ສາທາລະນະສຸກແຂວງ ເຜີຍແຜ່ນະໂຍບາຍກອງທຶນປະກັນສຸຂະພາບແຫ່ງຊາດ

ພິທີເຜີຍແຜ່ນະໂຍບາຍກອງທຶນປະກັນສຸຂະພາບແຫ່ງຊາດ ໄດ້ຈັດຂຶ້ນໃນຕອນເຊົ້າຂອງວັນທີ 26 ພຶດສະພາ 2022 ຢູ່ຫ້ອງປະຊຸມຂອງພະແນກສາທາລະນະສຸກ ແຂວງບໍລິຄຳໄຊ, ໃຫ້ກຽດເຂົ້າຮ່ວມ ແລະ ເຜີຍແຜ່ຂອງທ່ານ ດຣ ສອນໄຊ ປັນຍານຸວົງ ຫົວໜ້າພະແນກສາທາລະນະສຸກແຂວງ, ມີບັນດາພະແນກການອ້ອມຂ້າງແຂວງ ແລະ ຂະແໜງການກ່ຽວຂ້ອງ ເຂົ້າຮ່ວມ.

ກອງທຶນປະກັນສຸຂະພາບແຫ່ງຊາດ (ກປຊ) ແມ່ນກອງທຶນ ທີ່ລວມເອົາກອງທຶນປະກັນສຸຂະພາບຊຸມຊົນ (ກປສຊ), ກອງທຶນສຸຂະພາບຜູ້ທຸກຍາກ (ກສທ), ກອງທຶນອຸດໜູນເກີດລູກ ແລະ ປິ່ນປົວເດັກອາຍຸ ລຸ່ມ 05 ປີ (ກມດ) ແລະ ກອງທຶນອຸດໜູນປະກັນສຸຂະພາບ ຂອງອົງການປະກັນສັງຄົມແຫ່ງຊາດ ໃນປັດຈຸບັນ ( ກປຊ ) ໄດ້ໂຮມເອົາ ສາມກອງທຶນ: ກປສຊ, ກສທ, ກມດ ແລະ ພົນລະເມືອງລາວທີ່ບໍ່ທັນມີປະກັນ ຫລື ມີປະກັນສຸຂະພາບ ພາກເອກະຊົນ ຊຶ່ງໄດ້ນຳໃຊ້ກົນໄກ ການເກັບເງິນສົມທົບ, ການຈ່າຍເງິນ ແລະ ການຄິດໄລ່ອັດຕາຄ່າບໍລິການອັນດຽວ ຂອງກອງທຶນປະກັນສຸຂະພາບແຫ່ງຊາດ ຢູ່ສະຖານທີ່ບໍລິການປິ່ນປົວຂອງລັດ, ຖ້າເປັນຄົນເຈັບເກົ່າທີ່ເປັນພົນລະເມືອງລາວ ສາມາດໃຊ້ຫຼັກຖານທີ່ໂຮງໝໍມີ ຫລື ໄດ້ເຄີຍອອກໃຫ້ ເຊັ່ນ: ລະຫັດປະຈຳຕົວຄົນເຈັບໃນຖານຂໍ້ມູນ, ປື້ມກວດພະຍາດ, ໃບອອກໂຮງໝໍ ໂດຍບໍ່ຈຳເປັນ ຕ້ອງມີເອກະສານຢັ້ງຢືນ.

ລາຍການ ກປຊ ຄຸ້ມຄອງ: ຜູ້ປະກັນຕົນຂອງ ກປຊ ສາມາດໃຊ້ບໍລິການທຸກຢ່າງ ລວມທັງການບໍລິການທີ່ມີລາຄາສູງ ທີ່ມີໃນສະຖານທີ່ບໍລິການປິ່ນປົວຂອງລັດພາຍໃນປະເທດ, ສະຖານທີ່ບໍລິການປິ່ນປົວຕ້ອງໄດ້ສະໜອງທຸກລາຍການຢາປົວພະຍາດ ແລະ ອຸປະກອນການແພດຕາມບັນຊີຢາເປັນພື້ນຖານແຫ່ງຊາດຂອງແຕ່ລະຂັ້ນ, ອຸປະຕິເຫດແຮງງານ ແລະ ການສັນຈອນທີ່ບໍ່ມີຄູ່ກໍລະນີ ຫລື ມີຄູ່ກໍລະນີ ແຕ່ບໍ່ມີປະກັນໄພ ຈະຖືກຄຸ້ມຄອງ ຈາກ ກປຊ ໂດຍຈ່າຍຕາມປະເພດການບໍລິການ, ກໍລະນີເຈັບໜັກ ສຸກເສີນ ມໍລະສຸມ ທີ່ຈຳເປັນຕ້ອງໄດ້ສົ່ງດ່ວນດ້ວຍລົດນໍາສົ່ງຄົນເຈັບ.

ສຳລັບລາຍການບໍລິການທີ່ ກປຊ ບໍ່ຄຸ້ມຄອງ ແມ່ນຜູ້ປະກັນຕົນທີ່ນອນໂຮງໝໍ ມີຄວາມຕ້ອງການນອນຫ້ອງພິເສດ ແມ່ນຕ້ອງໄດ້ຈ່າຍເອງ, ຜູ້ປະກັນຕົນ ຂອງ ກປຊ ທີ່ຖືກສັດກັດ ຖ້າມີເຈົ້າຂອງ ເຈົ້າຂອງສັດຈ່າຍ 50% ຂອງມູນຄ່າປິ່ນປົວ, ບໍ່ຄຸ້ມຄອງມູນຄ່າບໍລິການປິ່ນປົວ ຍ້ອນອຸປະຕິເຫດ ທີ່ມາຈາກການດື່ມ ຫຼື ເສບສິ່ງມືນເມົາ, ຖືກທຳຮ້າຍບາດເຈັບ ຍ້ອນການຂະໂມຍ ປຸ້ນຈີ້ ລັກຊັບ ແລະ ການກໍ່ເຫດທີ່ຕົກເປັນກໍລະນີຄະດີອາຍາ ທີ່ຍັງບໍ່ທັນຖືກສານຕັດສິນ, ກປຊ ບໍ່ຮັບຜິດຊອບມູນຄ່າບໍລິການທີ່ມີລັກສະນະສ່ວນຕົວ ເຊັ່ນ: ເສີມຄວາມງາມ, ໃສ່ແຂ້ວທຽມ – ດັດແຂ້ວ, ຕັດແວ່ນຕາ, ໃສ່ເລນທຽມ ທີ່ບໍ່ຕິດພັນກັບການຜ່າຕັດແກ່ນຕາຂຸ້ນ, ຜ່າຕັດປ່ຽນເພດ ແລະ ອື່ນໆ.

About admins16