ບໍລິຄຳໄຊ ຈັດພິທີເຊັນສັນຍາສໍາປະທານ ໂຄງການປູກໝາກພຸກ

ພິທີເຊັນສັນຍາສໍາປະທານ ໂຄງການປູກໝາຫພຸກ (ໝາກກ້ຽງໃຫຍ່) ໄດ້ຈັດຂຶ້ນໃນວັນທີ 25 ພຶດສະພາ 2022 ຢູ່ຫ້ອງປະຊຸມພະແນກແຜນການ ແລະ ການລົງທຶນ ຕາງໜ້າອໍານາດການປົກຄອງແຂວງບໍລິຄຳໄຊ ເຊັນໂດຍ ທ່ານ ພັນແສງ ວິພາວັນ ຮອງຫົວໜ້າພະແນກແຜນການ ແລະ ການລົງທຶນແຂວງ, ຕາງໜ້າບໍລິສັດຜູ້ລົງທຶນພັດທະນາ ເຊັນໂດຍ ທ່ານ ສືຈື່ແປ່ວ ອໍານວຍການບໍລິສັດ ຝອງອີ່ ພັດທະນາກະສິກຳລາວ ຈໍາກັດຜູ້ດຽວ, ໂດຍຊ້ອງໜ້າ ທ່ານ ຄໍາແຫວນ ປັນຍານຸວົງ ຮອງເຈົ້າແຂວງບໍລິຄຳໄຊ, ພ້ອມດ້ວຍຫົວໜ້າພະແນກການ, ເມືອງ ແລະ ພະນັກງານວິຊາການ ເຂົ້າຮ່ວມເປັນສັກຂີພິຍານ.

ບໍລິສັດ ຝອງອີ່ ພັດທະນາກະສິກຳລາວ ຈໍາກັດຜູ້ດຽວ ມີຄວາມຕ້ອງການສໍາປະທານ ວ່າດ້ວຍໂຄງປູກໝາກພຸກ (ໝາກກ້ຽງໃຫຍ່) ຢູ່ເຂດບ້ານຊົມຊື່ນ ເມືອງບໍລິຄັນ ແຂວງບໍລິຄໍາໄຊ ໃນເນື້ອທີ່ທັງໝົດ 94 ເຮັກຕາ, ໄລຍະເວລາ 30 ປີ ແລະ ມູນຄ່າການສໍາປະທານ 20 ຕື້ກີບ .

ໂຄງການດັ່ງກ່າວ ຈະກາຍເປັນອີກໜຶ່ງທ່າແຮງໃນການພະັດທະນາກະສິກຳ ແລະ ການສ້າງວຽກເຮັດງານທຳໃຫ້ແກ່ປະຊາຊົນໃນພື້ນທີ່, ໂຄງການນີ້ ຈະຖືກຈັດຕັ້ງປະຕິບັດ ໃຫ້ຖືກຕ້ອງຕາມລະບຽບກົດໝາຍທຸກຂັ້ນຕອນ ແລະ ຫລີກລ່ຽງຜົນກະທົບດ້ານສິ່ງແວດລ້ອມໃຫ້ໜ້ອຍທີ່ສຸດ.

About admins14