານອາຫານກຸຫຼາບປາກຊັນ ກໍ່ໄດ້ນຳອາຫານ 100 ກ່ອງ ມາສະໜັບສະໜຸນ ເພື່ອເປັນການໃຫ້ກຳລັງໃຈພະນັກງານ ແລະ ຜູ້ທີ່ສະໝັກໃຈບໍລິຈາກເລືອດ.

ພ້ອມດຽວກັນນີ້ ສະຫະພັນກຳມະບານແຂວງ ກໍ່ໄດ້ມອບໃບຍ້ອງຍໍ ໃຫ້ແກ້ຜູ້ມີຜົນງານໃນການຊ່ວຍເຫຼືອເຂົ້າໃນວຽກງານກຳມະບານ ແລະ ຜູ້ສະໝັກໃຈບໍລິຈາກເລືອດໃນຄັ້ງນີ້.

About admins14